ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ລູກ​ສອນ​ໄຟ ຕົ້ນ​ແບບ ຂອງ ​ເກົາຫຼີ​ເໜືອ ອາດ​​ກ້າວ​ໜ້າ ​ກວ່າ​​ຄາດ​ຄິດ​​ໄວ້


ລົດບັນທຸກທະຫານເກົາຫລີເໜືອ ກໍາລັງແກ່ລູກສອນໄຟຂີປະນາວຸດ
ຢູ່ໃນເວລາເດີນສວນສະໜາມ ຄົບຮອບ 60 ປີຂອງສົງຄາມເກົາຫລີ
ລົດບັນທຸກທະຫານເກົາຫລີເໜືອ ກໍາລັງແກ່ລູກສອນໄຟຂີປະນາວຸດ ຢູ່ໃນເວລາເດີນສວນສະໜາມ ຄົບຮອບ 60 ປີຂອງສົງຄາມເກົາຫລີ
ກຸ່ມຄົ້ນຄວ້າ​ທີ່​ສຳຄັນກຸ່ມ​ນຶ່ງ ກ່າວ​ວ່າ ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ
ຕົ້ນ​ແບບ ທີ່​ໄດ້​ເຫັນ​ຫວ່າງ​ມໍ​ໆ​ມາ​ນີ້ ຢູ່​ໃນ​ການ​ເດີນ​ສວນສະ
ໜາມ​ ທາງທະຫານ​ເກົາຫລີ​ເໜືອ ນັ້ນ ອາດ​ຈະ​ກ້າວ​ໜ້າ​ໄປ​
ກວ່າ​ທີ່​ຄາດ​ຄິດ​ກັນ​ໄວ້​ ໃນ​ເມື່ອ​ກ່ອນ ​ແລະອາດ​ຈະ​ພຽງພໍ​
​ໃນ​ການ​ຂົ່ມຂູ່​ຕໍ່ພາກ​ຕາ​ເວັນ​ຕົກ​ຂອງສະຫະລັດ.

ບັນດາ​ນັກວິ​ເຄາະ​ຕາ​ເ​ວັນ​ຕົກ ບໍ່​ໄດ້​ໃຫ້​ຄວາມ​ສຳຄັນ ​ຕໍ່​ລູກ
​ສອນ​ໄຟ KN-08 ​ໂດຍ​ຖື​ວ່າ​ຍັງ​ລ້າ​ຫຼັງຢູ່ ຊຶ່ງຕົ້ນ​ແບບ​ທີ່​ຍັງ
ປະຕິບັດ​ງານ​ບໍ່​ໄດ້ ​ເວລາລູກ​ສອນ​ໄຟ ​ເຫຼົ່ານີ້​ປາກົດໃຫ້ເຫັນ
ຢູ່​ໃນ​ຮູບ ການເດີນ​ສວນສະໜາມຂອງທະຫານ ​ໃນ​ເດືອນ
​ເມສາ 2012 ​ແລະ​ອີກ​ຄັ້ງ​ນຶ່ງ​ໃນ​ເດືອນ​ກໍລະກົດຂອງ​ປີ​ນີ້. ​

ແຕ່​ສະ​ຖາ​ບັນສະຫະ ລັດ-​ເກົາຫລີ ທີ່​ມະຫາວິທະຍາ​ໄລ Johns Hopkins ກ່າວ​ວ່າ ລູກ​ສອນ​ໄຟນີ້ ​ເຖິງ​ແມ່ນ​ວ່າ​ເປັນ​ຂອງ​ປອມ ​ແຕ່ປາກົດ​ວ່າ​ມີ​ຄວາມກ້າວ​ໜ້າ ​ແລະ​ໄດ້​ບັນລຸ​ເປົ້າ​ໝາຍ​ໃນ​ອັນ​ທີ່​ຮ້ອງ​ວ່າ “​ເປັນ​ຕາ​ຢ້ານ” ນັ້ນ.

ລາຍ​ງານຂອງສະ​ຖາ​ບັນແຈ້ງ​ວ່າ ລູກ​ສອນ​ໄຟຕົ້ນ​ແບບ​ນີ້ ປາກົດ​ວ່າ​ໄດ້ສະ​ແດງ​ໃຫ້​ເຫັນ
​ວ່າ ​ເກົາຫລີ​ເໜືອສາມາດ​ປະກອບ​ຊິ້ນສ່ວນ ​ແລະ​ເທັກ​ໂນ​ໂລ​ຈີ “ດີ​ພໍ​ໃນ​ການ​ຜະລິດ​ລູກ​
ສອນ​ໄຟ ທີ່​ຄິດ​ວ່າ​ມີລັດສະໝີ​ການ​ຍິງ​ລະຫວ່າງ 5,500 ຫາ ​ໄກວ່າ 11,000 ກິ​ໂລແມັດ”
ຊຶ່ງນັ້ນແ​ມ່ນ​ໄປໄກ​ພໍ ​ສຳລັບເກົາຫລີ​ເໜືອ ທີ່​ຈະ ເຮັດ​ໃຫ້ຄຳຂູ່​ຂວັນ​ວ່າ ​ເກີດ​ຂຶ້ນ​ໄດ້ ​ໃນ​
ການສາມາດ​ໂຈມ​ຕີແຜ່ນດິນ​ໃຫຍ່ສະຫະ ລັດ ດ້ວຍຫົວ​ລະ​ເບີດ​ນິວເຄລຍ.

ລາຍ​ງານ​ໄດ້​ລະມັດລະວັງ ກ່ຽວກັບລູກ​ສອນ​ໄຟ KN-08 ທີ່ “​ເກືອບ​ແນ່ນອນ​ວ່າ” ຍັງ​
ໃຊ້​ການ​ບໍ່​ໄດ້ ​ແລະ​ອາດຈຳ​ເປັນ​ຕ້ອງ​ໄດ້​ທຳ​ການທົດລອງ ຢ່າງ​ໜ້ອຍ​ນຶ່ງ​ເທື່ອ.

ລາຍງານກ່າວ​ວ່າ ການ​ທົດ​ລອງ​ອາດ​ມີ​ຂື້ນໃນເວລາ​ໃດ​ກໍ​ໄດ້ຈາກ​ອຸບ ປະກອນ​ຕົ້ນ​ແບບ
ທີ່​ກ້າວໜ້າ​ ​ແລະ​ພາບ​ຖ່າຍ​ຈາກດາວ​ທຽມ​ຫວ່າງ​ມໍ່​ໆ​ມາ​ນີ້ ສະ​ແດງ​ໃຫ້​ເຫັນ​ການ​ປັບປຸງ
ຍົກ​ລະດັບຢູ່​ຖານ​ສົ່ງ​ລູກ​ສອນ​ໄຟທີ່​ສໍາຄັນ​ຂອງ​ເກົາຫລີ​ ເໜືອ.
XS
SM
MD
LG