ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອ ຍິງປືນໃຫຍ່ ໄປໃກ້ໆເຂດຊາຍແດນທາງທະເລ ຕິດກັບເກົາຫຼີໃຕ້ ແລ້ວນ້ອງສາວຂອງຜູ້ນຳ ກ່າວເຢາະເຢີ້ຍ ໂຊລ 

ພາບທີວທັດທົ່ວໄປ ທີ່ສະແດງໃຫ້ເຫັນແຄມຝັ່ງທະເລຂອງເກົາຫຼີເໜືອ ພ້ອມດ້ວຍອຸໂມງປືນໃຫຍ່ທັງຫຼາຍທີ່ສາມາດແນມເຫັນໄດ້ຈາກຈຸດຊົມວີວ ຂອງເກາະຢອນປຽງ (Yeonpyeong island), ຢູ່ໃກ້ໆເຂດຊາຍແດນທາງທະເລທີ່ຕິດກັບເກົາຫຼີເໜືອ ທີ່ເອີ້ນວ່າ 'ເສັ້ນຈຳກັດທາງເໜືອ', ວັນທີ 6 ມັງກອນ 2024.

ເກົາຫຼີເໜືອ ໄດ້ຍິງປືນໃຫຍ່ໄປໃກ້ໆເຂດຊາຍແດນທາງທະເລຕິດກັບເກົາຫຼີໃຕ້ ທີ່ມີຄວາມເຄັ່ງຕຶງ ອີກຄັ້ງນຶ່ງ ອີງຕາມລາຍງານຂອງອົງການຂ່າວເອພີ. ໂຊລ ໄດ້ກ່າວວ່າ ລູກປືນໃຫຍ່ປະມາດ 90 ລູກ ໄດ້ຖືກຍິງໃນວັນອາທິດວານນີ້.

ໃນຂະນະດຽວກັນ ນ້ອງສາວຜູ້ທີ່ມີອິດທິພົນຂອງຜູ້ນຳເກົາຫຼີເໜືອ ກິມ ຈົງ ອຶນ ກໍໄດ້ກ່າວເຢາະເຢີ້ຍເຖິງຄວາມສາດມາດຂອງເກົາຫຼີໃຕ້ ໃນການກວດພົບອາວຸດທັງຫຼາຍທີ່ຕົນໄດ້ຍິງໄປນັ້ນ. ນາງໄດ້ກ່າວ ໃນວັນເສົາ ວ່າ ກອງທັບຂອງປະເທດນາງ ພຽງແຕ່ຈຳລອງການຈູດລະເບີດທີ່ມີສຽງຄ້າຍປືນໃຫຍ່ຢູ່ແຄມຝັ່ງທະເລເທົ່ານັ້ນ.

ເກົາຫຼີໃຕ້ ໄດ້ກ່າວວ່າ ປະມານ 60 ລູກໄດ້ຖືກຍິງໃນວັນເສົາ. ຫົວໜ້າເສນາທິການຮ່ວມຂອງເກົາຫຼີໃຕ້ ບໍ່ຫົວຊານຳຄຳຖະແຫລງຂອງ ນາງ ກິມ ໂຢ ຈອງ ໂດຍຖືວ່າເປັນ “ຄືກັບເລື້ອງຕະ​ຫລົກ, ການໂຄສະນາຊວນເຊື່ອທີ່ຫຍາບຄາຍ” ໝາຍທີ່ຈະເປັນບ່ອນທຳລາຍຄວາມເຊື່ອໝັ້ນໃນກອງທັບ ແລະສ້າງຄວາມແຕກແຍກຂອງປະຊາຊົນເກົາຫຼີໃຕ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG