ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອ ຍິງລູກສອນໄຟຂີປະນາວຸດ ເຂົ້າໄປໃນທະເລຍີ່ປຸ່ນ ກອງທັບເກົາຫຼີໃຕ້ ກ່າວ


ລາຍງານຂ່າວທີ່ອອກອາກາດ ສະແດງໃຫ້ເຫັນແຟ້ມພາບ ຂອງການຍິງລູກສອນໄຟ ໂດຍເກົາຫຼີເໜືອ ຢູ່ສະຖານີລົດໄຟໃຕ້ດິນ ໃນນະຄອນຫຼວງໂຊລ ເມື່ອ ວັນທີ 2 ເາສາ 2024.
ລາຍງານຂ່າວທີ່ອອກອາກາດ ສະແດງໃຫ້ເຫັນແຟ້ມພາບ ຂອງການຍິງລູກສອນໄຟ ໂດຍເກົາຫຼີເໜືອ ຢູ່ສະຖານີລົດໄຟໃຕ້ດິນ ໃນນະຄອນຫຼວງໂຊລ ເມື່ອ ວັນທີ 2 ເາສາ 2024.

ເກົາຫຼີເໜືອ ໄດ້ຍິງລູກສອນໄຟຂີປະນາວຸດ ເຂົ້າໄປໃນທະເລຂອງຍີ່ປຸ່ນ ທີ່ຍັງຮູ້ຈັກກັນຄື ທະເລຕາເວັນອອກ, ເສນາທິການຮ່ວມຂອງກອງທັບເກົາຫຼີໃຕ້ ໄດ້ກ່າວໃນວັນອັງຄານມື້ນີ້.

ການຍິງດັ່ງກ່າວ ມີຂຶ້ນບໍ່ເຖິງສອງອາທິດ ລຸນຫຼັງສື່ມວນຊົນທາງການຂອງພຽງຢາ ໄດ້ກ່າວວ່າ ຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ໄດ້ກຳກັບນຳການທົດລອງທີ່ປະສົມຜົນສຳເລັດ ຂອງເຄື່ອງຈັກທີ່ໃຊ້ເຊື້ອໄຟແຂງສຳລັບ “ລູກສອນໄຟໄວກວ່າສຽງປະເພດໃໝ່ທີ່ມີລັດສະໝີປານກາງ.”

ຍີ່ປຸ່ນ ຍັງໄດ້ກ່າວວ່າ ມັນ “ໄດ້ປາກົດວ່າ” ເກົາຫຼີເໜືອ ໄດ້ຍິງລູກສອນໄຟ ອີງຕາມລາຍງານຂອງອົງການຂ່າວ Kyodo ທີ່ກ່າວຕື່ມວ່າ ໜ່ວມຍາມຝັ່ງຂອງປະເທດ ເຊື່ອວ່າ ລູກສອນໄຟນັ້ນ ໄດ້ຕົກລົງ.

ການຍິງໃນວັນອັງຄານມື້ນີ້ ເປັນການທົດລອງຄັ້ງທີສາມ ຂອງລູກສອນໄຟຂີປະນາວຸດ ມາເຖິງປີນີ້, ຫຼັງຈາກທີ່ລູກສອນໄຟໃຊ້ເຊື້ອໄຟແຂງລູກນຶ່ງ ທີ່ໄດ້ຖືກກຳກັບໂດຍ ທ່ານກິມ ໃນເດືອນມີນາ ແລະການທົດອີກຄັ້ງນຶ່ງ ທີ່ຫົວລົບຂອງລູກສອນໄຟໄວກວ່າສຽງ ສາມາດບັງຄັບທິດທາງໄດ້ ໃນເດືອນມັງກອນ.

ເກົາຫຼີເໜືອໄດ້ກ່າວອ້າງເມື່ອປີກາຍນີ້ ວ່າ ຕົນໄດ້ທົດລອງລູກສອນໄຟຂີປະນາວຸດຂ້າມທະວີບ ຫຼື ICBM ທີ່ໃຊ້ເຊື້ອໄຟແຂງຄັ້ງທຳອິດ ຢ່າງສຳເລັດ-ອັນໃຫຍ່ສຸດ, ປະເພດລູກສອນໄຟຂີປະນາວຸດ ໄລຍະໄກທີ່ສຸດ, ໂດຍຍົກຍ້ອງມັນວ່າ ເປັນກຸນແຈຂອງຄວາມກ້າວໜ້າສຳລັບປະເທດທີ່ມີຄວາມອາດສາມາດຕອບໂຕ້ດ້ວຍອາວຸດນິວເຄລຍ.

ພວກລູກສອນໄຟໃຊ້ເຊື້ອໄຟແຂງ ບໍ່ຈຳເປັນຕ້ອງຕື່ມເຊື່ອໄຟ ກ່ອນການຍິງຂຶ້ນ ຈຶ່ງເຮັດໃຫ້ພວກມັນ ຍາກທີ່ຈະຖືກຊອກເຫັນ ແລະທຳລາຍ ພ້ອມກັນນັ້ນ ໃຊ້ການໄດ້ໄວກວ່າ.

ມາຮອດປີນີ້ ເກົາຫຼີເໜືອ ທີ່ຕິດຫົວລົບນິວເຄລຍ ໄດ້ປະກາດຕໍ່ເກົາຫຼີໃຕ້ ທີ່ເປັນ “ສັດຕູຫລັກ” ຂອງຕົນ, ໂດຍການປະຖິ້ມ ໜ່ວຍງານຕ່າງໆທີ່ໄດ້ອຸທິດຕົນເພື່ອການປ້ອງດອງຊາດ ແລະການຕິດຕໍ່ພົວພັນ, ແລະໄດ້ກ່າວຂົ່ມຂູ່ດ້ວຍການກໍ່ສົງຄາມ ຄັນມີການລະເມີດດິນແດນ “ແມ່ນແຕ່ 0.001 ມີລິແມັດ”.

North Korea fired a ballistic missile into the Sea of Japan, also known as the East Sea, the South Korean military's Joint Chiefs of Staff said Tuesday.

The launch comes less than two weeks after Pyongyang's state media said North Korean leader Kim Jong Un had overseen a successful test of a solid-fuel engine for a "new-type intermediate-range hypersonic missile."

Japan also said it "appeared" North Korea had fired the missile, Kyodo news agency reported, adding that the country's coast guard believed the missile had fallen.

Tuesday's launch is the third ballistic missile test so far this year, after the solid fuel one overseen by Kim in March, and another tipped with a maneuverable hypersonic warhead in January.

The North claimed last year it had successfully tested its first solid-fuel ICBM — the largest, longest-range category of ballistic missile — hailing it as a key breakthrough for the country's nuclear counterattack capabilities.

Solid-fuel missiles do not need to be fueled before launch, making them harder to find and destroy, as well as quicker to use.

So far this year, the nuclear-armed North has declared South Korea its "principal enemy," jettisoned agencies dedicated to reunification and outreach, and threatened war over "even 0.001 mm" of territorial infringement.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG