ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ຊ່ວຍ ນາຍົກຍີ່ປຸ່ນ ເດີນທາງໄປ ເກົາຫລີເໜືອ (ວີດິໂອ)


ທ່ານ Isao Iijima (ຂວາ) ຜູ້ຊ່ວຍຂອງນາຍົກລັດຖະມົນຕີ Abe ຖືກຕ້ອນຮັບທີ່ສະໜາມບິນ ໂດຍທ່ານ Kim Chol Ho ຫົວໜ້າພະແນກກິດຈະການ ເອເຊຍຂອງເກົາຫລີເໜືອ ໃນວັນອັງຄານ ທີ 14 ພຶດສະພາ 2013.
ທ່ານ Isao Iijima (ຂວາ) ຜູ້ຊ່ວຍຂອງນາຍົກລັດຖະມົນຕີ Abe ຖືກຕ້ອນຮັບທີ່ສະໜາມບິນ ໂດຍທ່ານ Kim Chol Ho ຫົວໜ້າພະແນກກິດຈະການ ເອເຊຍຂອງເກົາຫລີເໜືອ ໃນວັນອັງຄານ ທີ 14 ພຶດສະພາ 2013.
ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe ໄດ້ປະຕິເສດ
ໃນວັນພຸດມື້ນີ້ ທີ່ຈະໃຫ້ຄໍາເຫັນກ່ຽວກັບການເດີນທາງຂອງ ທູດພິເສດລັດຖະບານທ່ານນຶ່ງ ໄປຍັງເກົາຫລີເໜືອ ທີ່ເປັນ
ສັດຕູກັນມາເປັນເວລາດົນນານນັ້ນ.

ທ່ານ Isao Iijima ຜູ້ຊ່ວຍຂອງທ່ານນາຍົກລັດຖະມົນຕີ Abe
ໄດ້ໄປເຖິງກຸງ ພຽງຢາງ ໃນວັນອັງຄານວານນີ້. ທ່ານໄດ້ຖືກ
ຕ້ອນຮັບທີ່ສະໜາມບິນໂດຍທ່ານ Kim Chol Ho ຫົວໜ້າ
ພະແນກກິດຈະການເອເຊຍຂອງເກົາຫລີເໜືອ.

ຈຸດປະສົງຂອງການເດີນທາງດັ່ງກ່າວ ແມ່ນຍັງບໍ່ເປັນທີ່ຮູ້ກັນ
ຢ່າງຈະແຈ້ງເທື່ອ. ແຕ່ສື່ມວນຊົນຂອງຍີ່ປຸ່ນບາງອົງການພາກັນຄາດຄະເນກັນວ່າ ອາດ
ກ່ຽວພັນກັບການກົດດັນຂອງກຸງໂຕກຽວ ເພື່ອໃຫ້ໄດ້ຮັບຂໍ້ມູນເພີ້ມຕື່ມກ່ຽວກັບຄົນ
ສັນຊາດຍີ່ປຸ່ນ ທີ່ຖືກລັກພາຕົວໂດຍເກົາຫລີເໜືອໃນຊຸມປີ 1970 ຫາຊຸມປີ 1980.

ເມື່ອຖືກຖາມກ່ຽວກັບເລື້ອງດັ່ງກ່າວ ຢູ່ໃນກອງປະຊຸມຄະນະກໍາມະການສະພາແຫ່ງ
ຊາດບັ້ນນຶ່ງນັ້ນ ທ່ານນາຍົກ Abe ບໍ່ໄດ້ເວົ້າຫຍັງຫລາຍ ນອກຈາກກ່າວວ່າ “ອີກຄັ້ງນຶ່ງ, ຂ້າພະເຈົ້າບໍ່ມີຄໍາເຫັນໃດກ່ຽວກັບລາຍງານ ທີ່ກ່ຽວຂ້ອງກັບ
ການໄປຢ້ຽມຢາມເກົາຫລີເໜືອ ຂອງທ່ານ Isao Iijima. ແຕ່ວ່າ ຈຸດປະສົງ
ຫລັກຂອງພວກເຮົາກໍຄື ເພື່ອແກ້ໄຂບັນຫາການລັກພາຕົວ ຊຶ່ງລວມທັງການ
ກັບຄືນບ້ານຂອງພວກຖືກລັກພາຕົວທັງໝົດ, ການເປີດເຜີຍໃຫ້ຮູ້ຄວາມຈິງ,
ແລະ ການນໍາສົ່ງຜູ້ກະທໍາຜິດໃຫ້ແກ່ຍີ່ປຸ່ນ.”


ເກົາຫລີເໜືອໄດ້ຍອມຮັບວ່າ ຕົນໄດ້ລັກພາຕົວຄົນຍີ່ປຸ່ນຈໍານວນນຶ່ງ ເພື່ອບັງຄັບໃຫ້
ພວກເຂົາເຈົ້າສອນພາສາ ແລະວັດທະນາທໍາຍີ່ປຸ່ນ ໃຫ້ແກ່ນັກສືບສອດແນມຂອງ
ເກົາຫລີເໜືອ. ແຕ່ເກົາຫລີເໜືອກໍເວົ້າວ່າ ພວກທີ່ຖືກລັກພາຕົວໝົດທຸກຄົນ ໄດ້ຖືກ
ສົ່ງຄືນປະເທດ ຫລືບໍ່ກໍໄດ້ເສຍຊີວິດໄປແລ້ວ. ບາງຄົນໃນຍີ່ປຸ່ນສົງໄສວ່າເກົາຫລີ
ເໜືອຍັງຊຸກເຊື່ອງພວກທີ່ຍັງມີຊີວິດ ແລະໄດ້ລັກພາຕົວຄົນເພີ້ມຂຶ້ນອີກຫລາຍກວ່າ
ທີ່ປະເທດດັ່ງກ່າວໄດ້ຍອມຮັບ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

XS
SM
MD
LG