ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ເກົາ​ຫຼີ​ເໜື​ອ ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຕື່ມ​ອີກ ຂະ​ນະ​ທີ່​ກຳ​ປັ່ນ​ບັນ​ທຸກ​ເຮືອ​ບິນ​ສະ​ຫະ​ລັດ ແລ່ນ​ກັບ​ຄືນ​ໄປ​ຍັງ​ແຫຼມ​ເກົາ​ຫຼີ


ເອກ​ອັກ​ຄະ​ລັດ​ຖະ​ທູດ​ຍີ່​ປຸ່ນ ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ກິ​ມິ​ຮິ​ໂຣະ ອີ​ຊິ​ກາ​ເນະ (Kimihiro Ishikane) ຢູ່​ທີ່​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ເມື່ອ​ວັນ​ທີ 5 ຕຸ​ລາ 2022 ຈະ​ຫາ​ລື​ການ​ຍິງທົດ​ລອງ​ລູກ​ສອນ​ໄຟ​ຂ​ີ​ປະ​ນາ​ວຸດຂອງ​ເກົາ​ຫຼີ​ເໜືອ.
ເອກ​ອັກ​ຄະ​ລັດ​ຖະ​ທູດ​ຍີ່​ປຸ່ນ ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ກິ​ມິ​ຮິ​ໂຣະ ອີ​ຊິ​ກາ​ເນະ (Kimihiro Ishikane) ຢູ່​ທີ່​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ເມື່ອ​ວັນ​ທີ 5 ຕຸ​ລາ 2022 ຈະ​ຫາ​ລື​ການ​ຍິງທົດ​ລອງ​ລູກ​ສອນ​ໄຟ​ຂ​ີ​ປະ​ນາ​ວຸດຂອງ​ເກົາ​ຫຼີ​ເໜືອ.

ເກົາ​ຫຼີ​ເໜືອ​ໄດ້​ຍິງ​ລູກ​ສອນ​ໄຟ​ໄລ​ຍະ​ໃກ້​ຫຼື SRBM ຕື່ມ​ອີກ 2 ໃນ​ຕອນ​ເຊົ້າ​ວັນ​ພະ​ຫັດ​ມື້ນີ້ ສອງມື້​ລຸນ​ຫຼັງ​ທີ່​ໄດ້​ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ທີ່​ບິນ​ໄດ້​ໄກ​ທີ່​ສຸດ​ຂ້າມ​ປະ​ເທດ​ຍີ່​ປຸ່ນ ຊຶ່ງ​ໄດ້​ສ້າງ​ຄວາມ​ໂກດ​ແຄ້ນ​ໃຫ້​ແກ່​ພວກ​ຜູ້​ນຳ​ຢູ່​ໃນ​ຂົງ​ເຂດ​ແລະ​ປະ​ຊາ​ຄົມ​ນາໆ​ຊາດ.

ຄະ​ນະ​ເສ​ນາ​ທິ​ການ​ຮ່ວມ​ຂອງກອງ​ທັບ​ເກົາ​ຫຼີ​ໃຕ້ ກ່າວ​ວ່າ ລູກ​ສອນ​ໄຟ SRBM ໄດ້​ຖືກ​ຍິງ​ຂຶ້ນ​ໃນ​ເວ​ລາ 6:01 ໂມງ 6:23 ​ໂມງ ຈາກ​ບໍ​ລິ​ເວນ​ແຊມ​ຊີ​ອົກ ​ໃນ​ເຂດ​ນະ​ຄອນ​ຫຼວງ​ພຽງ​ຢາງ ໄປ​ໃສ່​ທະ​ເລ​ຕາ​ເວັນ​ອອກ. ໄລ​ຍະ​ທາງ​ຂອງ​ລູກ​ສອນ​ໄຟ ​ແມ່ນ​ລະ​ຫວ່າງ 350 ຫາ 800 ກິ​ໂລ​ແມັດ ແລະ​ຄວາມ​ສູງ​ແມ່ນ​ຢູ່​ໃນ​ລະ​ດັບ 60 ຫາ 80 ກິ​ໂລ​ແມັດ.

ການ​ຍິງ​ລູກ​ສອນ​ໄຟ​ຄັ້ງ​ນີ້ ແມ່ນ​ເທື່ອ​ທີ 6 ໃນ​ຮອບ 12 ມື້ ແລະ​ມີ​ຂຶ້ນ​ນຶ່ງມື້​ຫຼັງ​ຈາກ​ກຳ​ປັ່ນ​ບັນ​ທຸກ​ເຮືອ​ບິນໂຣ​ນັນ ຣິກ​ແກນ (USS Ronald Reagan) ໄດ້​ປ່ຽນ​ທິດ​ທາງ​ແລ່ນ​ກັບ​ຄືນ​ໄປ​ຍັງ​ແຫຼມ​ເກົາ​ຫຼີ ຫຼັງ​ຈາກ​ໄດ້​ມີ​ການ​ຊ້ອມ​ລົບ​ທາງ​ທະ​ເລ​ໃນ​ອາ​ທິດ​ແລ້ວ ຊຶ່ງ​ເປັນ​ສ່ວນ​ນຶ່ງ​ຂອງ​ການ​ຊ້ອມ​ລົບ​ເພື່ອ​ກົດ​ດັນ​ເກົາ​ຫຼີ​ເໜືອ​ທີ່​ໄດ້​ທຳ​ການ​ທ້າ​ທາຍ​ເກາະ​ຜິດ​ຕື່ມ​ຂຶ້ນ.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ ທ່ານ​ຟູ​ມິ​ໂອະ ກິ​ຊິ​ດະ ກ່າວ​ວ່າ ການ​ຍິງ​ລູກ​ສອນ​ໄຟ​ຂອງ​ເກົາ​ຫຼີ​ເໜືອ​ໃນ​ໄລ​ຍະ​ສອງ​ສາມມື້​ຜ່ານ​ມານີ້ ແມ່ນ “ເປັນ​ສິ່ງ​ທີ່​ຮັບ​ເອົາ​ບໍ່​ໄດ້​ເດັດ​ຂາດ.”

ການ​ຍິງ​ລູກ​ສອນ​ໄຟ​ເທື່ອ​ຫຼ້າ​ສຸດ​ມີ​ທ່າ​ທາງວ່າ ໄດ້​ບິນ​ໄປ​ໃນ “ວິ​ຖີ​ໂຄ້ງ​ທີ່​ຜິດ​ປົກ​ກະ​ຕິ” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ຍີ່​ປຸ່ນ ທ່ານ​ຢາ​ຊຸ​ກາ​ຊຸ ຮາ​ມາ​ດະ ກ່າວ​ໃນ​ວັນ​ພະ​ຫັດ​ມື້ນີ້ ໂດຍ​ເນັ້ນ​ຢ້ຳ​ວ່າ “ການ​ກະ​ທຳ​ເຫຼົ່າ​ນີ້​ຂອງ​ເກົາ​ຫຼີ​ເໜືອ ແມ່ນ​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ສັນ​ຕິ​ພາບ​ແລະ​ຄວາມ​ໝັ້ນ​ຄົງ​ຂອງ​ຍີ່​ປຸ່ນ ຕໍ່​ຂົງ​ເຂດ ແລະ​ຕໍ່​ປະ​ຊາ​ຄົມ​ນາໆ​ຊາດ.”

ນາ​ຍົກ​ລັດ​ຖະ​ມົນ​ຕີ​ກິ​ຊິ​ດະ ແລະ​ປະ​ທາ​ນາ​ທິ​ບໍ​ດີ​ເກົາ​ຫຼີ​ໃຕ້ ທ່ານ​ຢູນ ຊຸກ ໂຢ​ລ ມີ​ກຳ​ນົດ​ທີ່​ຈະ​ໂອ້​ລົມ​ກັນ​ທາງງ​ໂທ​ລະ​ສັບ ໃນ​ວັນ​ພະ​ຫັດ​ມື້ນີ້.

ໃນ​ການ​ໃຫ້​ຄວາມ​ເຫັນ ນັບ​ຕັ້ງ​ແຕ່​ໄດ້​ມີ​ການ​ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຂ້າມ​ຍີ່​ປຸ່ນ​ແລ້ວ​ນັ້ນ ເກົາ​ຫຼີ​ເໜືອ​ໄດ້​ໃຫ້​ຮ່ອງ​ຮອຍ​ວ່າ ການ​ຍິງ​ລູກ​ສອນ​ໄຟ​ແມ່ນ​ເປັນ​ປະ​ຕິ​ກິ​ລິ​ຍາ​ຕອບ​ໂຕ້​ຕໍ່​ການ​ເຄື່ອນ​ໄຫວ​ຂອງ​ສະ​ຫະ​ລັດ ໂດຍ​ກ່າວ​ຫາ​ສະ​ຫະ​ລັດ​ວ່າ “ເປັນ​ໄພ​ຂົ່ມ​ຂູ່​ຮ້າຍ​ແຮງ​ຕໍ່​ສະ​ຖຽນ​ລະ​ພາບ” ຢູ່​ໃນ​ຂົງ​ເຂດ ໂດຍ​ສົ່ງ​ກຳ​ປັ່ນ​ບັນ​ທຸກ​ເຮື​ອ​ບິນ​ໂຣ​ນັນ ຣິກ​ແກນ ໄປ​ຍັງ​ແຫຼມ​ເກົາ​ຫຼີ.

ກະ​ຊວງ​ກາ​ນ​ຕ່າງ​ປະ​ເທດ​ຂອງ​ເກົາ​ຫຼີ​ເໜືອ ໄດ້​ອອກ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ ທີ່​ນຳ​ອອກ​ເຜີຍ​ແຜ່​ໂດຍ​ສື່ມວນ​ຊົນ​ຂອງ​ທາງ​ການ​ເກົາ​ຫຼີ​ເໜື​ອ ໃນ​ວັນ​ພະ​ຫັດ​ມື້ນີ້ “ປະ​ນາມ​ຢ່າງ​ແຂງ​ຂັນ” ຕໍ່​ສະ​ຫະ​ລັດ ແລະປະ​ເທດ​ “​ບໍ​ລິ​ວານ” ຈຳ​ນວນ​ນຶ່ງ ທີ່​ “ໄດ້​ນຳ​ສະ​ເໜີ​ບັນ​ຫາ​ຂອງ​ເກົາ​ຫຼີ​ເໜືອ ຢ່າງ​ໄຮ້​ເຫດ​ຜົນ ​ຕໍ່​ສະ​ພາຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ພຽງ​ແຕ່​ໄດ້ເອົາ​ມາດ​ຕະ​ການ​ຕອບ​ໂຕ້ ໂດຍກອງ​ທັບ​ປະ​ຊາ​ຊົນ​ເກົາ​ຫຼີ ​ຕ້ານ​ການ​ຊ້ອມ​ລົບ​ຮ່ວມ​ຂອງ​ເກົາ​ຫຼີ​ໃຕ້​ແລະ​ສະ​ຫະ​ລັດ ທີ່​ໄດ້​ເພີ້ມ​ທະ​ວີ​ຄວາມ​ເຄັ່ງ​ຕຶງ ​ທາງ​ດ້ານ​ທະ​ຫານ ​ຢູ່​ໃນ​ແຫຼມ​ເກົາ​ຫຼີ​.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG