ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ເກົາ​ຫຼຼີ​ເໜືອ ພົບ​​ກໍ​ລະ​ນີ​ໂຄວິດ-19 ເພີ້ມ​ຂຶ້ນ ໃນ​ຂະ​ນະ​ທີ່​ປະ​ເທດ​ດັ່ງ​ກ່າວ ປະ​ເຊີນ​ກັບ​ການ​ຂາດ​ແຄນ​ຢາ


ຜູ້​ນຳ​ເກົາ​ຫຼີ​ເໜືອ ທ່ານ​ກິມ ຈົງ ອຶນ ຮຽກ​ຮ້ອງ​ໃຫ້​ເຈົ້າ​ໜ້າ​ທີ່ ຖອດ​ຖອນ​ບົດ​ຮຽນ​ ຈາກ​ປະ​ສົບ​ພະ​ການ ເພື່ອ​ຊ່ວຍ​ປະ​ເທດ ​ຮັບ​ມື​ກັບ​ໄວ​ຣັ​ສ​ໂຄ​ໂຣ​ນາ ເມື່ອ​ວັນ​ທີ 14 ພຶດ​ສະ​ພາ 2022. ຮູບ​ຈາກ KCNA
ຜູ້​ນຳ​ເກົາ​ຫຼີ​ເໜືອ ທ່ານ​ກິມ ຈົງ ອຶນ ຮຽກ​ຮ້ອງ​ໃຫ້​ເຈົ້າ​ໜ້າ​ທີ່ ຖອດ​ຖອນ​ບົດ​ຮຽນ​ ຈາກ​ປະ​ສົບ​ພະ​ການ ເພື່ອ​ຊ່ວຍ​ປະ​ເທດ ​ຮັບ​ມື​ກັບ​ໄວ​ຣັ​ສ​ໂຄ​ໂຣ​ນາ ເມື່ອ​ວັນ​ທີ 14 ພຶດ​ສະ​ພາ 2022. ຮູບ​ຈາກ KCNA

ເກົາ​ຫຼີ​ເໜືອ​ລາຍ​ງານ​ວ່າ ມີ​ການ​ພົບ​ເຫັນ​ຜູ້​ຕິດ​ກໍ​ລະ​ນີ​ໃໝ່ 392,000 ກໍ​ລະ​ນີ ໃນ​ວັນ​ອາ​ທິດ​ວານນີ້ ແລະ​ມີ​ຜູ້​ເສຍ​ຊີ​ວິດ​ຕື່ມ​ອີກ 8 ຄົນ ເພີ້ມ​ໃສ່​ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ທັງ​ໝົດໃນ​ເຫດ “ລະ​ເບີດ” ຂອງ​ໄຂ້​ລະ​ບາດ​ເປັນ 50 ຄົນ ອີງ​ຕາມ​ລາຍ​ງານ​ຂ່າວ​ຂອງ​ທາງ​ການ.

​ຂໍ້​ມູນ​ທີ່​ນຳ​ອອກ​ເຜີຍ​ແຜ່​ ໂດຍ​ອົງ​ການ​ຂ່າວ​ສູນ​ກາງ​ ຂອງ​ເກົາ​ຫຼີ​ເໜືອ​ຫຼື KCNA ໃນ​ວັນ​ຈັນ​ມື້ນີ້ກ່າວ​ວ່າ ໂຕ​ເລກ​ສະ​ສົມ​ຂອງ​ຜູ້​ປ່ວຍ​ “ເປັນ​ໄຂ້ທີ່​ບໍ່​ຮູ້​ທີ່​ມາ” ມີ​ທັງ​ໝົດ 1,213,550 ຄົນ ນັບ​ແຕ່​ທ້າຍ​ເດືອນ​ເມ​ສາ​ຫາ 6 ໂມງ​ແລງຂອງມື້​ວານນີ້. ມີ​ຫຼາຍກວ່າ 5 ແສນ​ຄົນ​ໄດ້​ເຂົ້າ​ຮັບ​ການ​ປິ່ນ​ປົວ ໃນ​ຂະ​ນະ​ທີ່​ອີກ 648,630 ຄົນ ໄດ້​ຫາຍ​ດີ​ແລ້ວ ອີງ​ຕາມ​ລາຍ​ງານ​ຂ່າວ.

ຈຳ​ນວນພວກ​ຄົນປ່ວຍ​ທີ່​ຕິດ​ໂຄວິດ-19 ​ກໍ​ເພີ້ມ​ຂຶ້ນ​ເຊັ່ນ​ກັນ​ເປັນຢ່າງ​ໜ້ອຍ 168 ຄົນ ອີງ​ຕາມ​ລາຍ​ງານ​ຂອງ​ໂທ​ລະ​ພາບ KCTV ໃນ​ວັນ​ຈັນ​ມື້ນີ້ ໂດຍ​ອ້າງ​ອີງ​ໃສ່​ໂຕ​ເລກ​ການ​ນັບ​ໃນ​ເວ​ລາ 6 ໂມງ​ແລງຂອງມື້​ວັນ​ເສົາ​ແລ້ວ. ລາຍ​ງານ​ເວົ້າ​ວ່າ ພຽງ​ຢາງ​ຍັງ​ເປັນ​ສູນ​ກາງ​ຂອງ​ການ​ລະ​ບາດ ຊຶ່ງ​ມີ​ຜູ້​ປ່ວຍນຶ່ງ​ສ່ວນ​ສີ່​ຂອງ​ທັງ​ໝົດ 42 ກໍ​ລະ​ນີ​, ໃນ​ຂະ​ນະ​ທີ່​ອີກ 20 ​ກໍ​ລະ​ນີ​ໄດ້​ຮັບ​ການ​ຢື​ນ​ຢັນ​ຢູ່​ທີ່​ແຂວງ​ພີ​ຢອງ​ການ​ເໜືອ ທີ່​ມີ​ຊາຍ​ແດນ​ຕິດ​ກັບ​ປະ​ເທດ​ຈີນ.

ກ່ຽວ​ກັບ​ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ທີ່​ເກັບ​ກຳ​ມາ​ຈົນ​ຮອດມື້​ວັນ​ເສົາ​ແລ້ວ 22 ຄົນ​ແມ່ນ​ມີ​ອາ​ການ​ປ່ວຍ ແລະ 17 ຄົນ​ແມ່ນ​ມາ​ຈາກ​ຜົນ​ຂ້າງ​ຄຽງ ອີ​ງ​ຕາມລາຍ​ງານ​ໂທ​ລະ​ພາບ KCTV ແລະ​ຫຼາຍກວ່າ​ເຄິ່ງ​ນຶ່ງ​ແມ່ນ​ພວກ​ທີ່​ມີ​ອາ​ຍຸ 50 ປີກວ່າໆ ແລະ​ສູງກວ່າ​ນັ້ນ. ຮວມ​ຢູ່​ໃນ​ຈຳ​ນວນ​ດັ່ງ​ກ່າວ​ຍັງ​ມີ​ເດັກ 6 ຄົນ​ອາ​ຍຸ​ຕ່ຳ​ກວ່າ 10 ປີ.

ກອງ​ປະ​ຊຸມ​ສຸກ​ເສີນ​ ຂອງ​ຄະ​ນະ​ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ ​ຂອງ​ພັກ​ກຳ

​ມະ​ກອນເກົາ​ຫຼີ​ໄດ້​ຈັດ​ຂຶ້ນ​ອີກ​ເທື່ອ​ນຶ່ງ ໃນ​ວັນ​ອາ​ທິດ​ວານນີ້ ອີງ​ຕາມ​ລາຍ​ງານ​ຂອງ​ໂທ​ລະ​ພາບ KCTV ຊຶ່ງ​ທ່ານ​ກິມ ຈົງ ອຶນ ຜູ້​ນຳ​ຂອງ​ເກົາ​ຫຼີ​ເໜືອ​ໄດ້​ຕ້ອງ​ຕິ​ຢ່າງ​ແຮງ ຕໍ່​ການ​ຊັກ​ຊ້າ ໃນ​ການ​ສົ່ງ​ຢາ​ຈາກ​ສູນ​ກາງ​ເກັບ​ຮັກ​ສາ​ຢາ​ສຳ​ຮອງ​ຂອງ​ລັດ​ຖ​ະ​ບານ ຊຶ່ງ​ໄດ້​ຮັບ​ຄຳ​ສັ່ງ​ໃຫ້​ເປີດ​ຕະ​ຫຼອດ 24 ຊົ່ວ​ໂມງ​ໃນ​ວັນ​ທ້າຍ​ອາ​ທິດ​ທີ່​ຜ່ານ​ມານີ້.

ລາຍ​ງານ​ເວົ້າ​ວ່າ ທ່ານ​ກິມ​ໄດ້​ອອ​ກ​ຄຳ​ສັ່ງ ໃນ​ທັນ​ທີ ໃຫ້ກຳ​ມາ​ທິ​ການກອງ​ທັບ​ຂອງ​ພັກດຳ​ເນີນ​ການ​ຊ່ວຍ​ເຫຼືອ​ເພື່ອ​ສ້າງ​ສະ​ຖຽນ​ລະ​ພາບ​ໃນ​ການ​ສະ​ໜອງ​ຢາ​ຢູ່​ທີ່​ນະ​ຄອນ​ພຽງ​ຢາງ ຮວມ​ທັງ​ຈັດ​ສົ່ງ “ກຳ​ລັງ​ທີ່​ມີ​ຄວາມ​ສາ​ມາດ​ສູງ ຂອງກອງ​ທັບ​ປະ​ຊາ​ຊົນ​ໄປ​ຊ່ວຍ.” ນອກນັ້ນ ທ່ານ​ກິມ​ຍັງ​ໄດ້ຮຽກ​ຮ້ອງ​ໃຫ້ “ເຝົ້າ​ລະ​ວັງ​ໃນ​ການ​ເຮັດ​ສົງ​ຄາມ​ຕໍ່​ຕ້ານ​ໂຣກ​ລະ​ບາດ” ຕ້ອງ​ຕິ​ຄະ​ນະ​ລັດ​ຖະ​ບານ​ແລະ​ພວກ​ເຈົ້າ​ໜ້າ​ທີ່ ໃນ​ການ​ເຮັດ​ວຽກ “ແບບ​ບໍ່​ມີ​ຄວາ​ມ​ຮັບ​ຜິດ​ຊອບ​ແລະ​ຄວາມ​ສາ​ມາດ​ໃນ​ການ​ບໍ​ລິ​ຫານ​ງານ” ຂອງ​ພວກ​ເຂົາ​ເຈົ້າ.

ເກົາ​ຫຼີ​ເໜືອ​ໄດ້​ຍົກ​ລະ​ດັບ​ຄວາມ​ພ້ອມ​ໃນ​ການ​ຮັບ​ມື​ກັບ​ໂຄວິດ-19 ຂຶ້ນ​ເປັນ “ຂັ້ນ​ສຸກ​ເສີນສູງ​ສຸດໃນ​ລະ​ບົບ​ປ້ອງ​ກັນ​ໂຣກ​ລະ​ບາດ” ເມື່ອ​ວັນ​ພະ​ຫັດ​ອາ​ທິດ​ແລ້ວ ​ຊຶ່ງ​ນັບເປັນ​ເທື່ອ​ທຳ​ອິດ​ ທີ່​ເກົາ​ຫຼີ​ເໜືອ​ໄດ້​ຮັບ​ວ່າ ກ່ຽວ​ກັບ​ການ​ມີ​ໜ້າຂອງ “ເຊື້ອ​ໄວ​ຣັ​ສ​ຮ້າຍ” ຢູ່​ໃນ​ເຂດ​ຊາຍ​ແດນ​ຂອງ​ຕົນ. ການ​ວິ​ເຄາະ​ເບິ່ງ​ຕົວ​ຢ່າງ​ທີ່​ເກັບ​ກຳ​ມາ​ຈາກ​ກຸ່ມ​ພວກ​ຄົນ​ໄຂ້​ທີ່​ພຽງ​ຢາງ ແມ່ນ​ໄດ້​ສະ​ແດງ​ໃຫ້​ເຫັນ​ເປັນ​ກໍ​ລະ​ນີ​ຂອງ​ໄວ​ຣັ​ສ​ໂຄ​ໂຣ​ນາ ສາຍ​ພັນ BA.2 ຊຶ່ງ​ຮູ້​ກັນ​ໃນ​ອີກ​ຊື່​ນຶ່ງວ່າ ເປັນ​ສາຍ​ພັນ​ໂອ​ໄມ​ຄ​ຣອນ “stealth” ຍ້ອນ​ມັນ​ບັນ​ຈຸ​ການ​ປັບ​ໂຕ ​ຂອງ​ສາຍ​ພັນ ​ທີ່​ຍາກ​ສຳ​ລັບ​ການ ກວດພົບ​ຈາກ​ສາຍ​ພັນ​ແດ​ລ​ຕາ ອີງ​ຕາມ​ຄຳ​ເວົ້າ​ຂອງ​ພວກ​ນັກ​ຊ່ຽວ​ຊານ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG