ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໔ ພຶດສະພາ ໒໐໒໔

ເກົາ​ຫຼີ​ເໜືອ ຍິງ​ລູກ​ສອນ​ໄຟ​ຄ​ຣູ​ສ ຈຳ​ນວນ​ນຶ່ງ ກອງ​ທັບ​ເກົາ​ຫຼີ​ໃຕ້​ກ່າວ


ແຟ້ມ - ຈໍ​ໂທ​ລະ​ພາບ ສະ​ແດງ​ໃຫ້​ເຫັນ​ກາ​ນ​ຍິງ​ລູກ​ສອນ​ໄຟ​ຂອງ​ເກົາ​ຫຼີ​ເໜືອ ໃນ​ລະ​ຫວ່າງ​ລາຍ​ການ​ຂ່າວ ຢູ່​ສະ​ຖາ​ນີ​ລົດ​ໄຟ​ແຫ່ງ​ນຶ່ງ ໃນ​ນະ​ຄອນ​ຫຼວງ​ໂຊ​ລ ເມື່ອ​ວັນ​ທີ 2 ກຸມ​ພາ 2024.
ແຟ້ມ - ຈໍ​ໂທ​ລະ​ພາບ ສະ​ແດງ​ໃຫ້​ເຫັນ​ກາ​ນ​ຍິງ​ລູກ​ສອນ​ໄຟ​ຂອງ​ເກົາ​ຫຼີ​ເໜືອ ໃນ​ລະ​ຫວ່າງ​ລາຍ​ການ​ຂ່າວ ຢູ່​ສະ​ຖາ​ນີ​ລົດ​ໄຟ​ແຫ່ງ​ນຶ່ງ ໃນ​ນະ​ຄອນ​ຫຼວງ​ໂຊ​ລ ເມື່ອ​ວັນ​ທີ 2 ກຸມ​ພາ 2024.

ກອງ​ທັບ​ຂອງ​ເກົາ​ຫຼີ​ໃຕ້ ​ກ່າວ​ວ່າ ຕົນ​ໄດ້​ພົບ​ເຫັນ​ການ​ຍິງ​ລູກ​ສອນ​ໄຟ​ຄ​ຣູ​ສ ​ຈຳ​ນວນ​ນຶ່ງອອກ​ໃສ່​ທະ​ເລ​ທາງ​ກ້ຳ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ປະ​ເທດ ຊຶ່ງ​ເປັນ​ການ​ທົດ​ລອງ​ອາ​ວຸດ​ຊະ​ນິດ​ດັ່ງ​ກ່າວ ​ຄັ້ງ​ທີ 5 ນັບ​ແຕ່​ເດືອນ​ມັງ​ກອນ​ເປັນ​ຕົ້ນ​ມາ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

​ຄະ​ນະເສ​ນາ​ທິ​ການ​ຮ່ວມ​ຂອງກອງ​ທັບ​ເກົາ​ຫຼີ​ໃຕ້ ໃນ​ວັນ​ພຸດມື້ນີ້ ບໍ່​ໄດ້​ໃຫ້​ລາຍ​ລະ​ອຽດ​ໃດໆ​ ໃນ​ທັນ​ທີ​ເທື່ອ ກ່ຽວ​ກັບ​ຈຳ​ນວນ​ຂອງ​ລູກ​ສອນ​ໄຟ​ທີ່​ໄດ້​ຍິງ ແລະ​ມີ​ໄລ​ຍະ​ທາງ​ໄກ​ປານ​ໃດ​ທີ່​ລູກ​ສອນ​ໄຟ​ເຫຼົ່າ​ນີ້​ໄດ້​ບິນ​.

ການ​ຍິງ​ດັ່ງ​ກ່າວ​ແມ່ນການ​ຍິງ​ລູກ​ສອນ​ໄຟ​ເທື່ອ​ທີ 6 ຂອງ​ເກົາ​ຫຼີ​ເໜືອ​ພາຍ​ໃນ​ປີນີ້ ຊຶ່ງ​ຮວມ​ທັງ​ການ​ຍິງ​ທົດ​ລອງ​ ລູກ​ສອນ​ໄຟ​ໄລ​ຍະ​ປານ​ກາງ​ທີ່​ໃຊ້​ເຊື້ອ​ໄຟ​ແທ່ງ​ເທື່ອ​ທຳ​ອິດ​ຂອງ​ປະ​ເທດ ເມື່ອ​ວັນ​ທີ 14 ມັງ​ກອນ.

ຄວາມ​ເຄັ່ງ​ຕຶງ​ໃນ​ແຫຼມ​ເກົາ​ຫຼີ​ແມ່ນ​ຢູ່​ໃນ​ລະ​ດັບ​ສູງ​ສຸດ​ໃນ​ຮອບ​ຫຼາຍໆ​ປີ ຫຼັງ​ຈາກ​ຜູ້​ນຳ​ຂອງ​ເກົາ​ຫຼີ​ເໜືອ ທ່ານ​ກິມ ຈົງ ອຶນ ເລັ່​ງ​ລັດ​ການສະ​ແດງ​ອາ​ວຸດ​ ໃນ​ໄລ​ຍະ​ທີ່​ໃກ້​ຄຽງ​ກັນ​ຫຼາຍ​ຂຶ້ນ​ເປັນ​ປະ​ຫວັດ​ການແລະ​ໄດ້​ອອກ​ການຂົ່ມ​ຂູ່ແບບ​ເປັນ​ການຍົ້ວ​ຍຸ​ເພື່ອ​ທ້າ​ທາຍ​ເກາະ​ຜິດ​ທີ່​ກໍ່​ໃຫ້​ເກີດ​ບັນ​ຫາ​ຂັດ​ແຍ້ງ​ທາງ​ດ້ານ​ນິວ​ເຄ​ລຍ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG