ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເກົາຫຼີເໜືອສົ່ງຂໍ້ຄວາມທີ່ສັບສົນ ກ່ຽວກັບຄວາມເປັນໄປໄດ້ທີ່ຈະມີການ ເຈລະຈາກັບສະຫະລັດ


ຜູ້ຕາງໜ້າຂອງສະຫະລັດສໍາລັບເກົາຫລີເໜືອ, ທ່ານ Sung Kim ພົບກັບລັດຖະມົນຕີກະຊວງທ້ອນໂຮມຊາດຂອງເກົາຫລີໃຕ້, ທ່ານ Lee In-young
ຜູ້ຕາງໜ້າຂອງສະຫະລັດສໍາລັບເກົາຫລີເໜືອ, ທ່ານ Sung Kim ພົບກັບລັດຖະມົນຕີກະຊວງທ້ອນໂຮມຊາດຂອງເກົາຫລີໃຕ້, ທ່ານ Lee In-young

ໃນວັນອັງຄານມື້ນີ້ ເກົາຫຼີເໜືອບໍ່ໄດ້ໃຫ້ຄວາມສໍາຄັນຕໍ່ຄວາມເປັນໄປໄດ້ຂອງການເຈລະຈາກັບສະຫະລັດ, ໃນຫຼາຍມື້ຫຼັງຈາກຜູ້ນຳກິມ ຈົງ ອຶນ ຂອງປະເທດນັ້ນ ໄດ້ສະແດງທ່າທີໃນຄວາມເປັນໄປໄດ້ຂອງການເຈລະຈາ.

ທ່ານນາງ ກິມ ໂຢ ຈອງ, ນ້ອງສາວທີ່ມີອິດທິພົນຂອງຜູ້ນຳເກົາຫຼີເໜືອ, ໄດ້ກ່າວໃນຖະແຫຼງການສະບັບນຶ່ງວ່າ ສະຫະລັດເບິ່ງຄືວ່າ ມີຄວາມຄາດຫວັງທີ່ “ຜິດພາດ” ຕໍ່ຄຳເຫັນຂອງອ້າຍຂອງນາງເມື່ອມໍ່ໆມານີ້.

“ມັນເບິ່ງຄືວ່າສະຫະລັດອາດຈະຕີຄວາມໝາຍຂອງສະຖານະການໃນທາງທີ່ຈະຫາທາງປອບໃຈຕົວເອງ. ຄວາມຄາດຫວັງທີ່ພວກເຂົາເລືອກທີ່ຈະເດີນໄປໃນທາງທີ່ຜິດ, ຈະເຮັດໃຫ້ພວກເຂົາຕົກຢູ່ໃນຄວາມຜິດຫວັງທີ່ຍິ່ງໃຫຍ່ກວ່າເກົ່າ,” ນັ້ນຄືຄໍາເວົ້າຂອງທ່ານນາງຢູ່ໃນຖະແຫລງທີ່ນໍາມາເຜີຍແຜ່ໂດຍອົງການຂ່າວ ສູນກາງເກົາຫລີຂອງລັດຖະບານ.

ໃນກອງປະຊຸມຂອງພັກ ທີ່ປົກຄອງປະເທດໃນປັດຈຸບັນ ເມື່ອວັນອາທິດແລ້ວນີ້ ຢູ່ທີ່ພຽງຢາງ, ທ່ານ ກິມ ຈົງ ອຶນ ກ່າວວ່າ ປະເທດຂອງທ່ານຕ້ອງໄດ້ກຽມພ້ອມສຳລັບທັງ “ການເຈລະຈາ ແລະການປະເຊີນໜ້າກັນ.”

ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງທຳນຽບຂາວ, ທ່ານ ເຈກ ຊູລິວານ ກ່າວໃນວັນອາທິດຜ່ານມານີ້ ໃນລາຍການໂທລະພາບ This Week ຂອງອົງການຂ່າວ ABC ວ່າ ຄຳເຫັນຂອງທ່ານ ກິມ ແມ່ນ “ສັນຍານທີ່ໜ້າສົນໃຈ” ແຕ່ທ່ານກໍເວົ້າວ່າ ທ່ານຢາກເຫັນສັນຍານທີ່ຈະແຈ້ງກວ່າຈາກພຽງຢາງ. ທ່ານຍັງໄດ້ກ່າວຢໍ້າອີກວ່າ ວໍຊິງຕັນຢາກໃຫ້ມີການເຈລະຈາໂດຍກົງກັບຄືນມາອີກ ໃນເລື້ອງໂຄງການນິວເຄຼຍຂອງເກົາຫຼີເໜືອ.

ຄະນະລັດຖະບານປະທານາທິບໍດີສະຫະລັດ, ທ່ານ ໂຈ ໄບເດັນໄດ້ສຳເລັດການທົບທວນນະໂຍບາຍຂອງເກົາຫຼີເໜືອ ໃນເດືອນແລ້ວນີ້ ໂດຍກ່າວວ່າ ຕົນເປີດເສັ້ນທາງໃຫ້ມີການເຈລະຈາ ແຕ່ກໍຮຽກຮ້ອງໃຫ້ເກົາ ຫຼີເໜືອຕ້ອງປະຖິ້ມອາວຸດນິວເຄຼຍຂອງຕົນ.

ໃນລະຫວ່າງການຢ້ຽມຢາມນະຄອນຫລວງໂຊລ ໃນອາທິດນີ້, ທ່ານ ຊຸງ ກິມ, ທູດພິເສດຂອງສະຫະລັດສໍາລັບເກົາຫຼີເໜືອກ່າວວ່າ ທ່ານຫວັງວ່າ ເກົາຫຼີເໜືອ ຈະຕອບມາໃນທາງບວກໃນການພົບປະກັນ “ໃນເວລາໃດກໍໄດ້, ຢູ່ໃສກໍໄດ້ໂດຍບໍ່ມີເງື່ອນໄຂຕັ້ງໄວ້ລ່ວງໜ້າໃດໆໝົດ.”

ທູດພິເສດສະຫະລັດໃນອາທິດນີ້ກຳລັງພົບປະກັບຄູ່ຕຳແໜ່ງຂອງທ່ານ ຈາກເກົາຫຼີໃຕ້ ແລະຍີ່ປຸ່ນ, ເພື່ອສະແດງທ່າທີ ທີ່ເປັນເອກະພາບກ່ຽວກັບບັນຫາເກົາຫຼີເໜືອ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG