ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໔ ພຶດສະພາ ໒໐໒໔

ໂຕກຽວກ່າວວ່າ ລູກສອນໄຟຂີ​ປະ​ນາ​ວຸດ​ຂ້າມ​ທະ​ວີບ ຂອງເກົາຫຼີເໜືອ ຍິງໄກທີ່ສຸດໃນເວລາ 74 ນາທີ


ຈໍໂທລະພາບ ສະແດງໃຫ້ເຫັນພາບການຍິງລູກສອນໄຟຂອງເກົາຫຼີເໜືອ ໃນລະຫວ່າງການລາຍງານຂ່າວ ຢູ່ທີ່ສະຖານີລົດໄຟ ໃນນະຄອນຫຼວງໂຊລ, ເກົາຫຼີໃຕ້, ວັນທີ 12 ກໍລະກົດ 2023.
ຈໍໂທລະພາບ ສະແດງໃຫ້ເຫັນພາບການຍິງລູກສອນໄຟຂອງເກົາຫຼີເໜືອ ໃນລະຫວ່າງການລາຍງານຂ່າວ ຢູ່ທີ່ສະຖານີລົດໄຟ ໃນນະຄອນຫຼວງໂຊລ, ເກົາຫຼີໃຕ້, ວັນທີ 12 ກໍລະກົດ 2023.

ເກົາຫຼີເໜືອ ໄດ້ຍິງລູກສອນໄຟຂີປະນາວຸດໄລຍະ​ໄກລູກດຽວ ອອກຈາກຊາຍຝັ່ງທາງທິດຕາເວັນອອກຂອງພວກເຂົາ, ໃນຂະນະທີ່ຜູ້ນໍາຂອງປະເທດຍີ່ປຸ່ນ ແລະເກົາຫຼີໃຕ້ ທີ່ໄປຮ່ວມກອງປະຊຸມສຸດຍອດອົງການ NATO ຢູ່ລີທົວເນຍ, ແລະ​ມີ​ກຳ​ນົດ ຈະຈັດການປະຊຸມສຸດຍອດສອງຝ່າຍ ໃນວັນພຸດມື້ນີ້.

ຫົວໜ້າເສ​ນາ​ທິການຮ່ວມຂອງເກົາຫຼີໃຕ້ ກ່າວວ່າ ລູກສອນໄຟຂີປະນາວຸດຂ້າມທະວີບທີ່ສົງໄສນັ້ນ ຖືກຍິງໃນເວລາ 10 ໂມງເຊົ້າ ຕາມເວລາທ້ອງຖິ່ນ ຈາກບໍລິເວນທາງພາກເໜືອ ຂອງນະຄອນຫຼວງພຽງຢາງ.

ລູກສອນໄຟດັ່ງກ່າວ ຖືກ​ຍິງ​ໃນ​ແນວໂຄ້ງ ຜ່ານເຂົ້າມາໃນຊັ້ນບັນຍາກາດຂອງໂລກ ແລ້ວລົງສູ່ພື້ນດິນປະມານ 1,000 ກິໂລແມັດໄປທາງພາກ​ຕາ​ເວັນ​ອອກ, ອີງຕາມ​ເຈົ້າ​ໜ້າ​ທີ່ຈາກໂຊລ ແລະໂຕກຽວ.

ຍີ່ປຸ່ນຄາດວ່າ ລູກສອນໄຟບິນຂຶ້ນສູງ ກວ່າ 6,000 ກິໂລແມັດ ກ່ອນທີ່ຈະຕົກ ລົງມາພາຍໃນ 74 ນາທີ ຫຼັງຈາກທີ່ຍິງອອກໄປ. ຖ້າແມ່ນຄວາມຈິງ, ນັ້ນອາດຈະເປັນລູກສອນໄຟທີ່ບິນໃນໄລຍະໄກທີ່ສຸດຂອງເກົາຫຼີເໜືອ, ອີງຕາມກະຊວງປ້ອງກັນປະເທດຂອງຍີ່ປຸ່ນ.

ຈາກນະຄອນຫຼວງວີລນຽສຂອງລີທົວເນຍ, ປະທານາທິບໍດີເກົາຫຼີໃຕ້ ທ່ານຢຸນ ຊຸກ ໂຢລ ໄດ້ຈັດການປະຊຸມສຸກເສີນ ກັບສະພາຄວາມໝັ້ນຄົງແຫ່ງຊາດ ໂດຍຜ່ານການໂທຫາທາງວີດີໂອ ກັບບັນດາລັດຖະມົນຕີທີ່ກ່ຽວຂ້ອງ ຢູ່ໃນນະຄອນ ຫຼວງໂຊລ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG