ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໓ ພຶດສະພາ ໒໐໒໔

ເກົາຫລີເໜືອ ຍິງລູກສອນໄຟຂີປະນາວຸດໄລຍະໃກ້ 2 ລູກ ໃນ​ຕອນ​ເຊົ້າ​ມືດມື້ນີ້


ຮູບພາບບັນທຶກ ລາຍງານຂ່າວໂທລະພາບ ຢູ່ສະຖານີລົດໄຟ ໃນໂຊລ ທີ່ສະແດງໃຫ້ເຫັນ ເກົາຫລີເໜືອຍິງລູກສອນໄຟ ຂີປະນາວຸດ ໃນ​ວັນທີ 19 ກໍລະກົດ 2023
ຮູບພາບບັນທຶກ ລາຍງານຂ່າວໂທລະພາບ ຢູ່ສະຖານີລົດໄຟ ໃນໂຊລ ທີ່ສະແດງໃຫ້ເຫັນ ເກົາຫລີເໜືອຍິງລູກສອນໄຟ ຂີປະນາວຸດ ໃນ​ວັນທີ 19 ກໍລະກົດ 2023

ເກົາຫລີ​ເໜືອໄດ້ຍິງລູກສອນໄຟຂີປະນາວຸດໄລຍະສັ້ນສອງລູກ​ໃນ​ຕອນ​ເຊົ້າ​ມືດ​ຂອງວັນພຸດມື້ນີ້ ໃນອັນທີ່ບັນດານັກວິເຄາະຈຳນວນນຶ່ງໃນໂຊລ ກ່າວວ່າ ອາດເປັນການຂົ່ມຂູ່ທາງອ້ອມ ​ຕໍ່ເຮືອດຳນໍ້າຍຸດທະສາດນິວເຄລຍສະຫະລັດທີ່ຈອດຢູ່ທ່າກຳ​ປັ່ນຂອງເກົາຫລີໃຕ້ ບໍ່ເທົ່າໃດຊົ່ວໂມງທີ່ຜ່ານມາ​ນີ້.

ລູກສອນໄຟຂີປະນາວຸດສອງລູກໄດ້ຍິງຈາກບໍລິເວນຊູນານ ໃກ້ນະຄອນຫລວງພຽງຢາງ ໄດ້ຖືກພົບເຫັນລະຫວ່າງ 3:30 ຫາ 3:46 ໂມງຕອນເຊົ້າ ອີງຕາມຄະ​ນະ​ເສ​ນາ​ທິ​ການ​ຮ່ວມ​ຂອງເກົາຫລີໃຕ້.

ລູກສອນໄຟໄດ້ເດີນທາງໄປປະມານ 550 ກິໂແມັດ ກ່ອນຕົກລົງ​ໃສ່ນໍ້າທາງພາກຕາເວັນອອກຂອງແຫລມເກົາຫລີ ​ອີງ​ຕາມລາຍງານໄດ້ກ່າວ.

ລັດຖະມົນຕີປ້ອງກັນປະເທດຍີ່ປຸ່ນ ທ່ານຢາຊຸກາຊຸ ຮາມາດະ ໄດ້ກ່າວວ່າ ລູກ​ສອນ​ໄຟ​ຖືກພົບເຫັນໄລຍະເຖິງ 600 ກິໂລແມັດ ດ້ວຍຄວາມສູງສຸດ 50 ກິໂລ ແມັດ ໂດຍ​ເວົ້າວ່າເປັນໄປໄດ້ ທີ່ລູກສອນໄຟໄດ້ບິນເສັ້ນທາງທີ່ບໍ່ເປັນປົກກະຕິ.

ການຍິງລູກສອນໄຟນີ້​ແມ່ນເປັນທີ່ຮັບເອົາບໍ່ໄດ້ ນັ້ນ​ຄື​ຄຳ​ເວົ້າ ​ຂອງລັດຖະມົນຕີປ້ອງກັນປະເທດຍີ່ປຸ່ນໄດ້ກ່າວ ແລະກ່າວ​ຕື່ມອີກວ່າກະຊວງຕ່າງປະເທດໄດ້ທຳການປະທ້ວງ​ແລ້ວ.

ຫ້າຮ້ອຍຫ້າສິບກິໂລແມັດ ເປັນໄລຍະທີ່ແນນອນ ລະຫວ່າງ​ເມືອງຊູນານ ແລະ​ເມືອງບູຊານ ບ່ອນເຮືອດຳນໍ້າ USS Kentucky (SSBN-737) ໄດ້ຈອດຢູ່ ນັ້ນ​ຄື​ການໃຫ້ຂໍ້ສັງເກດຂອງ ທ່ານກິມ ດົງ ຢັບ ສາດສະດາຈາດດ້ານທະຫານ ແລະການສຶກສາຄວາມປອດໄພຢູ່ມະຫາວິທະຍາໄລການສຶກສາ​ກ່ຽວ​ກັບເກົາຫລີ ເໜືອ ທີ່​ນະ​ຄອ​ນ​ຫຼວງໂຊລ.

ມັນເປັນໄປໄດ້ທີ່ເກົາຫລີເໜືອ ຊຶ່ງຢູ່ໃນໄລຍະການເຝິກຊ້ອມ​ທາງທະຫານໃນລະ ດູຮ້ອນ ໃນບໍ່ຊ້ານີ້ຈະປະກາດວ່າ ຕົນໄດ້ທຳການຊ້ອມລົບ ໄປ​ພ້ອມໆ​ກັນ ກັບ ການ​ຍິງ​ຫົວລະເບີດນິວເຄລຍທີ່​ຕິດ​ຕັ້ງໃສ່​ລູກ​ສອນ​ໄຟ Iskander ​ໃນ​ແບບ​ຂອງ​ເກົາ​ຫຼີ​ເໜືອ ຂ້າມທ່າເຮືອຢູ່ທາງພາກໃຕ້ເກົາຫລີໃຕ້ ບ່ອນທີ່ເຮືອດຳນໍ້າຕິດ​ລູກ​ສອນ​ໄຟຂີປະນາວຸດນິວເຄລຍ​ຂອງສະຫະລັດ ​ທີ່ຮູ້​ກັນວ່າ ຈອດຢູ່ທີ່ນັ້ນ ທ່ານກິມໄດ້ກ່າວ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG