ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫລີເໜືອ ໂຈະການສ້າງ ຖານຍິງ ລູກສອນໄຟ ແຫ່ງໃໝ່


ຮູບພາບຈາກດາວທຽມ ສະແດງໃຫ້ເຫັນ ຖານສົ່ງລູກສອນໄຟ ທີ່ Tongch'ang-ni ເກົາຫລີເໜືອ.
ຮູບພາບຈາກດາວທຽມ ສະແດງໃຫ້ເຫັນ ຖານສົ່ງລູກສອນໄຟ ທີ່ Tongch'ang-ni ເກົາຫລີເໜືອ.
ສະ​ຖາ​ບັນ​ຄົ້ນ​ຄົ້ວ​ແຫ່ງ​ນຶ່ງ​ທີ່​ມີ​ສຳນັກງານ​ຢູ່ສະຫະລັດ ກ່າວ​ວ່າ
ຮູບ​ພາບ​ໃໝ່​ທີ່​ຖ່າຍຈາກ​ດາວ​ທຽມ ​ສະ​ແດງ​ໃຫ້​ເຫັນ​ວ່າ
​ເກົາຫລີ​ເໜືອ ໄດ້​ຢຸດ​ການ​ກໍ່ສ້າ​ງທີ່​ຖານສົ່ງ ຊຶ່ງ​ສາມາດ​ໃຊ້​
ທົດ​ລອງ​ລູກ​ສອນ​ໄຟ​ຂ້າມ​ທະວີບ​ໄດ້​ນັ້ນ.

ເວັບ​ໄຊ​ທ໌ຊື່ວ່າ 33 North ກ່າວ​ວ່າ ການຫ​ລ້າ​ຊ້າ ອາດ​ເນື່ອງ​ມາ​ຈາກ​ເກີດ​ຝົນ ຕົກ​ໜັກ​ຫວ່າງ​ມໍ່ໆ​ມາ​ນີ້ ​ຊຶ່ງ​ອາດ​ຈະ​ເຮັດ​ໃຫ້​ໂຄງການ​ນີ້ ສຳ​ເລັດ​ຊ້າ​ກວ່າ​ກຳນົດ ​ເຖິງ​ອີກສອງ​ປີ.
​ຖານ​ສົ່ງແຫ່ງໃໝ່ ຊຶ່ງຕັ້ງ​ຢູ່​ທີ່ຖານ​ສົ່ງ​ດາວ​ທຽມ Tonghae ​ມີ​ກໍານົດ​ຈະສ້າງ​ສຳ ​ເລັດ​ ປະມານ​ປີ 2015.

ແຕ່ພວກ​ນັກຄົ້ນຄວ້າກ່າວ​ວ່າ ບັນດາຮູບ​ພາບທີ່​ຖ່າຍ​ໃນ​ວັນ​ທີ 29 ເດືອນສິງຫາ ​ຍັງໄດ້​ສ​ະ​ແດງ​ໃຫ້​ເຫັນ​ວ່າພຽງ​ຢາງກໍາລັງ​ປະຕິບັດ​ງານ​ຢູ່​ທີ່​ຖານ​ສົ່ງ​ລູກ​ສອນ​ໄຟ ທີ່​ມີ​ຢູ່​ແລ້ວ​ ​ໃນ​ສະຖານ​ທີ່​ແຫ່ງ​ດຽວ​ກັນ ​ທີ່​ເຄີຍ​ໃຊ້​ທົດ​ລອງ ສົ່ງລູກ​ສອນ​ໄຟ​ຄັ້ງ ກ່ອນໆ​ນັ້ນ.

ເຖິງ​ແມ່ນ​ວ່າ ລາຍງານແຈ້ງໃຫ້ຊາບ​ວ່າ ບໍ່​ໄດ້ເຫັນ​ຮ່ອງຮອຍໃດໆກ່ຽວ​ກັບ​ວ່າຈະ​ມີ​ການ
ສົ່ງ​ລູກ​ສອນ​ໄຟ​ກໍ​ຈິງ ​ແຕ່ກໍ​ໄດ້​ກ່າວ​ວ່າ ​ເກົາຫລີ​ເໜືອຍັງ​ສາມາດ​ຍິງ​ລູກສ​ອນ​ໄຟ ລະຍະ​
ໄກ ຈາກ​ຖານ​ສົ່ງທີ່ Sahae ​ໄດ້ ຊຶ່ງ​ເປັນ​ບ່ອນ​ດຽວ​ກັນ​ກັບທີ່​ເຂົາ​ເຈົ້າໄດ້​ທົດ​ລອງ​ຍິງ​ລູກ​ສອນ​ໄຟ​ທີ່​ປະສົບ​ກັບຄວາມ​ຫລົ້ມ​ແຫລວ ໃນເດືອນ​ເມສາແລ້ວ​ນີ້.

ເກົາ​ຫລີ​ເໜືອກ່າວ​ວ່າ ການ​ຍິງ​ລູກ​ສອນ​ໄຟ​ຂອງ​ຕົນ​ໃນ​ເດືອນ​ເມສາ​ແລ້ວ​ ​ໄດ້​ແນ ໃສ່ການ​ສົ່ງ​ດາວ​ທຽມຂຶ້ນສູ່ວົງ​ໂຄຈອນ. ​ແຕ່​ສະຫະລັດ ​ແລະ​ປະ​ເທດ​ອື່ນໆ ​ໄດ້​ປະນາມ​ການ​ກະທໍາ​ດັ່ງກ່າວ ໂດຍ​ກ່າ​ວວ່າ ມັນ​ແມ່ນ​ຂໍ້​ອ້າງການ ​ເພື່ອ​ໃຊ້​ສຳ​ຫຼັບ ທົດ​ລອງຍິງ​ລູກ​ສອນ​ໄຟ​ລະຍະ​ໄກ ທີ່​ຖືກຫ້າມ​ໂດຍການ​ລົງ​ໂທດ​ຂອງສະຫະ​ປະ ຊາ​ຊາດ.
XS
SM
MD
LG