ທ່ານກິມຈົງອຸນ ໄດ້ຖືກປະກາດໃຫ້ເປັນຜູ້ນຳສູງສຸດຂອງພັກກຳມະກອນທີ່ປົກຄອງປະເທດຢູ່
ໃນເວລານີ້ແລະກອງທັບຂອງເກົາຫຼີເໜືອ ໃນລະຫວ່າງພິທີໄວ້ອາໄລໃຫ້ແກ່ມື້ລາງບິດາທ່ານ
ຄືທ່ານກິມຈົງອິລ ທີ່ນະຄອນຫຼວງພຽງຢາງ.
ໂທລະພາບຂອງທາງການເກົາຫຼີເໜືອໄດ້ອອກຂ່າວກ່ຽວກັບການໂຮມຊຸມນຸມຂະໜາດໃຫຍ່
ຂອງປະຊາຊົນ ໃນພິທີໄວ້ອາໄລຊຶ່ງຈັດຂຶ້ນທີ່ຈະຕຸລັດກິມອິນຊຸງ.
ຂະນະທີ່ທ່ານກິມຈົງອຸນຫຼຽວລົງໄປເບິ່ງ ຈາກລະບຽງຂອງທຳນຽບນັ້ນ ທ່ານກິມຢົງນາມ ປະ
ມຸກປະເທດທີ່ກຳກັບໃນດ້ານພິທີການຂອງເກົາຫຼີເໜືອກ່າວຕໍ່ຝູງຊົນທີ່ໄປຮ່ວມວ່າທ່ານກິມໄດ້
ສືບທອດອຸດົມການ ຄຸນນະສົມບັດແລະຈຸດມຸ່ງໝາຍໃນການປະຕິວັດຂອງບິດາທ່ານ.
ທົ່ວປະເທດໄດ້ມີການສະຫງົບສະຕິອາລົມເປັນເວລາ 3 ນາທີໃນຂະນະທີ່ພິທີດັ່ງກ່າວສິ້ນສຸດ
ລົງໃນຕອນທ່ຽງຂອງວັນພະຫັດມື້ນີ້ ຕາມເວລາທ້ອງຖິ່ນ. ໂທລະພາບຂອງທາງການເກົາຫຼີ
ເໜືອໄດ້ອອກຂ່າວໃຫ້ເຫັນວ່າ ປະຊາຊົນໄດ້ພາກັນຢືນແບບບໍ່ຕີງແລະພາກັນກົ້ມຫົວລົງຂະ
ນະທີ່ລົດໄຟ ກຳປັ່ນ ແລະຍວດຍານພາຫະນະອື່ນແບບແກສຽງດັງກ້ອງສະນັ່ນ.
ພິທີໄວ້ອາໄລທີ່ວ່ານີ້ແມ່ນພາກສ່ວນນຶ່ງຂອງພິທີສົ່ງສະການເປັນເວລາສອງມື້ສຳລັບທ່ານກິມ
ຈົງອິລທີ່ໄດ້ເຖິງແກ່ມໍລະນະກຳຍ້ອນໂຣກຫົວໃຈວາຍເມື່ອວັນທີ 17 ທັນວາຜ່ານມານີ້.