ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ກິມ ຈົງ ອຶນ ຜູ້​ນຳ​ເກົ​ຫຼີ​ເໜືອ ກຳ​ກັບ​ນຳ​ການ​ທົດ​ລອງ​ລູກ​ສອນ​ໄຟ ຈາກ​ພື້ນ​ດິນ ສູ່​ທະ​ເລ


ແຟ້ມ - ຈໍ​ໂທ​ລະ​ພາບ​ສະ​ແດງ​ໃຫ້​ເຫັນ​ຮູບ​ການ​ຍິງ​ທົດ​ລອງ ລູກ​ສອນ​ໄຟ​ຂອງ​ເກົາ​ຫຼີ​ເໜືອ ໃນ​ລະ​ຫວ່າງ​ລາຍ​ການ​ຂ່າວ ຢູ່​ສະ​ຖາ​ນີ​ລົດ​ໄຟ​ແຫ່ງ​ນຶ່ງ ໃນ​ນະ​ຄອນ​ຫຼວງ​ໂຊ​ລ ເມື່ອ​ວັນ​ທີ 2 ກຸມ​ພາ 2024.
ແຟ້ມ - ຈໍ​ໂທ​ລະ​ພາບ​ສະ​ແດງ​ໃຫ້​ເຫັນ​ຮູບ​ການ​ຍິງ​ທົດ​ລອງ ລູກ​ສອນ​ໄຟ​ຂອງ​ເກົາ​ຫຼີ​ເໜືອ ໃນ​ລະ​ຫວ່າງ​ລາຍ​ການ​ຂ່າວ ຢູ່​ສະ​ຖາ​ນີ​ລົດ​ໄຟ​ແຫ່ງ​ນຶ່ງ ໃນ​ນະ​ຄອນ​ຫຼວງ​ໂຊ​ລ ເມື່ອ​ວັນ​ທີ 2 ກຸມ​ພາ 2024.

ຜູ້​ນຳ​ຂອງ​ເກົາ​ຫຼີ​ເໜືອ ທ່ານ​ກິມ ຈົງ ອຶນ ໄດ້​ກຳ​ກັບ​ນຳ​ການ​ທົດ​ລອງ​ຍິງ​ລູກ​ສອນ​ໄຟ​ຈາກ​ພື້ນ​ດິນ​ສູ່​ທະ​ເລ ໃນ​ວັນ​ພຸດ​ວານນີ້ ແລະ​ໄດ້​ໄປ​ຢ້ຽມ​ຢາມ​ໂຮງ​ງານ​ຜະ​ລິດ​ອາ​ວຸດ​ຍຸດ​ໂທ​ປະ​ກອນ ບ່ອນ​ທີ່​ທ່ານ​ໄດ້​ຮຽກ​ຮ້ອງ ​ໃຫ້​ເພີ້ມ​ການ​ຜະ​ລິດ​ອາ​ວຸດ​ ລາຍ​ງານ​ຂອງ KCNA ​ກ່າວໃນ​ວັນ​ພະ​ຫັດ​ມື້ນີ້ ອີງ​ຕາມ​ອົງ​ການ​ຂ່າວ​ຣອຍ​ເຕີ້.

ເກົາ​ຫຼີ​ເໜືອ​ໄດ້​ຍິງ​ລູກ​ສອນ​ໄຟ​ຄ​ຣູ​ສ​ຫຼາຍ​ລູກ​ອອກ​ໃສ່​ທະ​ເລ​ທາງ​ກ້ຳ​ຕາ​ເວັນ​ອອກ​ຂອງ​ຕົນ​ໃນ​ວັນ​ພຸດ​ວານນີ້ ກອງ​ທັບ​ຂອງ​ເກົາ​ຫຼີ​ໃຕ້​ກ່າວ ຊຶ່ງ​ເປັນ​ການ​ຍິງ​ທົດ​ລອງ​ເທື່ອ​ຫຼ້າ​ສຸດໃນ​ຮອບ​ຫຼາຍໆ​ອາ​ທິດ​ທີ່​ຜ່ານ​ມາ ກ່ອນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ ​ໃນ ເດືອນ​ເມ​ສາ ຢູ່​ທີ່​ເກົາ​ຫຼີ​ໃຕ້.

ທ່ານ​ກິມ ກ່າວ​ວ່າ ເກົາ​ຫຼີ​ໃຕ້​ໄດ້​ລະ​ເມີດ​ອະ​ທິ​ປະ​ໄຕ ​ຂອງ​ເກົາ​ຫຼີ​ເໜືອ ໂດຍ​ຢືນ​ຢັດ​ຕໍ່ “ເສັ້ນ​ຈຳ​ກັດ​ດ້ານ​ເໜືອ” ຊຶ່ງ​ເປັນ​ເສັ້ນ​ແບ່ງ​ຊາຍ​ແດນ​ທາງ​ທະ​ເລ​ລະ​ຫວ່າງ 2 ເກົາ​ຫຼີ ລາຍ​ງານ​ຂອງ KCNA ກ່າວ.

ທ່ານ​ກິມ​ໄດ້​ສັ່ງ​ໃຫ້​ເພີ້ມ​ການ​ກຽມ​ພ້ອມ​ທາງ​ທະ​ຫານ ໃນ​ເຂດ​ນ່ານ​ນ້ຳ​ຢູ່​ທາງ​ດ້ານ​ເໜືອ​ຂອງ​ດອນຢອນ​ປີ​ຢົງ (Yeonpyeong) ແລະ​ທາງ​ກ້ຳ​ຕາ​ເວັນ​ຕົກ​ຂອງ​ແຫຼມ​ເກົາ​ຫຼີ ໃນ​ບໍ​ລິ​ເວນ​ເຂດ​ແບ່ງ​ຊາຍ​ແດນ​ທາງ​ທະ​ເລ ອົງ​ການ​ຂ່າວ KCNA ກ່າວ.

“ມັນ​ບໍ່​ສຳ​ຄັນ​ວ່າ ມີ​ເສັ້ນ​ຢູ່​ຈັກ​ເສັ້ນ​ໃນ​ບໍ​ລິ​ເວນ​ທະ​ເລ​ຕາ​ເວັນ​ຕົກ​ຂອງ​ເກົາ​ຫຼີ..ເວ​ລາ​ພວກ​ສັດ​ຕູ​ລ່ວງ​ລ້ຳ​ເຂົ້າ​ມາ ​ໃນ​ເຂດ​ແດ​ນ​ທາງ​ທະ​ເລ​ທີ່​ຮັບ​ຮູ້​ໂດຍ​ພວກ​ເຮົາ ພວກ​ເຮົາ​ຈະ​ຖື​ວ່າ ມັນ​ເປັນ​ການ​ລ່ວງ​ລະ​ເມີດ​ຕໍ່​ອະ​ທິ​ປະ​ໄຕ​ຂອງ ສ​ປ​ປ ເກົາ​ຫຼີ ແລະ​ເປັນ​ການ​ທ້າ​ທາຍ​ຍົ້ວ​ຍຸ​ດ້ວຍ​ກຳ​ລັງ​ອາ​ວຸດ​ຕໍ່​ປະ​ເທດ​ເຮົາ” ທ່ານ​ກິມໄດ້​ກ່າວ ​ອີງ​ຕາມ​ອົງ​ການ​ຂ່າວ KCNA.

ລູກ​ສອນ​ໄຟ​ຊະ​ນິດໃໝ່ ທີ່​ມີ​ຊື່​ວ່າ Padasuri-6 ຫຼື “ອິນ​ຊີ​ທະ​ເລ-6” ໄດ້​ບິນ​ຢູ່​ເທິງ​ທະ​ເລ ແລະ​ກໍ​ແລ່ນ​ເຂົ້າ​ຕຳ​ເປົ້າ​ໝາຍ​ທີ່​ຕັ້ງ​ໃຈ​ໄວ້ ອົງ​ການ​ຂ່າວ KCNA ໄດ້​ກ່າວ​ເພີ້ມ​ຕື່ມ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG