ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫຼີ​ເໜືອ ທົດລອງຍິງ ລູກສອນໄຟ ໄລຍະໃກ້ 2 ລູກ (ວີດີໂອ)


NOKOR Missiles SOTVO
please wait
Embed

No media source currently available

0:00 0:00:43 0:00

ເກົາຫຼີ​ເໜືອ​ໄດ້​ຍິງ​ລູກ​ສອນ​ໄຟຂີປະນາວຸດ​ໄລຍະ​ໃກ້ 2 ລູກ ​
ໃສ່​ທະ​ເລກ້ຳ​ຕາ​ເວັນ​ອອກຂອງປະເທດ ຊຶ່ງ​ເປັນ​ການ​ທົດ​ລອງ
​ຄັ້ງ​ທີ 4 ​ພາຍ​ໃນລະຍະສອງ​ສັບປະດາ​.

​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ປະ​ເທດ​ຂອງ​ເກົາຫຼີ​ໃຕ້ ກ່າວ​ວ່າ ມີການສົງໄສ
​ວ່າ ເປັນການ​ຍິງລູກ​ສອນ​ໄຟ​ Scud ​ໃນ​ວັນ​ພຸດ​ມື້​ນີ້ ຈາກ​ແຂວງ
Hwanghae ທາງ​ພາກ​ຕາ​ເວັນ​ຕົກຂອງປະເທດ ​ຊຶ່ງມີລັດສະໝີ
ປະມານ 500 ກິ​ໂລ​ແມັດ.

ລູກ​ສອນ​ໄຟ ​ໄດ້​ຕົກລົງໃສ່ໜ້າ​ນ້ຳ ທີ່ເກົາຫຼີ​ໃຕ້ເອີ້ນ​ວ່າ ທະ​ເລ​ຕາ​ເວັນ​
ອອກ ແລະທາງໂຕ ກຽວເອີ້ນວ່າ ທະເລຍີ່ປຸ່ນ. ຫົວໜ້າຫ້ອງວ່າການ
ລັດຖະບານຍີ່ປຸ່ນ ທ່ານ Yoshihide Suga ໄດ້ປະນາມການຍິງລູກ​ສອນ​ໄຟດັ່ງກ່າວ ໂດຍເວົ້າວ່າ:“ການທົດລອງຍິງລູກ​ສອນ​ໄຟນີ້​ແມ່ນລະເມີດຕໍ່ການລົງໂທດຂອງອົງ
ການສະຫະປະຊາຊາດຈົນເທົ່າເຖິງມື້ນີ້ ແລະພວກເຮົາແມ່ນປະທ້ວງຢ່າງແຂງຂັນ
ຕໍ່ເກົາຫຼີເໜືອ ທີ່ໄດ້ທຳ ການຍິງລູກສອນໄຟຂີປະນາວຸດອີກ​ທັງໆທີ່ພວກເຮົາ
ໄດ້ຄັດຄ້ານ.”

ໃນໄລຍະສອງສາມອາທິດຜ່ານມານີ້ ເກົາຫຼີ​ເໜືອໄດ້ຂະຫຍາຍ ການທ້າທາຍຕໍ່ການລົງ ໂທດສະຫະປະຊາຊາດ ໂດຍໄດ້ທົດລອງຍິງລູກສອນໄຟຂີປະນາວຸດ ໃນຂະນະທີ່ກົດດັນ
ໃຫ້ເກົາຫຼີໃຕ້ ຍອມຮັບຂໍ້ຕົກລົງ ເພື່ອຜ່ອນຄາຍຄວາມເຄັ່ງຕຶງລົງ.

ເກົາຫລີໃຕ້ ໄດ້ປະຕິເສດຕໍ່ຂໍ້ສະເໜີ ໂດຍກ່າວວ່າ ກ່ອນອື່ນພຽງຢາງຕ້ອງເອົາບາດກ້າວ ເພື່ອສະແດງໃຫ້ເຫັນວ່າຕົນໄດ້ທັບມ້າງໂຄງການນິວເຄລຍຂອງຕົນແລ້ວ.

ໃນຂະນະດຽວກັນ ອົງການຂ່າວລັດຖະບານເກົາຫຼີເໜືອ ໄດ້ປະກາດກ່ຽວກັບການເສຍຊີວິດ
ຂອງຫົວໜ້າຄົນນຶ່ງ ທີ່ກຳກັບນຳໂຄງການນິວເຄລຍແລະລູກສອນໄຟຂອງພຽງຢາງ.

ອົງການຂ່າວສູນກາງເກົາຫຼີ ກ່າວວ່າ ນາຍພົນເບ້ຍບຳນານ Jon Pyong Ho ໄດ້ເສຍ ຊີວິດ ໃນວັນພຸດມື້ນີ້ ດ້ວຍໂລກຊະລາ ຮວມອາຍຸໄດ້ 88 ປີ.

ນາຍພົນ Jon ຊຶ່ງອອກກິນເບ້ຍບຳນານ ໃນປີ 2011 ນັ້ນໄດ້ມີບົດບາດສຳຄັນໃນການ ທົດລອງນິວເຄລຍ 2 ລູກທຳອິດຂອງເກົາຫຼີເໜືອ ໃນປີ 2006 ແລະ 2009.

XS
SM
MD
LG