ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທູດ​ພິ​ເສດ​ ສ​ຫລ ເດີນ​ທາງ​ໄປ​ເຖິງ​ໂຊ​ລ ເພື່ອ​ຫາ​ລື ​ກ່ຽວ​ກັບຄວາມ​ເຕັ່ງ​ຕຶງ​ ດ້ານ​ລູກ​ສອນ​ໄຟ ແລະ​ອາ​ວຸດ​ນິວ​ເຄ​ລຍ​ ຂອງ​ເກົາ​ຫຼີ​ເໜືອ


ຜູ້​ຄົນ​ພວມ​ເບິ່ງ​ຂ່າວ​ໂທ​ລະ​ພາບ ທີ່​ລາຍ​ງານ​ກ່ຽວ​ກັບ​ຜູ້​ນຳ​ເກົາ​ຫຼີ​ເໜືອ ທ່ານ​ກິມ ຈົງ ອຶນ ເບິ່ງ​ການ​ທົດ​ລອງ​ຍິງອາ​ວຸດ​ນິວ​ເຄ​ລຍ​ສະ​ໜາມ ທີ່​ຫາ​ກໍ​ພັດ​ທະ​ນາ​ໃໝ່ໆ ທີ່​ສະ​ຖາ​ນີ​ລົດ​ໄຟ​ແຫ່ງ​ນຶ່ງ ໃນ​ນະ​ຄອນ​ຫຼວງ​ໂຊ​ລ ເມື່ອ​ວັນ​ທີ 17 ມີ​ນາ 2022.
ຜູ້​ຄົນ​ພວມ​ເບິ່ງ​ຂ່າວ​ໂທ​ລະ​ພາບ ທີ່​ລາຍ​ງານ​ກ່ຽວ​ກັບ​ຜູ້​ນຳ​ເກົາ​ຫຼີ​ເໜືອ ທ່ານ​ກິມ ຈົງ ອຶນ ເບິ່ງ​ການ​ທົດ​ລອງ​ຍິງອາ​ວຸດ​ນິວ​ເຄ​ລຍ​ສະ​ໜາມ ທີ່​ຫາ​ກໍ​ພັດ​ທະ​ນາ​ໃໝ່ໆ ທີ່​ສະ​ຖາ​ນີ​ລົດ​ໄຟ​ແຫ່ງ​ນຶ່ງ ໃນ​ນະ​ຄອນ​ຫຼວງ​ໂຊ​ລ ເມື່ອ​ວັນ​ທີ 17 ມີ​ນາ 2022.

ທູດ​ພິ​ເສດ​ຂອງ​ສະ​ຫະ​ລັດ​ຮັບ​ຜິດ​ຊອບ​ເລື້ອງ​ເກົາ​ຫຼີ​ເໜືອ ເດີນ​ທາງ​ໄປ​ເຖິງ​ນະ​ຄອນ​ຫຼວງ​ໂຊ​ລ ​ໃນ​ວັນ​ຈັນ​ມື້ນີ້ ເພື່ອ​ເຈ​ລະ​ຈາ​ຫາ​ລື​ກັບ​ຄູ່​ຕຳຝ່າຍ​ເກົາ​ຫຼີ​ໃຕ້​ໃນ​ຫາ​ທາງ​ແກ້​ໄຂ​ບັນ​ຫາ​ການ​ຍິງ​ລູກ​ສອນ​ໄຟ​ຂອງ​ເກົາ​ຫຼີ​ເໜືອ​ທີ່​ເພີ້ມ​ທະ​ວີ​ຂຶ້ນ ແລະ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ການ​ທົດ​ລອງ​ອາ​ວຸດ​ນິວ​ເຄ​ລຍ​ຄືນ​ໃໝ່​ຂອງ​ປະ​ເທດ​ດັ່ງ​ກ່າວ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ຣອຍ​ເຕີ້.

ທູດ​ພິ​ເສດ​ຂອງ​ສະ​ຫະ​ລັດ ທ່ານ​ຊຸງ ກິມ ແລະທ່ານ​ຈຸງ ພາກ ຜູ້​ເປັນ​ຮອງ​ຂອງ​ທ່ານ ຈະ​ພົບ​ປະ​ກັບ​ເຈົ້າ​ໜ້າ​ທີ່​ເກົາ​ຫຼີ​ໃຕ້ ຮວມ​ທັງ​ທູດ​ພິ​ເສດ​ໃນ​ດ້ານ​ນິວ​ເຄ​ລຍ ທ່ານ​ໂຣ ກິວ ດຸກ ໃນ​ລະ​ຫວ່າງ​ການ​ຢ້ຽມ​ຢາມ​ເປັນ​ເວ​ລາ 5 ມື້.

ການ​ເດີນ​ທາງ​ໄປ​ຮອດ​ຂອງ​ທູດ​ພິ​ເສດບັງ​ເອີນ​ມີ​ຂຶ້ນ​ພ້ອມໆກັນ​ກັບ​ການເລີ້ມຊ້ອມ​ລົບ​ຮ່ວມ​ທາງ​ທະ​ຫານ​ປະ​ຈຳ​ປີ ເປັນ​ເວ​ລາ 9 ມື້ ລະ​ຫວ່າງທະ​ຫານ​ສະ​ຫະ​ລັດ ກັບ​ເກົາ​ຫຼີ​ໃຕ້. ການ​ຊ້ອມ​ລົບ​ດັ່ງ​ກ່າວ ແມ່ນ “​ເປັນການ​ຝຶກ​ແອບກອງ​ບັນ​ຊາ​ການ​ໃນ​ດ້ານ​ປ້ອງ​ກັນ ໂດຍ​ໃຊ້​ເຄື່ອງ​ຄອມ​ພິວ​ເຕີ້ຈຳ​ລອງ” ແລະ​ຈະ​ບໍ່​ພົວ​ພັນ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ພວກ​ທະ​ຫານ​ຢູ່​ໃນ​ສະ​ໜາມ ອີງ​ຕາມ​ຄຳ​ເວົ້າ​ຂອງ​ເສ​ນາ​ທິ​ການກອງ​ທັບ​ເກົາ​ຫຼີ​ໃຕ້​ໃນ​ວັນ​ອາ​ທິດ​ວານນີ້.

ເກົາ​ຫຼີ​ເໜືອ​ໄດ້​ປະ​ນາມ​ການ​ຊ້ອມ​ລົບ​ຮ່ວມ​ທາງ​ທະ​ຫານ ແລະ​ການ​ຝຶກ​ແອບ​ຮັບ​ມື​ກັບ​ສົງ​ຄາມ ​ຊຶ່ງ​ໃນ​ໄລ​ຍະ​ຫຼາຍໆ​ປີ​ທີ່​ຜ່ານ​ມານີ້ ໄດ້​ຫລຸດ​ຂະ​ໜາດ​ລົງ ທ່າມ​ກາງ​ທີ່​ມີ​ການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມ​ເພື່ອ​ຈະ​ທຳ​ການ​ພົວ​ພັນ​ທາງ​ດ້ານ​ການ​ທູດ​ກັບ​ພຽງ​ຢາງ ແລະ​ຍ້ອນ​ການ​ຈຳ​ກັດ​ຮັດ​ແຄບ​ເນື່ອງ​ຈາກ​ໂຄວິດ-19.

ໃນ​ມື້​ວັນ​ເສົາ​ແລ້ວ ເກົາ​ຫຼີ​ເໜືອ​ໄດ້​ຍິງ​ທົດ​ລອງ​ໃນ​ອັນ​ທີ່​ສື່ມວນ​ຊົນ​ຂອງ​ທາງ​ການ​ກ່າວ​ວ່າ ແມ່ນ​ລູກ​ສອນ​ໄຟ​ທີ່​ສາ​ມາດ​ບັນ​ທຸກ​ລະ​ເບີດ​ນິວ​ເຄ​ລຍ​ສະ​ໜາມ​ໄດ້.

ເວ​ລາ​ເດີນ​ທາງ​ໄປ​ຮອດ ທ່ານ​ກິມ​ກ່າວ​ຕໍ່​ພວກ​ນັກ​ຂ່າວ​ວ່າ ທ່ານ​ເດີນ​ທາ​ໄປ​ນະ​ຄອນ​ຫຼວງ​ໂຊ​ລ ກໍ​ເພື່ອ “ສືບ​ຕໍ່​ການ​ຮ່ວມ​ມື​ຢ່າງ​ໃກ້​ຊິດ” ໃນ​ການ​ເຄື່ອນ​ໄຫວ​ຂອງ​ເກົາ​ຫຼີ​ເໜືອ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວຢອ​ນ​ຮັບ ໂດຍ​ບໍ່​ໄດ້​ໃຫ້​ການ​ອະ​ທິ​ບາຍ​ຫຍັງ​ເພີ້ມ​ຕື່ມ.

ທ່ານ​ກ່າວ​ວ່າ ທ່ານ​ເປີດກວ້າງ​ໃນ​ການ​ເຈ​ລະ​ຈາ​ກັບ​ເກົາ​ຫຼີ​ເໜືອ ໄດ້​ທຸກໆ​ເວ​ລາ​ແລະ​ໂດຍ​ປາ​ສະ​ຈາກ​ການ​ຕັ້ງ​ເງື່ອນ​ໄຂ​ລ່ວງ​ໜ້າ ແຕ່​ມາ​ຮອດ​ເວ​ລານີ້ ພຽງ​ຢາງ​ໄດ້​ປະ​ຕິ​ເສດ​ຕໍ່​ການ​ສະ​ເໜີ​ດັ່ງ​ກາວ ໂດຍ​ກ່າວ​ຫາ​ວໍ​ຊິງ​ຕັນ​ວ່າ ຍັງ​ສືບ​ຕໍ່​ດຳ​ເນີນ​ນະ​ໂຍ​ບາຍ​ທີ່​ເປັນ​ປໍ​ລະ​ປັກ ເຊັ່ນ​ການ​ລົງ​ໂທດ ແລະ​ການ​ຊ້ອມ​ລົບ​ທາງ​ທະ​ຫານ.

​ສື່ມວນ​ຊົນເກົາ​ຫຼີ​ໃຕ້​ລາຍ​ງານ​ວ່າ ທ່ານ​ກິມ​ຄາດ​ວ່າ​ຈະ​ໄດ້​ພົບ​ປະ​ກັບ​ຄະ​ນະ​ໂອນ​ອຳ​ນາດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ທີ່​ໄດ້​ຮັບ​ເລືອກ​ໃໝ່ ທ່ານ​ຢູນ ຊຸກ ຢຽ​ລ ຊຶ່ງ​ຈະ​ເຂົ້າ​ຮັບ​ຕຳ​ແໜ່ງ​ໃນ​ເດືອນ​ພຶດ​ສະ​ພານີ້.

ໂຄ​ສົກ​ຄົນ​ນຶ່ງ​ຂອງ​ຄະ​ນະ​ໂອນ​ອຳ​ນາດ ກ່າວ​ວ່າ ຍັງ​ບໍ່​ທັນ​ມີ​ການ​ວາງ​ແຜນ​ໃດໆ​ທີ່​ໄດ້​ຮັບ​ການ​ຢືນ​ຢັນ​ແລ້ວ ​ໃນ​ການ​ພົບ​ປະລະ​ຫວ່າງ​ທ່ານ​ຢູນແລະ​ທ່ານ​ກິມ ແລະ​ກໍ​ບໍ່​ສາ​ມາດ​ໃຫ້​ການ​ຢືນ​ຢັນ​ໄດ້​ວ່າ ທູດ​ພິ​ເສດ​ສະ​ຫະ​ລັດ ຈະ​ພົບ​ປະ​ກັບ​ເຈົ້າ​ໜ້າ​ທີ່​ໃນ​ຄະ​ນະ​ໂອນ​ອຳ​ນາດ​ຫຼື​ບໍ່.

SEOUL, April 18 (Reuters) - The U.S. envoy for North Korea arrived in Seoul on Monday for talks with his South Korean counterparts on ways to address Pyongyang's increased missile launches and concerns over the possible resumption of nuclear testing.

U.S. Special Representative Sung Kim and his deputy, Jung Pak, will meet with South Korean officials, including nuclear envoy Noh Kyu-duk, during a five-day visit.

Their arrival coincided with the start of a nine-day annual joint military drill by U.S. and South Korean troops. The exercise is a "defensive command post training using computer simulation" and will not involve field maneuvers by troops, South Korea's Joint Chiefs of Staff said on Sunday.

North Korea has condemned the joint drills as rehearsals for war, and they have been scaled back in recent years amid efforts to engage Pyongyang in diplomacy, and because of COVID-19 restrictions.

On Saturday North Korea test fired what state media said were missiles involved in delivering tactical nuclear weapons.

On arrival, Kim told reporters he was in Seoul to continue "close coordination" on North Korea developments, Yonhap news agency reported, without elaborating.

He has said he is open to talks with North Korea at any time and without preconditions, but Pyongyang has so far rebuffed those overtures, accusing Washington of maintaining hostile policies such as sanctions and the military drills.

South Korean media reported that Kim was also expected to meet with the transition team for President-elect Yoon Suk-yeol, who takes office in May.

A spokesperson for the team said there was no meeting confirmed between Yoon and Kim, and could not immediately confirm whether the envoy would be meeting other transition officials.

(Reporting by Josh Smith; Additional reporting by Hyonhee Shin; Editing by Michael Perry)

XS
SM
MD
LG