ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເກົາຫຼີເໜືອ ຍິງປືນໃຫຍ່ຫຼາຍລູກ ຕົກລົງຢູ່ໃກ້ເຂດຊາຍແດນທາງທະເລ ຕິດກັບເກົາຫຼີໃຕ້


ແຟ້ມພາບ - ຈໍໂທລະພາບ ສະແດງໃຫ້ເຫັນ ແຟ້ມພາບຂອງລູກສອນໄຟເກົາຫຼີເໜືອ ທີ່ຖືກຍິງຂຶ້ນ ໃນລະຫວ່າງລາຍຂ່າວ ຢູ່ທີ່ສະຖານີລົດໄຟ ໃນນະຄອນຫຼວງໂຊລ ຂອງເກົາຫຼີໃຕ້ ເມື່ອວັນທີ 14 ຕຸລາ 2022.
ແຟ້ມພາບ - ຈໍໂທລະພາບ ສະແດງໃຫ້ເຫັນ ແຟ້ມພາບຂອງລູກສອນໄຟເກົາຫຼີເໜືອ ທີ່ຖືກຍິງຂຶ້ນ ໃນລະຫວ່າງລາຍຂ່າວ ຢູ່ທີ່ສະຖານີລົດໄຟ ໃນນະຄອນຫຼວງໂຊລ ຂອງເກົາຫຼີໃຕ້ ເມື່ອວັນທີ 14 ຕຸລາ 2022.

ເກົາຫຼີໃຕ້ ໄດ້ກ່າວວ່າ ເກົາຫຼີເໜືອຍິງປືນໃຫຍ່ຫຼາຍລູກ ທີ່ໄດ້ຕົກລົງຢູ່ໃກ້ເຂດຊາຍແດນທາງທະເລ ລະຫວ່າງສອງປະເທດ ເມື່ອຕອນແລງວັນອັງຄານວານນີ້, ນຶ່ງວັນຫຼັງຈາກທີ່ໂຊລ ໄດ້ເລີ້ມການຊ້ອມລົບທາງທະຫານປະຈຳປີ ຢູ່ໃນພາກພື້ນ.

ຫົວໜ້າເສນາທິການຮ່ວມຂອງເກົາຫຼີໃຕ້ ໄດ້ກ່າວໃນຖະແຫລງການສະບັບນຶ່ງວ່າ ເກົາຫຼີເໜືອ ໄດ້ຍິງປືນໃຫຍ່ປະມານ 100 ລູກຈາກແຄມຝັ່ງກ້ຳຕາເວັນຕົກຂອງຕົນ ແລະອີກ 150 ລູກຈາກແຄມຝັ່ງກ້ຳຕາເວັນອອກ. ໂຊລ ໄດ້ກ່າວວ່າ ກອງ ທັບຂອງຕົນ ໄດ້ອອກອາກາດຂໍ້ຄວາມຫຼາຍເທື່ອ ໂດຍຂໍຮ້ອງເກົາຫຼີເໜືອ ໃຫ້ຢຸດເຊົາການຍິງປືນໃຫຍ່ ແຕ່ບໍ່ມີລາຍງານຂອງຄວາມຮຸນແຮງໃດໆ ລະຫວ່າງຄູ່ປໍລະປັກ.

ເກົາຫຼີໃຕ້ ໄດ້ກ່າວວ່າ ລູກປືນໃຫຍ່ທັງຫຼາຍ ບໍ່ໄດ້ຕົກລົງຢູ່ໃນເຂດນ່ານນ້ຳຂອງຕົນ ຫາກແຕ່ພວກມັນໄດ້ຕົກລົງຢູ່ ໃນເຂດກັນຊົນທາງທະເລທີ່ທັງສອງເກົາຫຼີ ໄດ້ຈັດຕັ້ງຂຶ້ນ ພາຍໃຕ້ຂໍ້ຕົກລົງປີ 2018 ລະຫວ່າງສອງເກົາຫຼີ ທີ່ແນໃສ່ເພື່ອຫລຸດຜ່ອນບັນຫາຂັດແຍ້ງໂດຍກົງ.

ມັນເປັນຄັ້ງທີສອງ ທີ່ເກົາຫຼີເໜືອ ໄດ້ຍິງປືນໃຫຍ່ເຂົ້າໄປໃນເຂດກັນຊົນ ນັບຕັ້ງແຕ່ວັນສຸກແລ້ວນີ້ ເມື່ອຕົນຍິງປືນໃຫຍ່ຫຼາຍຮ້ອຍລູກ ໃສ່ບໍ​ລິ​ເວນ​ດັ່ງ​ກ່າວ.

ໃນບໍ່ເທົ່າໃດອາທິດມໍ່ໆມານີ້ ເກົາຫຼີເໜືອ ໄດ້ດຳເນີນການຍິງທັງລູກສອນໄຟ ແລະລູກປືນໃຫຍ່ຈຳນວນນຶ່ງ ໃນອັນທີ່ບັນດານັກຊ່ຽວຊານເອີ້ນວ່າ ເປັນຄວາມ ພະຍາຍາມທີ່ຈະຂະຫຍາຍຄັງ​ແສງຂອງຕົນ ແລະເສີມຂະຫຍາຍການຕໍ່ລອງຂອງຕົນ ໃນການເຈລະຈາກັບຄູ່ປໍລິປັກຕ່າງໆໃນ​ອະ​ນາ​ຄົດ. ພຽງຢາງໄດ້​ຍິງລູກສອນໄຟລູກນຶ່ງ ບິນຜ່ານຍີ່ປຸ່ນ ທີ່ໄດ້ຕົກລົງໃສ່ທະເລ ຫຼາຍພັນກິໂລແມັດຫ່າງອອກໄປ.


ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG