ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການພັດທະນາ ລູກສອນໄຟ ຂີປະນາວຸດ ຂອງເກົາຫຼີເໜືອ ແມ່ນຢູ່ 'ຂັ້ນຕອນສຸດທ້າຍ'


ພວກຊາວເກົາຫຼີໃຕ້ ເບິ່ງລາຍການຖ່າຍທອດອອກທາງ
ໂທລະພາບ ທີ່ສະແດງໃຫ້ເຫັນ ການກ່າວຄຳປາໄສຂອງ
ຜູ້ນຳເກົາຫຼີເໜືອ Kim Jong Un ໃນວັນປີໃໝ່ ຢູ່ທີ່ສະຖານີ ລົດໄຟ ໃນນະຄອນຫຼວງໂຊລ ຂອງເກົາຫຼີໃຕ້, ວັນທີ 1 ມັງກອນ 2017.
ພວກຊາວເກົາຫຼີໃຕ້ ເບິ່ງລາຍການຖ່າຍທອດອອກທາງ ໂທລະພາບ ທີ່ສະແດງໃຫ້ເຫັນ ການກ່າວຄຳປາໄສຂອງ ຜູ້ນຳເກົາຫຼີເໜືອ Kim Jong Un ໃນວັນປີໃໝ່ ຢູ່ທີ່ສະຖານີ ລົດໄຟ ໃນນະຄອນຫຼວງໂຊລ ຂອງເກົາຫຼີໃຕ້, ວັນທີ 1 ມັງກອນ 2017.

ຜູ້ນຳຂອງເກົາຫຼີເໜືອ ກ່າວວ່າ ປະເທດຂອງຕົນ ແມ່ນຢູ່ໃນ “ຂັ້ນຕອນສຸດທ້າຍ” ຂອງ ການພັດທະນາ ລູກສອນໄຟຂີປະນາວຸດ ຂ້າມທະວີບ.

ຜູ້ນຳ Kim Jong Un ໄດ້ກ່າວຖະແຫລງ ເມື່ອວັນອາທິດວານນີ້ ຢູ່ໃນການກ່າວຄຳ
ປາໄສ ປີໃໝ່ ທີ່ຖືກຖ່າຍທອດອອກອາກາດທາງໂທລະພາບ.

ຊາຍຄົນນຶ່ງໃນເກົາຫຼີໃຕ້ ເບິ່ງລາຍການໂທລະພາບ ທີ່ສະແດງໃຫ້ເຫັນ ການດຳເນີນການຍິງລູກສອນໄຟ ຂີປະນາວຸດ ໂດຍເກົາຫຼີເໜືອ, ວັນທີ 20 ຕຸລາ 2016.
ຊາຍຄົນນຶ່ງໃນເກົາຫຼີໃຕ້ ເບິ່ງລາຍການໂທລະພາບ ທີ່ສະແດງໃຫ້ເຫັນ ການດຳເນີນການຍິງລູກສອນໄຟ ຂີປະນາວຸດ ໂດຍເກົາຫຼີເໜືອ, ວັນທີ 20 ຕຸລາ 2016.

ໂຄສົກຍິງ ກະຊວງການຕ່າງປະເທດ ສະຫະລັດ ທ່ານນາງ Anna Richey-Allen ເມື່ອວັນອາທິດວານນີ້ ໄດ້ຮຽກຮ້ອງເກົາຫຼີເໜືອ ວ່າ “ໃຫ້ຢັບຢັ້ງການກະທຳ ທີ່ເກາະ
ຜິດທັງຫຼາຍ ແລະ ຢຸດໃຊ້ວາທະສິນທີ່ກ່າວຮ້າຍ ອັນເປັນການຂົ່ມຂູ່ຕໍ່ສັນຕິພາບ ແລະຄວາມໝັ້ນຄົງ ຂອງສາກົນ.”
ທ່ານນາງຍັງ ໄດ້ຮຽກຮ້ອງ ໄປຍັງ “ໝົດທຸກ
ປະເທດ ໃຫ້ໃຊ້ທຸກໆຊ່ອງທ່າງ ທີ່ມີ ແລະ ຖານະ ການມີອິດທິພົນ ເພື່ອເຮັດໃຫ້
ຈະແຈ້ງ ຕໍ່ເກົາຫຼີເໜືອ ແລະ ບັນດາຜູ້ທີ່ໃຫ້ການ ຊ່ອຍເຫຼືອໃນດ້ານການລິເລີ້ມ ນຳໃຊ້ເທັກໂນໂລຈີ ລູກສອນໄຟຂີປະນາວຸດ ຂອງຕົນນັ້ນ ແມ່ນຍອມຮັບບໍ່ໄດ້
ແລະ ໃຫ້ເອົາບາດກ້າວຕ່າງໆ ທີ່ສະແດງໃຫ້ເຫັນເຖິງ ຜົນສະທ້ອນທັງຫຼາຍ ຕໍ່ການປະພຶດ ທີ່ຜິດກົດໝາຍຂອງເກົາຫຼີເໜືອ.”

ເກົາຫຼີເໜືອ ໄດ້ດຳເນີນການ ທົດລອງນິວເຄລຍ ມາໄດ້ສອງຄັ້ງ ໃນປີ 2016 ໂດຍບໍ່ ຢ້ານກົວ ຕໍ່ການຕອບໂຕ້ຂອງນານາຊາດ ແລະຕໍ່ການວາງມາດຕະການລົງໂທດຕ່າງໆ ທີ່ເພີ້ມຂຶ້ນ.

ນອກເໜືອຈາກໄພຄຸກຄາມຂອງເກົາຫຼີເໜືອ ທີ່ມີຢູ່ຕໍ່ໂລກ ໂດຍການອະນຸຍາດໃຫ້ ເກົາຫຼີເໜືອ ທີ່ເປັນປະເທດ ບໍ່ສາມາດຄາດເດົາໄດ້ ແລະ ປະຫັດປະຫານປະຊາຊົນ ຂອງຕົນ, ມີອາວຸດທີ່ມີອານຸພາບຮ້າຍແຮງເຫຼົ່ານີ້ ໃນຄອບຄອງ ຊຶ່ງບັນດານັກວິເຄາະ ກ່າວວ່າ ການຍິນຍອມຮັບເອົາການຮຽກຮ້ອງ ເພື່ອຖອນໂຕອອກຈາກ ສົນທິສັນຍາ ປ້ອງກັນການແຜ່ຜາຍ ຂອງອາວຸດນິວເຄລຍ ຫຼື NTP ທີ່ຕົນໄດ້ລົງນາມ ໃນຊ່ວງປີ
1980 ນັ້ນ ຍັງອາດຈະກໍ່ໃຫ້ເກີດການແຂ່ງຂັນຜະລິດອາວຸດຮອບໃໝ່.

ພຽງຢາງ ໄດ້ຕອບໂຕ້ຕໍ່ມາດຕະການລົງໂທດ ໂດຍການເລັ່ງໂຄງການພັດທະນາ ອາວຸດຂອງຕົນ ຢ່າງທ້າທາຍ ໃນຕະຫຼອດລະດູຮ້ອນຜ່ານມາ, ໂດຍການທົດລອງ ຍິງລູກສອນໄຟຂີປະນາວຸດ ຈຳນວນໜຶ່ງ ຈາກລະບົບພາກພື້ນດິນ ແລະ ລະບົບ ໃນເຮືອດຳນ້ຳ.

ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານ Ban Ki-moon ໄດ້ກ່າວວ່າ
ທ່ານ “ມີຄວາມເປັນຫ່ວງຢ່າງຍິ່ງ ກ່ຽວກັບ ຄວາມເຄັ່ງຕຶງທີ່ເພີ່ມຂຶ້ນໃນແຫຼມ ເກົາຫຼີ ໂດຍ ການທົດລອງຍິງລູກສອນໄຟຂີປະນາວຸດ ພ້ອມກັນກັບ ລະເບີດນິວເຄລຍຂອງເກົາຫຼີເໜືອ."

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

North Korea Missiles
please wait
Embed

No media source currently available

0:00 0:01:32 0:00

XS
SM
MD
LG