ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອ ສະຫຼອງ ຢ່າງຍິ່ງໃຫຍ່ ​ຫຼັງ​ຈາກ ​ກອງ​ປະ​ຊຸມໃຫຍ່ ຂອງພັກ


North Korea Congress
please wait
Embed

No media source currently available

0:00 0:02:01 0:00


ຜູ້ນຳເກົາຫຼີ​ເໜືອ​ ທ່ານ Kim Jong Un ​ໄດ້​ເປັນ​ປະທານ​ໃນ​ການ​ເດີນ​ສວນສະໜາມ​ທີ່​ຍິ່ງ​ໃຫຍ່​ໃນເຂດໃຈກາງນະຄອນຫຼວງ​ພຽງ​ຢາງ ​ໃນ​ວັນ​ອັງຄານ​ມື້ນີ້ ຊຶ່ງ​ເປັນ​ຂີດ​ໝາຍ​ຂອງການ ສິ້ນສຸດ​ລົງ​ ຂອງກອງ​ປະຊຸມ​ໃຫຍ່​ພັກລັດຖະບານ ​ທີ່ປົກຄອງ​ປະ​ເທດຢູ່​ໃນ​ຂະນະ​ນີ້ ຊຶ່ງ​ໃນ​ລະຫວ່າງ​ນັ້ນ ​ທ່ານໄດ້​ຮວບ​ຮວມ​ເອົາອຳນາດ​ທັງ​ໝົດ​ເຂົ້າມາ​ຢູ່​ໃນ​ກຳມືຂອງ​ທ່ານແລ້ວ​ນັ້ນ.

ມີ​ຜູ້​ຄົນ​ຫຼວງ​ຫຼາຍ​ຈຳນວນຫຼາຍ​ຮ້ອຍພັນ​ຄົນ ​ໄດ້​ພາ​ກັນໃສ່ຊຸດສີ​ເຈີດ​ຈ້າ​ເດີນ​ສວນສະໜາມ ຜ່ານ​ຈະຕຸ​ລັດ​ທີ່​ໃສ່​ຊື່​ປູ່​ຂອງ​ທ່ານ Kim ​ຊຶ່ງ​ເປັນ​ຜູ້ກໍ່​ຕັ້ງອຳນາດ​ການ​ປົກຄອງນີ້ຂຶ້ນ​ມາ ນັ້ນກໍ​ແມ່ນ​ທ່ານ Kim Il Sung. ບຸກຄົນ​ອື່ນໆ​ໄດ້​ຂີ່​ລົດ​ທີ່​ປະດັບ​ປະດາ​ດ້ວຍ​ຄຳ​ຂັວນ​ແລະ​ປ້າຍ​ຕ່າງໆທີ່ສະ​ແດງ​ອອກ​ເຖິງ​ຄວາມ​ຮັກ​ຊາດ ​ໃນຂະນະ​ທີ່​ທ່ານ Kim Jung Un ຢືນຊົມ​ການ​ສວນສະໜາມ​ທີ່​ວ່າ​ນີ້ ​ແລະໂບກ​ມື​ໄປມາ ຕໍ່​ປະຊາຊົນ ທີ່​ມອງ​ລົງ​ມາຈາກ​ລະບຽງ​ທີ່​ທ່ານ​ຢືນ​ຢູ່ເທິງ​ຈະຕຸ​ລັດ​ນັ້ນ.

ກອງປະຊຸມ​ໃຫຍ່​ເປັນ​ເວລາ 4 ມື້​ຂອງພັກ​ແຮງ​ງານ ຊຶ່ງໄຂ​ຂຶ້ນ​ເປັນ​ຄັ້ງ​ທຳ​ອິດ​ໃນ​ຮອບ 36 ປີ​ຂອງ​ປະ​ເທດ ​ໄດ້​ສິ້ນ​ສຸດ​ລົງ​ໃນ​ວັນ​ຈັນ​ວານ​ນີ້ ​ຫຼັງ​ຈາກ​ກອງ​ປະ​ຊຸມ​ໄດ້​ຮັບຮອງ​ເອົາ ນະ​ໂຍ ບາຍ “Byonging​” ​ຂອງທ່ານ Kim ​ເພື່ອ​ສື​ບຕໍ່​ໃນ​ນະ​ໂຍບາຍ​ການ​ພັດທະນາເສດ​ຖະກິດ​ຂອງ​ປະ​ເທດ​ ໄປ​ພ້ອມໆ​ກັນ​ກັບ​ການເສີມ​ຂະຫຍາຍຄັງ​ອາວຸດ​ນິວ​ເຄລຍຂອງ​ເກົາຫຼີ​ເໜືອ ນັ້ນ. ກອງ​ປະຊຸມ​ໃຫຍ່​ຂອງ​ພັກ ຍັງ​ໄດ້ມອບ​ຕຳ​ແໜ່​ງປະ​ທານ​ພັກ ​ໃຫ້​ແກ່ທ່ານ Kim ຜູ້​ຊຶ່ງ​ຢູ່​ໃນ​ໄວ 33 ປີ ​ໂດຍ​ປະກາດ​ວ່າ​ທ່ານເປັນ​ຜູ້​ສືບ​ທອດ​ຕຳ​ແໜ່​ງທີ່​ຖືກຕ້ອງ​ຊອບທຳ ຈາກ​ປູ່​ ສູ່ ພໍ່ ອະດີດ​ຜູ້ນຳ Kim Jong Il.

ນອກ​ນັ້ນກອງ​ປະຊຸມ​ໃຫຍ່ ຍັງ​ໄດ້​ແຕ່ງ​ຕັ້ງ​ໃຫ້ທ່ານ Ri Yong-Gil ອະດີດ​ຜູ້​ນັບ​ຊາ​ການ​ທະຫານຂອງ​ເກົາຫຼີ​ເໜືອ ​ເຂົ້າ​ຮັບ​ຕຳ​ແໜ່​ງ​ເປັນ​ເຈົ້າ​ໜ້າ​ທີ​ອະ​ວຸ​ໂສ​ກຳກັບ​ໜ້າ​ທີ່ສຳຄັນ ພຽງບໍ່​ເທົ່າ​ໃດ​ເດືອນ​ຫຼັງຈາກ​ທີ່​ເຈົ້າ​ໜ້າ​ທີ່​ສື​ບລັບ​ຂອງ​ເກົາຫຼີ​ໃຕ້ ​ໄດ້​ກ່າວ​ວ່າ ທ່ານ​ໄດ້​ຖືກ​ປະຫານ ​ຊີວິດ ໃນ​ຂໍ້​ຫາ​ສໍ້​ລາດ​ບັງ​ຫຼວງ ​ແລະ​ຂໍ້​ຫາ​ອື່ນໆ​ນຳ.

ກະລຸນາອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ

XS
SM
MD
LG