ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫລີເໜືອ ເຊື້ອເຊີນ ຄະນະກວດກາ ນິວເຄລຍ ສປຊ ໄປຢ້ຽມຢາມ


ຫົບໜ້າເຈລະຈານິວເຄລຍເກົາຫລີເໜືອ ທ່ານ Ri Yong Ho
ຫົບໜ້າເຈລະຈານິວເຄລຍເກົາຫລີເໜືອ ທ່ານ Ri Yong Ho

ອົງການ​ຄຸ້ມ​ຄອງນິວ​ເຄລຍຂອງ​ສະຫະ​ປະຊາ​ຊາດກ່າວ​ວ່າ ​ຕົນໄດ້​ຮັບ​ການ​ເຊື້ອ​ເຊີ​ນໃຫ້
ໄປ​ຢ້ຽມຢາມເກົາຫລີ​ເໜືອ ສາມ​ປີ​ຫລັງ​ຈາກ​ບັນດາ​ນັກກວດກາຂອງ​ຕົນ ໄດ້​ຖືກຂັບ​ໄລ່​
ອອກ​ຈາກ​ປະ​ເທດ​ຄອມ​ມີ​ວນິສດັ່ງກ່າວ.

ໂຄສົກ​ຍິງຂອງ​ອົງການພະລັງງານ​ປະລະມານູສາກົນ​ທີ່​ມີ​ສຳນັກງານຢູ່​ກຸງ​ວຽນ​ນາ ກ່າວ​
ໃນ​ວັນ​ຈັນວານນີ້​ວ່າ ​ຕົນໄດ້​ຮັບ​ຄໍາ​ເຊື້ອ​ເຊີນ ໃນ​ວັນ​ສຸກ​ຜ່ານ​ມາ​ນີ້ ຊຶ່ງ​ເປັນ​ວັນ​ດຽວ​ກັນ
ກັບ​ພຽງ​ຢາງ​ໄດ້​ປະ​ກາດ​ທີ່​ຈະ​ສົ່ງລູກ​ສອນໄຟ​ບັນ​ທຸກດາວ​ທຽມຂຶ້ນສູ່​ອະວະກາດ.

ໂຄສົກ​ກະ​ຊ່ວງ​ການຕ່າງປະ​ເທດສະຫະລັດທ່ານ​ນາງ Victoria Nu-land ກ່າວ​ວ່າ
ສະຫະລັດ​ແມ່ນ​ເຫັນ​ພ້ອມ​ນຳ ກັບການ​ທີ່ອົງການພະ ລັງງານ​ປະລະມານູ​ສາກົນຈະ​ເຂົ້າ​
ໄປ​ໃນ​ເກົາຫລີ​ເໜືອ ​ແຕ່​ວ່າ​ມັນ​ຈະບໍ່ປ່ຽນ​ແປງ​ໃດໆ​ກ່ຽວ​ກັບ​ການ​ຄັດ​ຄ້ານຂອງ​ສະຫະລັດ
ຕໍ່​ການສົ່ງ​ດາວ​ທຽມຂອງ​ເກົາຫຼີ​ເໜືອ.

ເກົາຫລີ​ເໜືອ​ໄດ້​ຕົກລົງ​ໃນວັນ​ທີ 29 ​ເດືອນ​ກຸມພາຜ່ານ​ມາ ເພື່ອ​ໂຈະ ການ​ກັ່ນ​ທາດ
uranium ພ້ອມໆ​ກັບ​ການ​ພັດທະນາ​ອາວຸດ​ນີວ​ເຄລຍ ​ແລະ​ການ​ທົດ​ລອງ​ລູກ​ສອນໄຟ​
ລະຍະໄກ. ນອກ​ນັ້ນ​ເກົາຫຼີ​ເໜືອ​ຍັງໄດ້ໃຫ້​ຄຳ​ໝັ້ນສັນຍາ​ທີ່​ຈະອະນຸຍາດໃຫ້ບັນດາ​ນັກ​ກວດ
ກາ​ອາວຸດ​ນີວ​ເຄລຍ ຂອງສະຫ​ະປະຊາ​ຊາດ​ກັບ​ຄືນ​ເຂົ້າ​ໄປ​ໃນ​ປະ​ເທດ​ດັ່ງກ່າວ. ຂະນະດຽວ​
ກັນ​ສະຫະລັດກໍໄດ້​ຕົກລົງ​ທີ່​ຈະ​ຈັດສົ່ງ​ສະບຽງ​ອາຫານ​ໄປ​ໃຫ້​ເກົາຫຼີ​ເໜືອ ທີ່​ກໍາລັງມີ​ຄວາມ​
ຕ້ອງການອາຫານ​ເປັນ​ທີ່​ສຸດນັ້ນ.

ຫົວໜ້າ​ເຈລະຈາດ້ານ​ນີວ​ເຄລຍຂອງ​ເກົາຫລີ​ເໜືອທ່ານ Ri Yong-Ho ກ່າວ​ໃນ​ແລງ​ວັນ​ຈັນ​
ວານ​ນີ້​ວ່າ ພຽງຢາງຍັງ​ຖື​ວ່າ​ການ​ຕົກລົງ​ກັບສະຫະ ລັດນັ້ນ​ຍັງ​ມີ​ຜົນ​ບັງຄັບ​ຢູ່ ​ແລະກ່າວ​ອີກ
ວ່າ “ການ​ສົ່ງ​ດາວ​ທຽມນັ້ນ​ແມ່ນເລື້ອງນຶ່ງ ​ແລະ​ການ​ຕົກລົງ​ລະຫວ່າງ​ເກົາຫລີ​ເໜືອ​ແລະ​
ສະຫະລັດ​ແມ່ນ​ອີກ​ເລື້ອງ​ນຶ່ງ.”

XS
SM
MD
LG