ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມເຄ່ງຕືງ ເພິ່ມທະວີຂຶ້ນ ໃນແຫລມເກົາຫລີ (ເບິ່ງວີດີໂອ)


ຮູບພາບບັນທຶກ ໃນເດືອນເມສາ ທີ 5 ປີ 2009 ຈາກ KRT ວີດີໂອ ລູກສອນໄຟກໍາລັງພູ້ງສູ່ຂື້ນຈາກຖານຍິງທີ່ Musudan-ri, ເກົາຫລີເໜືອ
ຮູບພາບບັນທຶກ ໃນເດືອນເມສາ ທີ 5 ປີ 2009 ຈາກ KRT ວີດີໂອ ລູກສອນໄຟກໍາລັງພູ້ງສູ່ຂື້ນຈາກຖານຍິງທີ່ Musudan-ri, ເກົາຫລີເໜືອ

ຄວາມ​ເຄ່ງ​ຕຶງ​ໄດ້​ເພີ່ມ​ທະວີຂື້ນ​ໃນ​ວັນ​ຈັນນີ້ຢູ່​ແຫລມເກົາຫລີ ຫລັງຈາກ ທີ່​ພຽງ​ຢາງ​
ໄດ້​ປ່ອຍ​ຮູບ​ພາບ​ວີດີ​ໂອອອກ​ມາກ່ຽວ​ກັບ​ການ​ຊ້ອມ​ລົບຄັ້ງ​ໃຫ່ຍ ​ແລະ​ກຸງ​ໂຊ​ລ ​
ໄດ້​ກ່າວ​ຫາວ່າ​ເກົາຫລີ​ເໜືອ​ ​ໃຊ້​ແຜ​ນການ​ສົ່ງ​ດາວ​ທຽມເປັນຂໍ້​ອ້າງເພື່ອທົດ​ລອງ​
ລະບົບການ​ສົ່ງ​ອາ​ວຸດນີວ​ເຄລຍ.

ຮູບ​ພາບ​ວີ​ດີ​ໂອ​ຂອງ​ເກົາຫລີ​ເໜືອ ​ສະ​ແດງ​ໃຫ້​ເຫັນ​ຜູ້​ນໍາ Kim Jong Un ກໍາລັງ​
ພົບ​ປະ​ກັບ​ທະຫານ ​ແລະ​ເບິ່ງ​ອັນ​ທີ່​ມີ​ການ​ບັນ​ລະ​ຍາຍ​ວ່າ​ເປັນການ​ຊ້ອມ​ລົບ​ຮ່ວມ​
ຂອງ​ກອງທັບ​ບົກ ກອງທັບ​ເຮືອ ​ແລະອາກາດ ຂອງ​ເກົາຫລີ​ເໜືອ. ວີ​ດີ​ໂອສະ​ແດງ
ໃຫ້​ເຫັນພາບ​ການລະ​ເບີດ​ເຮືອ​ລົບ​ລໍາ​ນຶ່ງ​ຢູ່​ກາງ​ທະ​ເລ ​ແລະພວກ​ທະຫານ​ຍິງ​ລູກ​
ສອນ​ໄຟໃສ່​ເຮືອ​ບີນ ທີ່ ​ລ​ະ​ເບີດ​ຂື້ນ​ຢູ່​ກາງ​ອາກາດ.

ການ​ປ່ອຍ​ວີ​ດີ​ໂອ​ດັ່ງກ່າວ​ອອກ​ມາ ​ແມ່ນ​ໄດ້​ມີຂື້ນ​ພ້ອມໆ​ກັນ​ກັບທີ່ເຈົ້າ ໜ້າ​ທີ່​ເກົາ​
ຫລີ​ໃຕ້ ​ປະນາມຄໍາ​ປະກາດ​ຂອງພຽງຢາງ ​ໃນ​ວັນ​ສຸກຜ່ານ​ມາ ທີ່​ວ່າ ຈະສົ່ງ​ຈະ​
ຫລວດຂຶ້ນ​ສູ່​ອາ​ວະ​ກາດໃນ​ກາງ​ເດືອນ​ເມສາ ຄື​ເດືອນ​ໜ້າ​ນີ້ ເພື່ອສົ່ງ​ດາວ​ທຽ​ມຂຶ້ນ​
ໂຄຈອນອອ້ມ​ໂລກ ​ໂດຍ​ມີຈຸດປະສົງທີ່ ສັນຕິ.

ຫລັງ​ຈາກ​ກອງ​ປະ​ຊຸມ​ໃນ​ຕອນ​ເຊົ້າ​ ຂອງບັນດາ​ລັດ​ຖະ​ມົນ​ຕີ​ການ​ຕ່າງ ປະ​ເທດ ​ແລະ
ຄວາ​ມໝັ້ນຄົງ ໂດຍ​ມີປະທານາທິບໍດີ​ Lee Myung-bak ​ນັ່ງ​ເປັນປະ​ທານນັ້ນໂຄສົກ
ປະທານາທິບໍດີ​ຄົນ​ນຶ່ງ​ກ່າວ​ວ່າ ​ແຜນການ​ສົ່ງ​ດາວ​ທຽມ​ດັ່ງກ່າວ ເປັນ“​ການ​ເກາ​ະຜິດ
ຢ່າງ​ຮ້າຍ​ແຮງ” ແລະ​ວ່າ ຈຸດປະສົງອັນ​ແທ້​ຈິງ​ນັ້ນ ກໍ​ຄືການ​ພັ​ດທະນາລູກ​ສອນໄຟ​ລະຍະ
​ຍາວທີ່ສາມາດ​ບັນ​ຈຸ​ຫົວ​ລະ​ເບີດນີວ​ເຄລຍ​ໄດ້.

XS
SM
MD
LG