ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເກົາຫຼີເໜືອ ຍິງລູກສອນໄຟ ໄລຍະສັ້ນ ຕື່ມ​ອີກ ສອງລູກ


ລູກ​ສອນ​ໄຟ ຂອງ​ເກົາຫລີເໜືອ
ລູກ​ສອນ​ໄຟ ຂອງ​ເກົາຫລີເໜືອ
ເກົາຫລີ​ເໜືອ ​ໄດ້​ຍິງ​ລູກ​ສອນ​ໄຟ​ໄລຍະ​ສັ້ນ​ສອງ​ລູກ ຈາກ​
ຝັ່ງທະ​ເລ​ກໍ້​າ​ຕາ​ເວັນ​ອອກຂອງ​ຕົນ ຊຶ່ງ​ເປັນ​ຄັ້ງ​ທີ່​ສອງ ​ໃນ
​ເວລາ​ບໍ່​ຮອດນຶ່ງ​ອາທິດ.

ອົງການ​ຂ່າວ Yonghap ຂອງ​ເກົາຫລີ​ໃຕ້ ກ່າວ​ວ່າ ລູກ​
ສອນ​ໄຟ​ທີ່​ຍິງ​ໃນ​ວັນ​ຈັນ​ມື້​ນີ້ ຄົງ​ແມ່ນ​ລູກ​ສອນ​ໄຟ Scud
ລຸ້ນ C ທີ່​ເຊື່ອ​ກັນວ່າ ສາມາດບິນ​ໄປ​ໄດ້ໄກ ປະມານ 500
ກິ​ໂລ​ແມັດ.

ເມື່ອ​ວັນ​ພະຫັດຜ່ານ​ມາ ກຸງ​ພຽງ​ຢາງ ​ໄດ້​ຍິງ​ລູກ​ສອນ​ໄຟ Scud
​ເຂົ້າ​ໄປ​ສູ່​ທະ​ເລ ​ນອກ​ຝັ່ງຕາ​ເວັນ​ອອກ​ຂອງເກົາຫລີ​ເໜືອ ບໍ່​ເທົ່າ​
ໃດ​ມື້​ຫລັງ​ຈາກ ​ເກົາຫລີ​ໃຕ້ ແລະ ສະຫະລັດ ​ໄດ້​ເລີ້ມທໍາ​ ການຊ້ອມລົບຮ່ວມທາງ​ທະຫານ
​ປະ​ຈໍາປີ​ຂອງ​ເຂົາ​ເຈົ້າ.​ ເກົາຫລີ​ເໜືອ ຖື​ວ່າການ​ຊ້ອມ​ລົບ​ດັ່ງກ່າວ​ເປັນ​ການ​ເກາະ​ຜິດ ທີ່​ຮັບ​
ເອົາ​ບໍ່​ໄດ້.

ກະຊວງປ້ອງ​ກັນ​ປະ​ເທດເກົາຫລີ​ໃຕ້ ກ່າວ​ວ່າ ລູກ​ສອນ​ໄຟ Scud ຂອງເກົາ ຫລີ​ເໜືອນັ້ນ
ຕາມປົກກະຕິ​ແລ້ວ ​ແມ່ນ​ຍິງ​ຈາກ​ຖານ​ຍິງ​ເຄື່ອນທີ່ ແລະໄລຍະທີ່​ຍິງ​ໄດ້​ນັ້ນ ​ໝາຍ​ຄວາມວ່າ
ລູກ​ສອນ​ໄຟລຸ້ນນີ້ ສາມາດຍິງ​ໄປ​ໂຈມ​ຕີ​ເປົ້າ​ໝາຍ​ຢູ່​ໃນ​ທັງ ​ເກົາຫລີ​ໃຕ້ ແລະ ຍີ່ປຸ່ນ ​ໄດ້.
XS
SM
MD
LG