|
ເກົາຫຼີເໜືອເວົ້າວ່າ ຝົນຕົກຢ່າງໜັກທີ່ສືບເນື່ອງມາຈາກພາຍຸໄຕ້ຝຸ່ນລູກນຶ່ງໄດ້ເຮັດໃຫ້
ຢ່າງໜ້ອຍ 88 ຄົນເສຍຊີວິດ ແລະອີກ 134 ຄົນໄດ້ຮັບບາດເຈັບ ພ້ອມທັງສົ່ງຜົນໃຫ້
ຫລາຍພັນຄົນ ຂາດທີ່ຢູ່ອາໄສ.
ສໍານັກງານຂ່າວສູນກາງຂອງເກົາຫລີເໜືອ ຫລື KCNA ລາຍງານໃນວັນເສົາວານນີ້ວ່າ
ມີບ້ານເຮືອນຫລາຍກວ່າ 5 ພັນຫລັງ ຖືກທໍາລາຍຈົນໝົດ ຫລືເພພັງ ແລະເກືອບຮອດ
63 ພັນຄົນ ບໍ່ມີບ່ອນຢູ່ອາໄສຍ້ອນໄພນໍ້າຖ້ວມທີ່ໄດ້ເລີ້ມຕົ້ນຂຶ້ນ ຕັ້ງແຕ່ວັນທີ 18 ກໍລະ
ກົດ ເປັນຕົ້ນມາ. ເນື້ອທີ່ປູກຝັງປະມານ 4,800 ເຮັກຕາ ຖືກນໍ້າພັດໄປ ໃນເວລາພາຍຸ
ໄຕ້ຝຸ່ນຂະໜຸນ ພັດຜ່ານເກົາຫຼີເໜືອເມື່ອວັນທີ 23 ແລະ 24 ກໍລະກົດຜ່ານມານີ້.
ອົງການຂ່າວ KCNA ເຕືອນວ່າຈະມີຝົນຕົກໜັກອີກໃນວັນອາທິດມື້ນີ້ ແລະວັນຈັນມື້ອື່ນ.
ລາຍງານສະບັບນຶ່ງຂອງອົງການສະຫະປະຊາຊາດ ເມື່ອໄວໆມານີ້ ເວົ້າວ່າ 2/3 ຂອງ
ພົນລະເມືອງເກົາຫລີເໜືອ ຈໍານວນ 24 ລ້ານຄົນນັ້ນ ແມ່ນປະເຊີນກັບບັນຫາຂາດແຄນ
ອາຫານແບບຊໍາເຮື້ອ ມາເປັນເວລາດົນນານ. ພວກນັກວິເຄາະເວົ້າວ່າ ໄພນໍ້າຖ້ວມຄັ້ງ
ຫລ້າສຸດນີ້ ສາມາດເຮັດໃຫ້ບັນຫາຮ້າຍແຮງຂຶ້ນກວ່າເກົ່າ ເພາະວ່າມັນເກີດຂຶ້ນຕໍ່ຈາກໄພ ແຫ້ງແລ້ງ ທີ່ກໍາລັງຈະໝົດໄປ.