ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອ ໃກ້ຈະສຳເລັດ ການພັດທະນາ ລູກສອນໄຟ ຂີປະນາວຸດໄລຍະໄກ


ປະຊາຊົນ ເກົາຫຼີໃຕ້ ເບິ່ງການກ່າວຄຳປາໄສປີໃໝ່ຂອງຜູ້ນຳ ເກົາຫຼີເໜືອ ທ່ານ Kim Jong Un ຢູ່ໂທລະພາບ ໃນສະ
ຖານີລົດໄຟໃຕ້ດິນໃນນະຄອນຫຼວງ ໂຊລ, ເກົາຫຼີໃຕ້. 1 ມັງກອນ, 2017.
ປະຊາຊົນ ເກົາຫຼີໃຕ້ ເບິ່ງການກ່າວຄຳປາໄສປີໃໝ່ຂອງຜູ້ນຳ ເກົາຫຼີເໜືອ ທ່ານ Kim Jong Un ຢູ່ໂທລະພາບ ໃນສະ ຖານີລົດໄຟໃຕ້ດິນໃນນະຄອນຫຼວງ ໂຊລ, ເກົາຫຼີໃຕ້. 1 ມັງກອນ, 2017.

ຜູ້ນຳຂອງ ເກົາຫຼີເໜືອ ກ່າວວ່າປະເທດຂອງທ່ານແມ່ນຢູ່ໃນ “ໄລຍະສຸດທ້າຍ” ຂອງການ ພັດທະນາລູກສອນໄຟຂີປະນາວຸດຂ້າມທະວີບ.

ທ່ານ Kim Jong Un ໄດ້ກ່າວຄຳປາໄສ ໃນວັນອາທິດມື້ນີ້ ເປັນຄຳປາໄສປີໃໝ່ທີ່ນຳອອກ ອາກາດທາງໂທລະພາບ.

ເກົາຫຼີເໜືອ ໄດ້ດຳເນີນການທົດລອງລະເບີດນິວເຄລຍສອງລູກໃນປີທີ່ຜ່ານມາ, ໂດຍບໍ່ ສົນໃຈກັບການກ່າວປະນາມ ແລະ ມາດຕະການລົງໂທດທີ່ເພີ່ມຂຶ້ນຈາກນານາຊາດ.

ນອກເໜືອຈາກການຂົ່ມຂູ່ທີ່ມີຢູ່ຕໍ່ໂລກ ໂດຍການອະນຸຍາດໃຫ້ປະເທດ ເກົາຫຼີເໜືອ ທີ່ບໍ່ ສາມາດເດົາຈິດໃຈໄດ້ ແລະ ຈອມຜະເດັດ ການຄອບຄອງອາວຸດທຳລາຍລ້າງພວກນີ້, ບັນດານັກວິເຄາະກ່າວວ່າ ການຍິນຍອມຕໍ່ການຮຽກຮ້ອງທີ່ຈະຖອນຕົວອອກຈາກສົນທິ ສັນຍາປ້ອງກັນການເຜີຍແຜ່ອາວຸດນິວເຄລຍ ຂອງ ເກົາຫຼີເໜືອ ທີ່ພວກເຂົາໄດ້ເຊັນໃນ ຊຸມປີ 1980 ນັ້ນ ມັນອາດຈະກໍ່ໃຫ້ມີການແຂ່ງຂັນຜະລິດອາວຸດທົ່ວໂລກເຊັ່ນກັນ.

ພຽງຢາງ ໄດ້ຕອບສະໜອງຕໍ່ມາດຕະການລົງໂທດຕ່າງໆດ້ວຍການເລັ່ງພັດທະນາໂຄງ ການອາວຸດຂອງພວກເຂົາແບບທ້າທາຍ ໃນລະດູຮ້ອນທີ່ຜ່ານມາ, ທົດລອງລູກສອນໄຟ ຂີປະນາວຸດທີ່ຍິງຈາກພື້ນດິນ ແລະ ເຮືອດຳນ້ຳຫຼາຍລູກ.

ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານ Ban Ki-moon ກ່າວວ່າ ທ່ານ “ມີ ຄວາມເປັນຫ່ວງຢ່າງຍິ່ງ ກ່ຽວກັບ ຄວາມເຄັ່ງຕຶງທີ່ເພີ່ມຂຶ້ນໃນແຫຼມ ເກົາຫຼີ ໂດຍການ ທົດລອງຍິງລູກສອນໄຟຂີປະນາວຸດ ແລະ ລະເບີດນິວເຄລຍຂອງ ເກົາຫຼີເໜືອ."

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG