ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໔ ພຶດສະພາ ໒໐໒໔

​ເກົາ​ຫຼີ​ເໜືອ ກ່າວ​ຢ້ຳ​ເຖິງ​ການ​ເປັນ​ຄູ່​ຮ່ວມ​ຖັນ​ແຖວ ກັບ​ຣັດ​ເຊຍ ເພື່ອ​ຕໍ່​ຕ້ານ​ສະ​ຫະ​ລັດ


ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ເກົາ​ຫຼີ​ເໜືອ ທ່ານ​ນາງໂຈ ຊັນ ຫຸຍ (Choe Son Hui) ເດີນ​ທາງ​ໄປ​ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ດີ​ເມຍ ປ​ູ​ຕິນ ທີ່​ວັງ​ເຄ​ຣັມ​ລິນ ຢູ່​ນະ​ຄອນ​ຫຼວງ​ມົ​ສ​ກູ ເມື່ອ​ວັນ​ທີ 16 ມັງ​ກອນ 2024.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ເກົາ​ຫຼີ​ເໜືອ ທ່ານ​ນາງໂຈ ຊັນ ຫຸຍ (Choe Son Hui) ເດີນ​ທາງ​ໄປ​ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ດີ​ເມຍ ປ​ູ​ຕິນ ທີ່​ວັງ​ເຄ​ຣັມ​ລິນ ຢູ່​ນະ​ຄອນ​ຫຼວງ​ມົ​ສ​ກູ ເມື່ອ​ວັນ​ທີ 16 ມັງ​ກອນ 2024.

ເກົາ​ຫຼີ​ເໜືອ​ກ່າວ​ວ່າ ຕົນ​ໄດ້​ຕົກ​ລົງ​ ທີ່​ຈະ​ເສີມ​ຂະ​ຫຍາຍ ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ແລະຍຸດ​ທະ​ວິ​ທີ​ເພີ້ມ​ຂຶ້ນ ​ກັບ​ຣັດ​ເຊຍ ເພື່ອ​ສ້າງ​ຕັ້ງ “ລະ​ບຽບ​ການໃໝ່ລະ​ຫວ່າງ​ປະ​ເທດທີ່​ມີ​ຫຼາຍ​ຂົ້ວ” ໃນ​ຂະ​ນະ​ທີ່​ປະ​ເທດ​ທັງ​ສອງ​ ພວມ​ເຮັດ​ວຽກ​ເພື່ອ​ສ້າງ​ແນວ​ໂຮມ​ຮ່ວມ ​ໃນ​ການ​ປະ​ເຊີ​ນ​ໜ້າກັບ​ຄວາມ​ເຄັ່ງ​ຕຶງ ແບບ​ແຍກ​ກັນ​ແລະ​ຂຸ້ນ​ຂ້ຽວ​ກັບ​ສະ​ຫະ​ລັດ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ເກົາ​ຫຼີ​ເໜືອ ໃນ​ວັນ​ອ​າ​ທິດ​ວານນີ້ ຍັງ​ກ່າວ​ວ່າ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ດີ​ເມຍ ປູ​ຕິນ ໄດ້​ໃຫ້​ການ​ຢືນ​ຢັນ ​ເຖິງ​ຄວາມ​ເຕັມ​ໃຈ ທີ່​ຈະ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ພຽງ​ຢາງ ໃນ​ລະ​ຫວ່າງ​ການ​ພົບ​ປະ ຢູ່​ທີ່​ນະ​ຄອນ​ຫຼວງ​ມົ​ສ​ກູ ໃນ​ອາ​ທິດ​ແລ້ວ ກັບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ເກົາ​ຫຼີ​ເໜືອ ທ່ານ​ໂຈ ຊັນ ຮຸຍ (Choe Son Hui​.)

ເກົາ​ຫຼີ​ເໜືອ ພວມ​ດຳ​ເນີນ​ການ​ຢ່າງ​ຂຸ້ນ​ຂ້ຽວ ໃນ​ການ​ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ ກັບ​ປະ​ເທດ​ຣັດ​ເຊຍໃນ​ຂະ​ນະ​ທີ່​ຜູ້​ນຳ​ຂອງ​ປະ​ເທດ ທ່ານ​ກິມ ຈົງ ອຶນ ພະ​ຍາ​ຍາມ​ທີ່​ຈະ​ທັບ​ມ້າງ​ການ​ໂດດ​ດ່ຽວ​ທາງ​ດ້ານ​ການ​ທູດ ແລະ​ເສີມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຕຳ​ແໜ່ງ​ຈຸດ​ຢືນ​ຂອງ​ທ່ານ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG