ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ​ເອົາ​ບາດກ້າວ ​​ເພີ້ມ​ຂຶ້ນ ຕໍ່ເກົາຫຼີເໜືອ ບໍ່ໃຫ້ເຂົ້າເຖິງ ລະບົບການເງິນ


ທ່ານ Kim Jong Un, ໃນກອງປະຊຸມຢູ່ນະຄອນ Pyongyang, ປະເທດເກົາຫຼີເໜືອ, 7 ພຶດສະພາ, 2016.
ທ່ານ Kim Jong Un, ໃນກອງປະຊຸມຢູ່ນະຄອນ Pyongyang, ປະເທດເກົາຫຼີເໜືອ, 7 ພຶດສະພາ, 2016.

ສະຫະລັດ ​ພວມເອົາ​ບາດກ້າວເພີ້ມ​ຂຶ້ນ ທີ່​ຈະ​ຕັດ​ການ​ເຂົ້າ​ເຖິງ​ລະບົບ​ການ​ເງິນ​ສະຫະລັດ ຂອງເກົາຫຼີ​ເໜືອ ​ໂດຍ​ທີ່​ເອີ້ນການກະທຳ​ຂອງ​ເກົາຫຼີ​ເໜືອ​ນັ້ນວ່າ ​ແມ່ນຄວາມ​ເປັນ​ຫ່ວງ​ຕົ້ນ ຕໍ​ກ່ຽວ​ກັບການ​ຟອກ​ເງິນ.

ທະນາຄານ​ສະຫະລັດ ​ແລະສະ​ຖາ​ບັນ​ການ​ເງິນ​ອື່ນໆ ​ແມ່ນ​ໄດ້​ຖືກ​ຫ້າມ​ບໍ່​ໃຫ້​ເຮັດ​ທຸ​ລະ​ກິດ​ໂດຍ​ກົງ​ກັບ​ເກົາຫຼີ​ເໜືອ. ການ​ເອົາ​ບາດກ້າວ​ທີ່​ໄດ້​ປະກາດ​ໃນ​ວັນ​ພຸດ​ວານ​ນີ້ ​ແມ່ນຈະ​ບັງຄັບ​ໃຫ້​ທະນາຄານ​ແລະ​ສະ​ຖາ​ບັນ​ການ​ເງິນ​ເຫຼົ່ານີ້ ມີຄວາມ​ລະມັດ ລະວັງ​ເປັນ​ພິ​ເສດ ບໍ່​ໃຫ້​ທະ ນາຄານ​ຢູ່ໃນ​ບັນດາປະ​ເທດ​ທີ 3 ​ເຂົ້າ​ເຖິງ​ລະບົບການ ​ເງິນຂອງ​ສະຫະລັດ ​ໃນ​ຖານະເປັນ​ຜູ້​ຕາງໜ້າ​ໃຫ້​ເກົາຫຼີ​ເໜືອ.

​ເຈົ້​າໜ້າ​ທີ່ກະຊວງການເງິນ​ອະ​ວຸ​ໂສ​ ທ່ານ Andrew Szubin ​ໄດ້​ກ່າວ​ໃນ​ວັນ​ພຸດ​ວານ​ນີ້ວ່າ ສະຫະລັດ ສະພາ​ຄວາມໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ ​ແລະບັນດາ​ປະ​ເທດ​ພາຄີ ຂອງ​ເຮົາ​ໃນ​ທົ່ວ​ໂລກ ​ຍັງ​ສືບ​ຕໍ່​ຈັບ​ຕາ​ເບິ່ງ ​ໄພ​ຂົ່ມຂູ່​ທີ່​ເກົາຫຼີເໜືອ ຈະ​ກະທຳ​ຕໍ່​ລະບົບ​ການ​ເງິນ​ຂອງ​ ໂລກ. ລະບອບ​ການ​ປົກຄອງ​ທີ່​ວ່າ​ນີ້ ​ແມ່ນ ມີ​ຊື່​ສຽງ​ບໍ່​ດີໃນ​ການ​ຫລອກ​ລວງ​ກ່ຽວ​ກັບ​ການ​ໂອນ​ເງິນ​ຂອງ​ຕົນ ​ເພື່ອ​ຈະ​ສືບ​ຕໍ່​ໂຄງ ການ​ສ້າງ​ອາວຸດ​ທີ່​ຜິດ​ກົົດໝາຍ​ແລະ​ກິດຈະ ກຳ​ທີ່​ສ້າງ​ຄວາມ​ບໍ່​ທຸ່ນ​ທ່ຽງ​ອື່ນໆ.

​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດສະຫະລັດ ທ່ານ John Kirby ​ ​ໄດ້​ກ່າວ​ໃນ​ວັນ​ພຸດ​ວານ​ນີ້​ວ່າ ​ເກົາຫຼີ​ເໜືອໄດ້​ໃຊ້​ສະ​ຖາ​ບັນ​ການ​ເງິນ ທີ່​ຄວບ​ຄຸມ​ໂດຍ​ລັດຖະບານ ແລະ​ໃຊ້​ບັນດາ​ບໍລິສັດ​ຕ່າງ​ໆບັງ​ໜ້າ ເພື່ອ​ປິດ​ບັງ​ການ​ໂອນ​ເງິນ ​ທີ່​ສະໜັບສະໜຸນ ​ການ​ສ້າງ​ອາວຸດທີ່​ມີ​ອະນຸ​ພາບ​ຮ້າຍ​ແຮງ ​ແລະ​ໂຄງການ​ລູກ​ສອນ​ໄຟຂີ​ປະ​ນາ​ວຸດ​.

ໃນ​ວັນ​ພຸດ​ວານ​ນີ້​ເຊັ່ນ​ກັນ ສະພາ​ຄວາມໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ ​ໄດ້​ປະນາມ​ຢ່າງ​ແຮງ ຕໍ່​ການ​ທົດ​ລອງ​ລູກ​ສອນ​ໄຟຂອງ​ເກົາຫຼີ​ເໜືອ​ທີ່​ໄດ້ປະສົບ​ກັບ​ຄວາມ​ລົ້ມ​ແຫຼວ ​ໃນ​ເດືອນ ແລ້ວແລະ​ເດືອນ​ເມສາ ຜ່ານ​ມາ​ນີ້.

ສະພາ​ຄວາມໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ ຍັງໄດ້ກ່າວຢ້ຳ​ອີກ​ວ່າ ຄວາມ​ພະຍາຍາມ​ທີ່ຈະ​ທົດ​ລອງ​ລູກ​ສອນ​ໄຟ ຊ້ຳ​ແລ້ວ ຊ້ຳ​ອີກ ​ແມ່ນ “​ເປັນ​ການ​ລະ​ເມີດ​ທີ່​ຮ້າຍ​ແຮງ​ທີ່​ສຸດ ຕໍ່​ມະຕິ​ຂອງ​ອົງການ​ສະຫະ​ປະຊາ​ດໃນ​ເທື່ອ​ກ່ອນ ​ສ້າງຄວາມ​ເຄັ່ງ​ຕຶງ​ໃນ​ທົ່ວ​ໂລກ​ ​ແລະ​ມີ​ສ່ວນ​ຕໍ່​ການ​ພັດທະນາ​ລູກ​ສອນ​ໄຟ ທີ່​ສາ​ມາ​ດບັນຈຸ​ຫົວ​ລະ​ເບີດນິວ​ເຄລຍ.

ສະພາ​ຄວາມໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ ​ໄດ້​ກ່າວ​ວ່າ ຕົນ​ເສຍ​ໃຈ​ທີ່​ເກົາຫລີ​ເໜືອໄດ້​ຫັນ​ເຫ​ຊັບພະ​ຍາ​ກັນ​ຂອງ​ຕົນໄປ​ໃສ່​ການ​ສ້າງ​ລູກ​ສອນ​ໄຟ ​ໃນ​ຂະນະ​ທີ່​ປະຊາ​ຊົນ​ເກົາຫຼີ​ເໜືອ ຂາດ​ແຄນ​ປັດ​ໄຈ​ອື່ນໆ ທີ່​ຈຳເປັນຢ່າງ​ສາຫັດ​ນັ້ນ.

ກະລຸນາ​ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG