ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອບໍ່ພໍໃຈ ທີ່ຍີ່ປຸ່ນສະໜີ ໃຫ້ລົງໂທດຕົນ ຕື່ມອີກ


ແຜນທີ່ເກົາຫຼີເໜືອ ແລະເຂດແຫຼມເກົາຫຼີ
ແຜນທີ່ເກົາຫຼີເໜືອ ແລະເຂດແຫຼມເກົາຫຼີ
​ເກົາຫຼີ​ເໜືອ​ໄດ້​ກ່າວ​ໂຈມ​ຕີ​ຍີ່ປຸ່ນ​ຢ່າງ​ໃຫຍ່ ທີ່​ຍີ່ປຸ່ນ​ໄດ້​ຮຽກຮ້ອງ
ໃຫ້​ລົງ​ໂທດ​ຢ່າງ​ເປັນອິດ ສະຫຼະຕື່ມ​ອີກ ຕໍ່​ພຽງ​ຢາງ.

ອົງການ​ຂ່າວ​ສູນ​ກາງຂອງ​ທາງ​ການ​ເກົາຫຼີ​ເໜືອ ​ໄດ້​ນໍາ​ອອກ
​ເຜີຍ​ແຜ່​ຄໍາ​ຖະ​ແຫຼງສະບັບ​ນຶ່ງ​ຈາກ​ກະຊວງ​ຕ່າງປະ​ເທດ ທີ່​
ເວົ້າ​ວ່າ ມັນ​ຈະເປັນການ​ກະທໍາຄວາມ​ຜິດພາດເຖິງ​ຂັ້ນຕາຍ
​ສໍາ​ລັບ​ຍີ່ປຸ່ນຖ້າ​ຫາ​ກຍີ່​ປຸ່ນ​ຄິດ​ວ່າ​ຕົນ​ຈະ​ປອດ​ໄພ ​ເວລາ​ເກີດ
​ສົງຄາມ​ກັນ​ ຢູ່ໃນແຫຼມ​ເກົາຫຼີ.

ຖະ​ແຫຼງການສະບັບ​ດັ່ງກ່າວ ​ເຕືອນ​ວ່າ ຍີ່ປຸ່ນ​ຈະ​ປະ​ເຊີນ​ກັບ​
ການ​ຖືກ​ໂຈມ​ຕີ​ທີ່ໜ້າ​ຢ້ານ​ກົວ ​ຖ້າ​ຫາກ​ວ່າ​ຍີ່ປຸ່ນ​ສົມຮູ້​ຮ່ວມ​ຄິດ
​ກັບ​ສະຫະລັດ.

ຖະ​ແຫຼງການ​ດັ່ງກ່າວ​ໄດ້​ປາກົດ​ອອກ​ມາຫຼາຍມື້ຫຼັງຈາກ​ທ່ານ Tom Donilon ທີ່​ປຶກສາ ດ້ານ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ສະຫະລັດ​ເວົ້າ​ວ່າ ວໍ​ຊິງຕັນພ້ອມທີ່​ຈະ​ທໍາ​ການ​ເຈ​ລະ​ຈາ​
ຢ່າງ​ແທ້​ຈິງ​ ​ກັບ​ເກົາຫຼີ​ເໜືອ ຖ້າ​ຫາກ​ເກົາຫຼີເໜືອ​ປ່ຽນ​ພຶດຕິ​ກໍາຂອງ​ຕົນ​ໄດ້.

​ເກົາຫຼີ​ເໜືອ​ມີ​ຄວາມໂກດ​ແຄ້ນ​ຢ່າງ​ໃຫຍ່​ກ່ຽວ​ກັບ​ການ​ລົງ​ໂທດ​ບັ້ນ​ໃໝ່​ຂອງ​ສະຫະ​ປະຊາ
ຊາດ ​ທີ່ມີ​ຜົນ​ບັງຄັບ​ໃຊ້ ຫຼັງຈາກ​ຕົນ​ໄດ້​ທົດ​ລອງ​ນີວ​ເຄຼຍຄັ້ງ​ທີ່​ສາມ​ເມື່​ອເດືອນຜ່ານມາ.

ການ​ລົງ​ໂທດ​ຕໍ່ເກົາຫຼີ​ເໜືອ​ຮອບ​ໃໝ່​ນີ້ ​ ​ບວກ​ກັບ​ການ​ຊ້ອມ​ລົບ​ລະຫວ່າງ​ສະຫະລັດ​ແລະ​ເກົາຫຼີ​ໃຕ້ທີ່​ກໍາລັງດໍາ​ເນີນ​ໄປ​ຢູ່​ໃນ​ຂະນະ​ນີ້ ​ໄດ້​ກະ​ຕຸ້ນ​ໃຫ້​ມີ​ການຕອບ​ໂຕ້​ຢ່າງ​ໂກດ​ແຄ້ນ​ຈາກ​ພຽງ​ຢາງ ຊຶ່ງ​ເວົ້າ​ວ່າ ຕົນ​ກໍາລັງ​ປະລະ​ສັນຍາສະຫງົບ​ເສິກ ​ທີ່​ໄດ້​ຍຸຕິ​ສົງຄາມ​ເກົາຫຼີ ​ແລະ​ກໍ​ກໍາລັງ​ຍຸຕິ​ສັນຍາ​ບໍ່ຮຸກ​ຮານກັນ​ກັບ​ເກົາຫຼີ​ໃຕ້
XS
SM
MD
LG