ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເກົາຫຼີເໜືອ ຍິງລູກສອນໄຟຂີປະນາວຸດສອງລູກ ຈາກສະໜາມບິນ ພຽງຢາ


ປະຊາຊົນເບິ່ງໂທລະພາບທີ່ສະແດງໃຫ້ເຫັນລາຍການຂ່າວລາຍງານ ກ່ຽກວັບ ການຍິງລູກສອນໄຟຂອງ ເກົາຫຼີເໜືອ, ຢູ່ສະຖານີລົດໄຟໃນນະຄອນຫຼວງ ໂຊລ໌, ປະເທດ ເກົາຫຼີໃຕ້. 14 ມັງກອນ, 2022.
ປະຊາຊົນເບິ່ງໂທລະພາບທີ່ສະແດງໃຫ້ເຫັນລາຍການຂ່າວລາຍງານ ກ່ຽກວັບ ການຍິງລູກສອນໄຟຂອງ ເກົາຫຼີເໜືອ, ຢູ່ສະຖານີລົດໄຟໃນນະຄອນຫຼວງ ໂຊລ໌, ປະເທດ ເກົາຫຼີໃຕ້. 14 ມັງກອນ, 2022.

ເກົາຫຼີິເໜືອໄດ້ຍິງສິ່ງທີ່ຖືກສົງໄສວ່າຈະເປັນລູກສອນໄຟຂີປະນາວຸດໄລຍະສັ້ນສອງລູກຈາກສະ ໜາມບິນແຫ່ງນຶ່ງຂອງນະຄອນຫຼວງ ພຽງຢາງ ໃນວັນຈັນມື້ນີ້, ໃນການທົດລອງຄັ້ງທີ 4 ຂອງເດືອນນີ້, ກອງທັບຂອງເກົາຫຼີໃຕ້ໄດ້ລາຍງານ.

ລັດຖະບານຂອງ ຍີ່ປຸ່ນ ຍັງໄດ້ລາຍງານການຍິງດັ່ງກ່າວ, ດ້ວຍຫົວໜ້າເລຂາທິການຄະນະລັດຖະ ມົນຕີ ທ່ານ ຮິໂຣຄາຊຸ ມັດຊຸໂນະ ໄດ້ກ່າວປະນາມການຍິງທີ່ວ່ານັ້ນດັ່ງກັບໄພຂົ່ມຂູ່ຕໍ່ສັນຕິພາບ ແລະ ຄວາມປອດໄພຂອງພາກພື້ນ.

ໃນຮອບບໍ່ເຖິງສອງອາທິດ, ເກົາຫຼີເໜືອ ທີ່ມີອາວຸດນິວເຄລຍ ໄດ້ດຳເນີນການທົດລອງລູກສອນໄຟອື່ນໆສາມຄັ້ງ, ເຊິ່ງແມ່ນຄວາມຖີ່ຂອງການທົດລອງທີ່ບໍ່ປົກກະຕິ. ການທົດລອງສອງຄັ້ງໃນນັ້ນປະ ກອບມີລູກສອນໄຟ “ຄວາມໄວເໜືອສຽງ” ທີ່ສາມາດເດີນທາງດ້ວຍຄວາມໄວສູງ ແລະ ການເຄື່ອນ ໄຫວຫຼັງຈາກການຍິງ, ໃນຂະນະທີ່ລູກສຸດທ້າຍ, ໃນວັນສຸກທີ່ຜ່ານມາ, ປະກອບມີລູກສອນໄຟຂີປະນາວຸດໄລຍະໃກ້ສອງລູກທີ່ຖືກຍິງຈາກຕູ້ລົດໄຟ.

ການຍິງຂອງວັນຈັນມື້ນີ້ປາກົດວ່າຈະປະກອບມີລູກສອນໄຟຂີປະນາວຸດໄລຍະໃກ້ສອງລູກທີ່ຖືກຍິງໃນພາກຕາເວັນອອກຈາກສະໜາມບິນ ຊູນານ ໃນນະຄອນຫຼວງ ພຽງຢາງ, ອີງຕາມການກ່າວໃນຖະແຫຼງການຂອງເສນາທິການຮ່ວມຂອງ ເກົາຫຼີໃຕ້.

ເກົາຫຼີເໜືອ ໄດ້ໃຊ້ສະໜາມບິນດັ່ງກ່າວເພື່ອຍິງລູກສອງໄຟຂີປະນາວຸດໄລຍະປານກາງ Hwasong-12 ໃນປີ 2017.

ການຍິງຄັ້ງຫຼຸດສິນນີ້ໄດ້ກໍ່ໃຫ້ເກີດທັງການກ່າວປະນາມ ແລະ ການຮຽກຮ້ອງສຳລັບການເຈລະຈາຈາກລັດຖະບານ ສະຫະລັດ ທີ່ໄດ້ວາງມາດຕະການລົງໂທດ ກ່ຽວກັບ ການຍິງລູກສອນໄຟຂອງ ເກົາຫຼີເໜືອ ແລະ ແມ່ນກຳລັງທຳການຜັກດັນຕື່ມອີກ.

ລັດຖະບານຂອງປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ໄດ້ວາງມາດຕະການໃໝ່ຄັ້ງທຳອິດຂອງເຂົາເຈົ້າຕໍ່ ພຽງຢາງ ໃນວັນພຸດທີ່ຜ່ານມາ ແລະ ໄດ້ຮຽກຮ້ອງສະພາຄວາມໝັ້ນຄົງໃຫ້ຈັດຫຼາຍບຸກຄົນ ແລະ ໜ່ວຍງານຂອງ ເກົາຫຼີເໜືອ ເຂົ້າໃນບັນຊີດຳ. ເຂົາເຈົ້າຍັງໄດ້ຮຽກຮ້ອງຢ່າງຊໍ້າແລ້ວຊໍ້າອີກສຳລັບ ພຽງຢາງ ໃຫ້ກັບຄືນສູ່ການເຈລະຈາ ທີ່ເພັ່ງເລັງໃສ່ການຫຼຸດຜ່ອນຄວາມເຄັ່ງຕຶງ ແລະ ຊັກຊວນໃຫ້ເຂົາເຈົ້າປະຖິ້ມເຄັງອາວຸດນິວເຄລຍ ແລະ ລູກສອນໄຟຂີປະນາວຸດຂອງເຂົາເຈົ້າ.

ເກົາຫຼີເໜືອ ໄດ້ປ້ອງກັນການທົດລອງລູກສອງໄຟຂອງເຂົາເຈົ້າດັ່ງກັບສິດອຳນາດອະທິປະໄຕຂອງເຂົາເຈົ້າທີ່ຈະປ້ອງກັນຕົນເອງ ແລະ ໄດ້ກ່າວຫາ ສະຫະລັດ ກ່ຽວກັບ ການຕັ້ງໃຈເຮັດໃຫ້ສະຖານະ ການຮຸນແຮງຂຶ້ນດ້ວຍມາດຕະການລົງໂທດໃໝ່.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG