ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ພວກນັກໂທດ ອາເມຣິກັນ ທີ່ເກົາຫຼີເໜືອປ່ອຍ ມາຮອດ ສະຫະລັດ ແລ້ວ


ທ່ານ Kenneth Bae (ຊ້າຍ) ພົບກັບຄອບຄົວຂອງທ່ານ ຢູ່ຖານທັບອາກາດ Lewis-McChord ທີ່ Fort Lewis, ລັດວໍຊິງຕັນ ວັນທີ 8 ພະຈິກ 2014.
ທ່ານ Kenneth Bae (ຊ້າຍ) ພົບກັບຄອບຄົວຂອງທ່ານ ຢູ່ຖານທັບອາກາດ Lewis-McChord ທີ່ Fort Lewis, ລັດວໍຊິງຕັນ ວັນທີ 8 ພະຈິກ 2014.

ທ່ານ Kenneth Bae ​ແລະ​ທ້າວ Todd Miller ​ເດີນທາງ​ມາ
​ຮອດ​ຖານ​ທັບ​ທະຫານແຫ່ງ​ນຶ່ງໃນ​ລັດ​ວໍ​ຊິງ​ຕັນ ທາງ​ພາກ​ຕາ​
ເວັນ​ຕົກ​ ຂອງ​ສະຫະລັດ ​ໃນ​ຄືນ​ວັນ​ເສົາ​ວານ​ນີ້. ພວກ​ເຂົາ​
ເຈົ້າບິນ​ກັບ​ຄືນ​ປະ​ເທດ ​ຮ່ວມ​ກັບ​ທ່ານ James Clapper
ຫົວໜ້າ​ອົງການ​ສືບ​ລັບ​ແຫ່ງ​ຊາດ​ສະຫະລັດ ທີ່​ເປັນ​ຜູ້​ເຈລະ
ຈາ​ໃນ​ການ​ປ່ອຍ​ໂຕບຸກຄົນ​ທັງ​ສອງ​ນີ້.

ທ່ານ Kenneth Bae ​ໄດ້​ຖືກ​ຮັບ​ຕ້ອນ​ໂດຍ​ຄອບຄົວ​ຂອງ
ທ່ານ ຮວມທັງ​ຍາ​ແມ່​ຂອງທ່ານ ນາງ Myung Bae ຜູ້​ທີ່​ກ່າວ
​ຕໍ່​ພະ​ແນ​ກ​ເກົາຫຼີ ວີ​ໂອ​ເອໃນ​ວັນ​ເສົາ​ວານ​ນີ້​ວ່າ ນາງ​ໄດ້​ລໍຖ້າ
​ຂ່າວ​ດັ່ງກ່າວ​ມາ​ເປັນ​ເວລາ​ດົນ​ນານ ຈົນນາງບໍ່​ສາມາດ​ເຊື່ອ​
ໄດ້ ​ເວລາ​ກະຊວງ​ການ​ປະ​ເທດ​ສະຫະລັດ​ຕິດ​ຕໍ່​ໄປຫານາງ​ໃນ​ວັນ​ເສົາ​ວານ​ນີ້.

​ໃນ​ການ​ຖະແຫຼງ​ຕໍ່​ກອງ​ປະຊຸມ​ນັກ​ຂ່າວ​ເປັນ​ເວລາ​ສັ້ນໆ ທີ່​ຖານ​ທັບ​ແຫ່ງນັ້ນ ທ່ານ Ken
neth Bae ​ໄດ້​ສະ​ແດງ​ຄວາມຂອບ​ອົກ​ຂອບ​ໃຈ​ນຳ​ພວກ​ທີ່​ທ່ານ​ເອີ້ນ​ວ່າ ​“ໃຫ້ການ​ສະ
ໜັບສະໜຸນ ​ແລະ​ກຳລັງໃຈທ່ານ ​ແລະ​ບໍ່ລືມ​ທ່ານ.”

ຮູບທີ່ບໍ່ໄດ້ລະບຸວັນເວລາ ຂອງທ່ານ Kenneth Bae(ຂວາ) ແລະທ້າວ Matthew Todd Miller.
ຮູບທີ່ບໍ່ໄດ້ລະບຸວັນເວລາ ຂອງທ່ານ Kenneth Bae(ຂວາ) ແລະທ້າວ Matthew Todd Miller.

ທ່ານ Kenneth Bae ອະດີດ​ນັກ​ໂທດ ​ທີ່​ເກົາຫຼີ​ເໜືອ ກ່າວ​ວ່າ
“ຂ້າພະ​ເຈົ້າພຽງ​ແຕ່​ຢາກ​ເວົ້າ​ວ່າຂອບ​ໃຈ​ໝົດ​ທຸກ​ຄົນ​ທີ່​ໃຫ້ການ
​ສະໜັບສະໜຸນ ແລະ​ຢືນ​ຢູ່​ຄຽງ​ບ່າ​ຄຽງ​ໄຫລ່​ ກັບ​ຂ້າພະເຈົ້າໃນ​
ຂະນະ​ນີ້ ​ແລະເປັນ​ການ​ໃຫ້​ພອນ​ທີ່​ປະຫຼາດ​ໃຈ​ທີ່ີສຸດ ທີ່​ເຫັນ​ມີ
​ຜູ້​ຄົນ​ຈຳນວນ​ຫລາຍ ທີ່ເຂົ້າພົວພັນ ​ແລະໃຫ້​ຂ້າພະເຈົ້າໄດ້​ຖືກ
​ປ່ອຍ​ໂຕໃນ​ຮອບສອງ​ປີຜ່ານມາ​. ບໍ່​ໄດ້​ເອີ່ຍ​ເຖິງ​ຜູ້​ຄົນ​ຈຳນວນ
​ເປັນ​ພັນໆ​ ​ທີ່ໄດ້​ທຳ​ການ​ໄຫວ້​ວອນ​ໃຫ້ຂ້າພະເຈົ້າ ​ເຊັ່ນ​ກັນນັ້ນ.
ຂ້າພະ​ເຈົ້າ​ພຽງ​ແຕ່​ຢາກ​ເວົ້າ​ວ່າ ຂອບ​ໃຈ​ໝົດ​ສູ່​ຄົນ ​ທີ່ໃຫ້ການ​
ສະໜັບສະໜຸນ ​ພ້ອມ​ທັງ​ໃຫ້ກຳລັງໃຈ ແລະກໍ​ບໍ່​ລືມ​ຂ້າພະເຈົ້າ. ​
ໃນເວລາ​ດຽວ​ກັນ ກໍ​ບໍ່​ລືມ​ປະຊາຊົນ​ເກົາຫຼີ​ເໜືອ​ເຊັ່ນ​ກັນ.”

ທ່ານ Bae ນັກເຜີຍແຜ່ສາດສະໜາອະເມຣິກັນ ເຊື້ອສາຍເກົາຫຼີ ໄດ້ຖືກກັກຂັງມາຕັ້ງແຕ່
ປີ 2012 ທີ່ຖືກຕັດສິນວ່າ ມີຄວາມຜິດ ໃນຂໍ້ຫາທຳການເຄື່ອນໄຫວຕ່າງໆ ຕໍ່ຕ້ານລັດຖະ ບານໃນຂະນະທີ່ນຳພານັກທ່ອງທ່ຽວຈຸນຶ່ງເຂົ້າໄປທ່ຽວໃນເກົາຫຼີເໜືອນັ້ນ.

ຫົວໜ້າອົງການສືບລັບແຫ່ງຊາດ ສຫລ ທ່ານ James Clapper.
ຫົວໜ້າອົງການສືບລັບແຫ່ງຊາດ ສຫລ ທ່ານ James Clapper.

ທ່ານ Kenneth Bae ກ່າວຕື່ມວ່າ “ມັນເປັນເລື້ອງທີ່ໜ້າຕື່ນ
ເຕັ້ນເປັນເວລາສອງປີ ຂ້າພະເຈົ້າໄດ້ຮຽນຮູ້ຫຼາຍຢ່າງ ຂ້າພະ
ເຈົ້າໄດ້ເຕີບໃຫຍ່ຂຶ້ນຫຼາຍ ເສຍນ້ຳໜັກຫຼາຍ ໃນທາງທີ່ດີແຕ່
ຂ້າພະເຈົ້າມີຄວາມເຂັ້ມແຂງ ຍ້ອນພວກທ່ານ ແລະຂອບໃຈ
ນຳພວກທ່ານທີ່ໃຫ້ການສະໜັບສະໜຸນໃນເວລາທີ່ຫຍຸ້ງຍາກ
ເຊັ່ນນີ້.”

ທ້າວ Miller ກໍໄດ້ຖືກຮັບຕ້ອນໂດຍຄອບຄົວຂອງລາວ ລາວ
ໄດ້ຖືກກັກຂັງຢູ່ໃນຄຸກ ມາຕັ້ງແຕ່ເດືອນເມສາ ຍ້ອນຈີກວີຊາ
ນັກທ່ອງທ່ຽວຂອງລາວໃນຂະນະທີ່ຢູ່ໃນສະໜາມບິນພຽງຢ້າງ
ແລະຂໍລີ້ໄພນັ້ນ.

ທັງສອງຄົນນີ້ເປັນຊາວອາເມຣິກັນຈຸສຸດທ້າຍທີ່ຖືກເກົາຫຼີເໜືອກັກຂັງໂຕ ທີ່ຖືກນາໆຊາດ
ກ່າວຫາວ່າ ລະເມີດສິດທິມະນຸດຢ່າງແຜ່ຫຼາຍນັ້ນ.

ເຫດການອັນແທ້ຈິງ ກ່ຽວກັບການປ່ອຍໂຕພວກຄົນອາເມຣິກັນເຫຼົ່ານີ້ ຫຼືວ່າ ທ່ານ Clap
per ໄດ້ພົບປະກັບໃຜນັ້ນ ຍັງບໍ່ເປັນທີ່ຈະແຈ້ງເທື່ອ.

XS
SM
MD
LG