ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາ​ຫຼີ​ເໜື​ອ ຍິງລູ​ກ​ຈະ​ຫຼວດ ອອກ​ໄປ​ໃສ່​ທະ​ເລ ຕື່ມອ​ີກ


​ຜູ້​ຄົນ​ເບິ່ງ​​ຂ່າວ ກ່ຽວ​ກັບ​ການ​ຍິງ​ຈະ​ຫຼວດ​ ຂອງ​ເກົາ​ຫ​ຼີ​ເໜືອ ທີ່​ສະ​ຖາ​ນີ​ລົດ​ໄຟ​ແຫ່ງ​ນຶ່ງ ໃນ​ນະ​ຄອນ​ຫຼວງ​ໂຊ​ລ ຂອງ​ເກົາ​ຫຼີ​ໃຕ້ ເມື່ອ​ວັນ​ທີ 20 ມີ​ນາ 2022.
​ຜູ້​ຄົນ​ເບິ່ງ​​ຂ່າວ ກ່ຽວ​ກັບ​ການ​ຍິງ​ຈະ​ຫຼວດ​ ຂອງ​ເກົາ​ຫ​ຼີ​ເໜືອ ທີ່​ສະ​ຖາ​ນີ​ລົດ​ໄຟ​ແຫ່ງ​ນຶ່ງ ໃນ​ນະ​ຄອນ​ຫຼວງ​ໂຊ​ລ ຂອງ​ເກົາ​ຫຼີ​ໃຕ້ ເມື່ອ​ວັນ​ທີ 20 ມີ​ນາ 2022.

ເກົາ​ຫຼີ​ເໜືອ​ໄດ້​ຍິງ​ລູກ​ສອນ​ໄຟ​ຕື່ມ​ອີກ ໃນ​ອັນ​ທີ່​ປາ​ກົດ​ວ່າ​ເປັນການ​ຍິງ​ລະ​ບົບ​ ຈະ​ຫຼວດ​ຫຼາຍ​ລຳ​ກ້ອງ ອີງ​ຕາມ​ຄຳ​ເວົ້າ​ຂອງກອ​ງ​ທັບ​ເກົາ​ຫຼີ​ໃຕ້​ ໃນ​ວັນ​ອາ​ທິດ​ວານນີ້ ໃນ​ການ​ທົດ​ລອງ​ລູກ​ສອນ​ໄຟ​ແບບ​ບ້າ​ຄັ່ງຮອບ​ຫຼ້າ​ສຸດຂອງ​ເກົາ​ຫຼີ​ເໜືອ.

ຖະ​ແຫຼງ​ການ​ຂອງກອງ​ທັບ​ເກົາ​ຫຼີ​ໃ​ຕ້ ​ບໍ່​ໄດ້​ເວົ້າ​ເຖິງ​ໄລ​ຍະ ​ທິດ​ທາງ​ ຫຼື​ຊະ​ນິດ​ ອາ​ວຸດ ​ທີ່​ໃຊ້​ຍິງ​ຢ່າງ​ເຈາະ​ຈົງ ແຕ່​ກໍ​ກ່າວ​ວ່າ ຕົນ​ພວມ​ຕິດ​ຕາມ​ສະ​ຖາ​ນະ​ການ​ຢ່າງ​ໃກ້​ຊິດ.

ອົງ​ການ​ຂ່າວຢອນ​ຮັບ​ຂອງ​ເກົາ​ຫຼີ​ໃຕ້​ລາຍ​ງານ​ວ່າ ເກົາ​ຫຼີ​ເໜືອ​ໄດ້​ຍິງ​ຈະ​ຫຼວດ 4 ລູກ ພາຍ​ໃນ​ໄລ​ຍະ 1 ຊົ່ວ​ໂມງ​ ຈາກ​ແຂວງພຽງ​ການ​ໃຕ້ ອອກ​ໄປ​ສູ່​ທະ​ເລ​ທາງກ້ຳ​ຕ​າ​ເວັນ​ຕົກ​ຂອງ​ປະ​ເທດ.

ລາຍ​ງານ​ແຈ້ງ​ໃຫ້​ຊາບ​ຕື່ມ​ວ່າ ສະ​ພາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອງ​ເກົາ​ຫຼີ​ໃຕ້​ ໄດ້​ເປີດ​ປະ​ຊຸມ​ສຸກ​ເສີນ ​ເພື່ອ​ຫາ​ລື​ກ່ຽວ​ກັບ​ການ​ຍິງ​ດັ່ງ​ກ່າວ.

ພາຍ​ໃນ​ປີນີ້ ເກົາ​ຫຼີ​ເໜືອ​ໄດ້​ທຳ​ການ​ທົດ​ລອງ​ຍິງ​ລູກ​ສອນ​ໄຟ 11 ຮອບ ໃນ​ຂະ​ນະ​ທີ່​ປະ​ເທດ​ດັ່ງ​ກ່າວ​ພວມ​ດຳ​ເນີນ​ການ​ຢ່າງ​ເປັນ​ລະ​ບົບ ຕາມ​ທີ່​ໄດ້​ມີ​ການ​ກຳ​ນົດ​ໄວ້​ໃນ​ປີ​ກາຍນີ້ ໂດຍ​ຜູ້​ນຳ​ຂອງ​ເກົາ​ຫຼີ​ເໜືອ ທ່ານ​ກິມ ຈົງ ອຶນ.

ໃນ​ອາ​ທິດ​ແລ້ວນີ້ ການ​ປະ​ສົບ​ກັບ​ຄວາມ​ລົ້ມ​ແຫຼວ​ໃນ​ການ​ຍິງ​ລູກ​ສອນ​ໄຟ​ຂອງ​ເກົາ​ຫຼີ​ເໜືອ​ໄດ້​ພາ​ໃຫ້​ມີ​ການ​ລະ​ເບີດ​ກາງ​ອາ​ກາດ ທີ່​ມີ​ລາຍ​ງານ​ວ່າເຮັດ​ໃຫ້​ຊິ້ນ​ສ່ວນ​ຂອງ​ລູກ​ສອນ​ໄຟ ​ຕົກ​ລົງ​ມາ​ຢ່າງ​ກະ​ຈັດ​ກະ​ຈາຍ​ ໃກ້ໆ​ນະ​ຄອນ​ຫຼວງ​ພຽງ​ຢາງ. ເກົາ​ຫຼີ​ເໜືອ​ໄດ້​ມິດ​ງຽບ​ກ່ຽວ​ກັບ​ເຫດ​ການ​ດັ່ງ​ກ່າວ. ການ​ຍິງນີ້​ປາ​ກົດ​ວ່າບໍ່​ໄດ້​ມີ​ການ​ໄຕ່​ຕອງ​ຢ່າງ​ຖີ່​ຖ້ວນຍ້ອນ​ມີ​ຂຶ້ນ​ທີ່​ສະ​ໜາມ​ບິນ​ສາ​ກົນ​ຂອງ​ເກົາ​ຫຼີ​ເໜືອ.

ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ​ໄດ້​ເຕືອນ​ວ່າ ໃນ​ບໍ່​ຊ້ານີ້​ເກົາຫຼີ​ເໜືອ​ຈະ​ທົດ​ລອງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຂ້າມ​ທະ​ວີບ​ຊະ​ນິດ​ໃໝ່ ບາງ​ທີ​ອາດ​ຈະ​ມາ​ໃນ​ຮູບ​ການ​ສົ່ງ​ດາວ​ທຽມ.

ການ​ຍິງ​ທົດ​ລອງ​ລະ​ບົບ​ຈະ​ຫຼວດ​ຫຼາຍ​ລຳ​ກ້ອງ​ມີ​ທ່າ​ທາງ​ວ່າ​ອາດ​ຈະ​ເປັນ​ການ​ທ້າ​ທາຍ​ເກາະ​ຜິດ​ໜ້ອຍກວ່າ​ການ​ຍິງ​ລູກ​ສອນ​ໄຟ​ໄລ​ຍະ​ໄກ ແຕ່​ພວກ​ນັກ​ວິ​ເຄາະ​ກໍ​ເຕືອນ​ວ່າ ອາດ​ວຸດ​ຊະ​ນີ​ດັ່ງ​ກ່າວ​ແມ່ນ​ເປັນ​ໄພ​ຂົ່ມ​ຂູ່​ທີ່​ສຳ​ຄັນ​ຕໍ່​ເກົາ​ຫຼີ​ໃຕ້.

ໃນ​ປີ 2019 ເກົາ​ຫຼີ​ເໜືອ​ໄດ້​ທົດ​ລອງ​ຫຼາຍໆ​ຄັ້ງໃນການ​ຍິງຈະ​ຫຼວດ​ທີ່ຂະ​ໜາດ ໃຫຍ່ເປັນ​ພິ​ເສດ ທີ່​ສະ​ຫະ​ລັດ​ເອີ້ນ​ວ່າ KN-25.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG