ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫລີເໜືອ ຍິງລູກສອນໄຟເພີ້ມອີກຫຼາຍລູກ ໂດຍຮ້ອງວ່າ ຂົງເຂດປາຊີຟິກຄື 'ໄລຍະການຍິງຂອງພວກເຮົາ'


ແຟ້ມຮູບ-ການສະແດງລູກສອນໄຟ ຢູ່ທີ່ງານເດີນສວນສະໜາມຂອງກອງທັບ ສໍາລັບວັນຄົບຮອບ 75 ປີການສ້າງຕັ້ງກອງທັບເກົາຫລີເໜືອ, ຢູ່ທີ່ຈັດຕຸລັດ ກິມ ອິລ ຊຸງ ໃນນະຄອນຫຼວງພຽງຢາງ, ເກົາຫລີເໜືອ, ວັນທີ 8 ກຸມພາ 2023, ພາບດັ່ງກ່າວນີ້ ໄດ້ຖືກເຜີຍແຜ່ໂດຍ ອົງການຂ່າວສູນກາງເກົາຫລີເໜືອ (KCNA).
ແຟ້ມຮູບ-ການສະແດງລູກສອນໄຟ ຢູ່ທີ່ງານເດີນສວນສະໜາມຂອງກອງທັບ ສໍາລັບວັນຄົບຮອບ 75 ປີການສ້າງຕັ້ງກອງທັບເກົາຫລີເໜືອ, ຢູ່ທີ່ຈັດຕຸລັດ ກິມ ອິລ ຊຸງ ໃນນະຄອນຫຼວງພຽງຢາງ, ເກົາຫລີເໜືອ, ວັນທີ 8 ກຸມພາ 2023, ພາບດັ່ງກ່າວນີ້ ໄດ້ຖືກເຜີຍແຜ່ໂດຍ ອົງການຂ່າວສູນກາງເກົາຫລີເໜືອ (KCNA).

ເກົາຫຼີເໜືອ ໄດ້ຍິງລູກສອນໄຟໄລຍະໃກ້ ໃນຕອນເຊົ້າວັນຈັນມື້ນີ້ ເຊິ່ງເປັນການ ຕອບໂຕ້ຢ່າງແຈ່ມແຈ້ງໃນທັນທີ ຕໍ່ການຊ້ອມລົບທາງອາກາດຮ່ວມກັບ ເກົາຫລີໃຕ້ ຂອງ ສະຫະລັດ ໂດຍມີເຮືອບິນຖິ້ມລະເບີດຍຸດທະສາດ B-1B ແລະ ເຮືອບິນຂັບໄລ່ F-35, ເຊິ່ງເປັນໄລຍະເວລາບໍ່ຮອດນຶ່ງມື້ໃນກ່ອນໜ້ານັ້ນ.

ຖະແຫຼງການທີ່ອອກມາໃນທັນທີທັນໃດ ຂອງອົງການຂ່າວສູນກາງເກົາຫລີເໜືອ ກ່າວວ່າ ການຊ້ອມຍິງລູກສອນໄຟຫຼາຍໆຄັ້ງຈາກແນວໜ້າພາກຕາເວັນຕົກ ໄດ້ ແນເປົ້າຈະຫຼວດສອງລູກທີ່ມີຂະໜາດ 600 ມີລີແມັດ ໃສ່ເປົ້າໝາຍທາງທິດ ຕາເວັນອອກ 395 ກິໂລແມັດ ແລະ 337 ກິໂລແມັດ.

ຖະແຫລງການໄດ້ໂອ້ອວດວ່າ ຈະຫຼວດພຽງ 4 ລູກ ທີ່ມີລັກສະນະສາ​ມາດ ນໍາສົ່ງອາວຸດນິວເຄລຍກົນ​ລະ​ຍຸດນັ້ນ ແມ່ນສາມາດທໍາລາຍລ້າງເດີ່ນບິນໄດ້.

ເສນາທິການຮ່ວມຂອງເກົາຫຼີໃຕ້ກ່າວວ່າ ພວກເຂົາສາມາດກວດພົບລູກສອນໄຟ ຂີປະນາວຸດໄລຍະໃກ້ສອງລູກ ທີ່ຍິງລະຫວ່າງ 7:00 ໂມງເຊົ້າ ແລະ 7:11 ໂມງເຊົ້າ ຈາກບໍລິເວນ ຊຸກຊອນ (Sukchon) ຂອງເກົາຫລີເໜືອ ໄປສູ່ນ່ານ ນໍ້າທາງທິດຕາເວັນອອກຂອງແຫລມເກົາຫລີ.

ໄລຍະການບິນຂອງອາວຸດດັ່ງກ່າວ ມີຄວາມໄກຮອດ 390 ກິໂລແມັດ ອີງຕາມ ການກ່າວອ້າງຂອງກອງທັບໂຊລ, ຖ້າ​ຖືກ​ແນ​ໃສ່ມຸມທີ່​ຕ່າງ​ກັນ​ ຕາມທາງທິດ ສະດີແລ້ວ ມັນອາດສາ​ມາດ​ຖືກ​ຍິງ​ໃສ່ຖານທັບອາກາດຫຼາຍແຫ່ງຂອງ ເກົາຫລີໃຕ້ ທີ່ຕັ້ງຢູ່ໃນໄລຍະຂອງລູກສອນໄຟດັ່ງກ່າວ, ເຊິ່ງລວມມີ ຖານທັບອາກາດຂອງສະຫະລັດ ທີ່ຕັ້ງຢູ່ໃນເມືອງໂອຊານ ແລະເມືອງ ກຸນຊານ.

ເກົາຫຼີເໜືອ ໄດ້ສະແດງຈະຫລວດທີ່ມີຂະໜາດ 600 ມີລີແມັດ ຢູ່ໃນການສະ ເໜີຂ່າວປີໃໝ່ໃນເດືອນແລ້ວນີ້, ເຊິ່ງພວກເຂົາໄດ້ປະກາດເປົ້າໝາຍ ກ່ຽວກັບ ການຜະລິດອາວຸດນິວເຄລຍຈໍານວນຫຼາຍ ແລະພັດທະນາລູກສອນໄຟຂີປະນາ ວຸດຂ້າມທະວີບ “ສໍາລັບການຕອບໂຕ້ໃນທັນທີ.”

“ພວກເຮົາຮູ້ດີ ກ່ຽວກັບ ການເຄື່ອນໄຫວໂຈມ​ຕີ​ທາງຍຸດທະສາດ ຂອງກອງກໍາ ລັງສະຫະລັດ ເຊິ່ງໝາຍເຖິງການເຂົ້າມາໃນບໍລິເວນແຫລມເກົາຫລີ,” ທ່ານນາງ ກິມ ໂຢ ຈົງ ກ່າວໃນອີກຖະແຫລງການນຶ່ງ ທີ່ເຜີຍແຜ່ໂດຍອົງການຂ່າວຂອງ ລັດຖະບານໃນວັນຈັນມື້ນີ້.

“ຄວາມ​ຖີ່ໃນການນໍາໃຊ້ຂົງເຂດມະຫາສະໝຸດປາຊີຟິກ ສໍາລັບການຍິງລູກສອນ ໄຟຂອງພວກເຮົາ ຈະຂຶ້ນຢູ່ກັບການປະຕິບັດງານຂອງກອງທັບສະຫະລັດ.”

ທ່ານນາງ ກິມ ໂຢ ຈົງ, ແມ່ນຮອງຜູ້ອໍານວຍການ ພະແນກຂອງຄະນະກໍາມະ ການສູນກາງຂອງພັກກຳ​ມະ​ກອນເກົາຫລີ, ເຊິ່ງໄດ້ເວົ້າໃນນາມຂອງອ້າຍຂອ​ງ​ລາວເລື້ອຍໆ ໃນລັກສະນະຂອງການດູຖູກຢ່າງ​ເປັນ​ປະ​ຈຳ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG