ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເກົາຫຼີເໜືອ ຍິງລູກສອນໄຟ ຂີປະນາວຸດ ໄປໃສ່ທະເລ ຕື່ມອີກ ສອງລູກ


ຊາຍຄົນນຶ່ງ ຢືນຊົມ ລາຍການຂ່າວໂທລະພາບ ທີ່ສະແດງໃຫ້ ເຫັນ ບັນທຶກພາບຂອງການຍິງລູກສອນໄຟ ໂດຍເກົາຫຼີເໜືອ ຢູ່ທີ່ສະຖານີລົດໄຟ ໃນນະຄອນຫຼວງໂຊລ ຂອງເກົາຫຼີໃຕ້, ວັນທີ 3 ມີນາ 2016.
ຊາຍຄົນນຶ່ງ ຢືນຊົມ ລາຍການຂ່າວໂທລະພາບ ທີ່ສະແດງໃຫ້ ເຫັນ ບັນທຶກພາບຂອງການຍິງລູກສອນໄຟ ໂດຍເກົາຫຼີເໜືອ ຢູ່ທີ່ສະຖານີລົດໄຟ ໃນນະຄອນຫຼວງໂຊລ ຂອງເກົາຫຼີໃຕ້, ວັນທີ 3 ມີນາ 2016.

ເກົາຫຼີເໜືອ ໄດ້ຍິງ ລູກສອນໄຟຂີປະນາວຸດ ໄລຍະ​ໃກ້ສອງລູກ
ລົງ​ໃສ່ທະເລ ທີ່ປາກົດວ່າ ເປັນການຕອບໂຕ້ ຕໍ່ການຊ້ອມລົບ
ທາງດ້ານທະຫານ ທີ່ມີຢູ່ຕໍ່ໄປ ໂດຍເກົາຫຼີໃຕ້ ແລະ ສະຫະລັດ.

ກະຊວງປ້ອງກັນປະເທດເກົາຫຼີໃຕ້ ກ່າວວ່າ ລູກສອນໄຟດັ່ງ
ກ່າວ ໄດ້ຖືກຍິງ ເມື່ອຕອນເຊົ້າວັນພະຫັດມື້ນີ້ ຈາກແຂວງ
Hwanghae ເໜືອ. ພວກລູກສອນໄຟ ໄດ້ຖືກ​ຍິງ​ໄປປະມານ
500 ກິໂລແມັດ ແລະ ໄດ້ຕົກລົງ​ໃສ່ນ້ຳທະເລ ນອກ​ແຄມຝັ່ງ
ທາງພາກຕາເວັນອອກຂອງປະເທດ ອີງຕາມຄຳຖະແຫລງ
ຂອງເຈົ້າໜ້າທີ່ ໃນນະຄອນຫຼວງໂຊລ.

ການຍິງເຊັ່ນນັ້ນ ແມ່ນບໍ່ຜິດປົກກະຕິເລີຍ ໃນເວລາ ຄວາມເປັນປໍລະປັກ ກຳລັງສູງຂຶ້ນ
ຢູ່ໃນແຫຼມເກົາຫຼີ. ເກົາຫຼີເໜືອ ກຽດຊັງການຊ້ອມລົບທາງທະຫານ ທີ່ໃຫຍ່ໂຕ ໂດຍໂຊລ
ແລະ ວໍຊິງຕັນ ທີ່ພວກ​ເຂົາເອີ້ນວ່າ ເປັນການຕຽມພ້ອມ ສຳລັບການຮຸກຮານ.

ພຽງຢາງ ຍັງໄດ້ກ່າວໃນວັນພະຫັດມື້ນີ້ ວ່າ ຕົນຈະ “ຊຳລະສະສາງ” ຊັບສິນຂອງເກົາຫຼີໃຕ້
ທັງໝົດທີ່ຍັງເຫຼືອຢູ່ໃນເຂດແດນຂອງຕົນ ໂດຍອ້າງອີງເຖິງສອງໂຄງການຮ່ວມມື ທີ່ໄດ້ຖືກ
ຍົກເລີກໄປແລ້ວນັ້ນ ຄື ​ເຂດ​ອຸດສາຫະກຳ​ຮ່ວມ Kaesong ບ່ອນ​ຕາກ​ອາກາດ ​ຂອງ​ພວກ​
ນັກ​ທ່ອງ​ທ່ຽວ​ເທິງ Kumgang ຊຶ່ງ​ທັງ​ສອງ​ໂຄງການ​ນີ້ຕັ້ງຢູ່​ໃນ​ເຂດ​ແດນ ຂອງ​ເກົາຫຼີ​ເໜືອ.

ຄະນະ​ກຳມະການ​ທ້ອນ​ໂຮມເກົາຫຼີແບບ​ສັນຕິ ຂອງ​ຝ່າຍ​ເກົາຫລີ​ເໜືອ ​ຍັງ​ໄດ້​ກ່າວ​ວ່າ ຕົນ​
ໄດ້​ປະກາດ​ໃຫ້​ທຸກ​ຂໍ້​ຕົກລົງ ​ກ່ຽວ​ກັບ​ການ​ຮ່ວມ​ມື​ ທາງດ້ານ​ເສດຖະກິດ ​ແລະ​ໂຄງການ​ແລກ
ປ່ຽນ​ຕ່າງໆກັບ​ເກົາຫຼີ​ໃຕ້​ເປັນ​ໂມ​ຂະ ​ແລະ​ໄດ້​ຂູ່​ວ່າ ຈະ​ເອົາ​ມາດ​ຕະການ​ທາງ​ທະຫານ​ແລະ​
ເສດຖະກິດ​ຕໍ່​ລັດ ຖະບານ​ເກົາຫຼີ​ໃຕ້. ຖະ​ແຫຼ​ງການ​ດັ່ງກ່າວ​ແມ່ນ​ໄດ້ປະກາດ ​ໂດຍ​ອົງການ
ຂ່າວ​ສູນ​ກາງຂອງ​ທາງ​ການ​ເກົາຫລີ​ເໜືອ.

ຊັບ​ສິນ​ຂອງ​ເກົາຫຼີ​ໃຕ້​ທີ່​ເຂດ​ອຸດສາຫະກຳ​ຮ່ວມ Kaesong ​ແມ່ນ​ມີ​ມູນ ຄ່າ 663 ລ້ານ​ໂດ​ລາ.​
ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ​ເທື່ອ​ວ່າ ​ເກົາຫລີ​ເໜືອ ຈະ​ສະ​ສາງ​ເລື້ອງນີ້​ແບບ​ໃດ.

North Korea Missiles
please wait
Embed

No media source currently available

0:00 0:00:45 0:00

XS
SM
MD
LG