ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ເກົາຫຼີເໜືອ ປ່ອນບັດເອົາ ສະພາປະຊາຊົນ ສູງສຸດ (ວີດີໂອ)


North Korea Election 3-9-14
please wait

No media source currently available

0:00 0:00:45 0:00

ການເລືອກຕັ້ງທີ່ ເກົາຫຼີເໜືອ, ວັນທີ 9 ມີນາ 2014.

ບັນດາ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ເກົາຫຼີ​ເໜືອ ພາກັນ​ອອກ​ໄປ​ປ່ອນ
​ບັດ ​ເພື່ອ​ເລືອກ​ຕັ້ງ​ເອົາສະພາ ​ແຫ່ງ​ຊາດ ທີ່ມີໜ້າ​ທີ່​ເປັນ​ພຽງ
ຄັນ​ຕາ​ລະ​ບັດ​ຊື່ໆນັ້ນ ​ເຖິງແມ່ນເຂົາ​ເຈົ້າ​ບໍ່​ມີ​ສິດ​ທີ່​ຈະເລືອກ​
ເອົາ​ພວກ​ທີ່​ເຂົາ​ເຈົ້າ​ຕ້ອງການ​ນັ້ນກໍ​ຕາມ ເນື່ອງ​ຈາກວ່າ ມີ
​ຜູ້​ສະມັກ​ພຽງຄົນ​ດຽວ​ ສຳລັບ​ໃນ​ແຕ່ເຂດ​ເລືອກ​ຕັ້ງ​ທັງ​ໝົດ
687 ​ເຂດ​ນັ້ນ.

ການ​ປ່ອນ​ບັດເອົາສະພາ​ປະຊາຊົນ​ສູງ​ສຸດ ໃນ​ວັນ​ອາທິດມື້​ນີ້
​ແມ່ນ​ເປັນ​ເທື່ອທຳ​ອິດ​ໃນ​ຮອບ 5 ປີ ຜ່ານ​ມາ ​ແລະ​ເປັນ​ເທື່ອ
​ທຳ​ອິດ ​ພາຍ​ໃຕ້​ການ​ນຳພາ​ຂອງ ກິມ ຈົງ ອູ​ນ ຜູ້​ນໍາ ທີ່​ຍັງ​ໝຸ່ມ
​ແໜ້ນ​ນັ້ນ.

ສະພາ​ດັ່ງກ່າວ ​ແມ່ນ​ເປັນ​ສະ​ຖາ​ບັນ​ທີ່​ມີ​ອຳນາດ​ສູງ​ສຸດ ພາຍ​ໃຕ້​ລັດຖະທຳ​ມະນູນ
​ຂອງ​ເກົາຫຼີ​ເໜືອ ​ແຕ່ໃນ​ຄວາມ​ເປັນ​ຈິງ​ແລ້ວ ມີ​ອຳນາດ​ທາງ​ການ​ເມືອງ​ ໜ້ອຍ​ຫຼາຍ.

ບັນດາ​ນັກວິ​ເຄາະ ກຳລັງພາກັນ​ຕິດຕາມ​ເບິ່ງ ຜົນ​ຂອງ​ການ​ເລືອກ​ຕັ້ງຢ່າງ​ໃກ້​ຊິດ ເພື່ອ
ມອງ​ຫາຮ່ອງຮອຍ​ຕ່າງໆ ຂອງ​ການ​ປ່ຽນ​ແປງ​ອຳນາດ ຫຼັງ​ຈາກ​ການ​ປະຫານ​ຊີວິດ ທ່ານ
Jang Song Thaek ອາວເຂີຍຂອງ​ທ່ານ​ກິມ ຈົງ ອູນ ​ໃນ​ເດືອນ​ທັນວາ​ ປີຜ່ານມາ​.
XS
SM
MD
LG