ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫຼີເໜືອ ຈະດຳເນີນຄະດີ ນັກທ່ອງທ່ຽວອາເມຣິກັນ 2 ຄົນ


Jeffrey Fowle ໄວ 56 ປີ ໄດ້​ຖືກ​ເກົາຫຼີເໜືອກ່າວຫາ ແລະ ຈັບ​ກຸມ​ ຍ້ອນ​ການກະທຳ​ ທີ່ບໍ່ສອດຄ່ອງ​ກັບ​ ຖານະ​ນັກ​ທ່ອງ​ທ່ຽວ.
Jeffrey Fowle ໄວ 56 ປີ ໄດ້​ຖືກ​ເກົາຫຼີເໜືອກ່າວຫາ ແລະ ຈັບ​ກຸມ​ ຍ້ອນ​ການກະທຳ​ ທີ່ບໍ່ສອດຄ່ອງ​ກັບ​ ຖານະ​ນັກ​ທ່ອງ​ທ່ຽວ.

ເກົາຫຼີ​ເໜືອ ກ່າວ​ວ່າ ຕົນ​ກຳລັງ​ກະກຽມ ເອົາ​ນັກ​ທ່ອງ​ທ່ຽວ​
ອາ​ເມຣິກັນ 2 ຄົນຂຶ້ນສານດຳ​ເນີນ​ຄະດີ ໃນຂໍ້​ຫາ​ກໍ່​ອາ​ຊະ​
ຍາ​ກຳ ຕ້ານ​ລັດ​.

​ເຈົ້າໜ້າທີ່ອົງ​ການ​ສູນກາງຂ່າວຂອງ​ເກົາຫຼີ​ເໜືອ ກ່າວໃນ​
ວັນ​ຈັນ​ມື້​ນີ້ ວ່າ Jeffrey Fowle ແລະ Matthew Miller
​ໄດ້​ “ກະທຳການທີ່ເປັນ​ປໍ​ລະ​ປັກຫຼາຍຢ່າງ” ຊຶ່ງໄດ້​ຮັບ
​ການຢືນຢັນ ​ຈາກ​ການ​ໃຫ້ປາກຄຳ​ ຂອງ​ພວກກ່ຽວ​ເອງ​
ພ້ອມ​ດ້ວຍ​ຫລັກ​ຖານ.

ສື່​ຂ່າວ​ຂອງ​ເກົາຫຼີ​ເໜືອ ກ່າວ​ວ່າ ທ່ານ Fowle ​ໄວ 56 ປີ ​
ໄດ້​ເຂົ້າມາໃນ​ປະ​ເທດ ​ເມື່ອ​ວັນ​ທີ 29 ​ເມສາ ປີ​ນີ້ ​ແລະ​ ໄດ້​ຖືກ​ຈັບ​ກຸມ​ ຍ້ອນ​ການກະທຳ​
ທີ່ບໍ່ສອດຄ່ອງ​ກັບ​ຖານະ​ນັກ​ທ່ອງ​ທ່ຽວ. ອົງການ​ຂ່າວ​ຂອງ​ຝຣັ່ງ ​ເວົ້າວ່າ ​ຜູ້ກ່ຽວ​ຖືກ​ຈັບ​ກຸມ
ຫຼັງຈາກ​ ຜູ້ກ່ຽວ​ໄດ້ປະ​ປຶ້ມຄຳ​ພີ Bible ຫົວໜຶ່ງ ໄວ້​ໃນຫ້ອງ​ນອນ​ໂຮ​ງ​ແຮມ.

Pyongyang ກ່າວ​ວ່າ ທ້າວ Miller ​ໄວ 24 ປີ ​ໄດ້​ເຂົ້າມາ​ໃນ​ປະ​ເທດ​ເມື່ອ​ວັນ​ທີ 10 ​ເມສາ
​ປີ​ນີ້ ແລະໄດ້​ຖືກ​ຈັບ​ກຸມ ຫຼັງຈາກ​ຜູ້ກ່ຽວ​ໄດ້​ຈີກ​ໜັງສື​ວີ​ຊາ​ຂອງ​ຕົນ​ຖິ້ມ ​ແລ້​ວຮ້ອງຂໍ​ລີ້​ໄພ.

ບໍ່​ມີ​ລາຍ​ລະອຽດ​ອື່ນ​ໃດ​ ກ່ຽວ​ກັບວັນ​ເວລາການດຳ​ເນີນ​ຄະດີບຸກຄົນ​ທັງ​ສອງ.

​ນອກຈາກ​ສອງ​ຄົນ​ນີ້​ແລ້ວ ເກົາ​ຫຼີ​ເໜືອຍັງໄດ້ກັກຂັງ​ຕົວນັກ​ສອນ​ສາສະ ໜາ ​ເຊື້ອສາຍ​ເກົາຫຼີ ສັນຊາດ​ອາ​ເມຣິກັນ ທ່ານ Kenneth Bae ​ໄວ້ ຕັ້ງ​ແຕ່ເດືອນພະຈິກ ປີ 2012. ລາວ​ກຳລັງ​ຮັບ​ໃຊ້​ໂທດ 15 ປີ​ ​ໃຫ້​ເຮັດ​ວຽກ​ໜັກ ສຳລັບ​ອັນ​ທີ່ Pyonyang ​ເອີ້ນ​ວ່າ ການ​ກະທຳທີ່​ເປັນ​ປໍ​ລະ​ປັກຕໍ່​ປະ​ເທດ.

XS
SM
MD
LG