ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີ​ເໜືອ ​​ຍິງ​ປືນ​ໃຫຍ່ ເຂົ້າ​ໄປ​ໃກ້​ກັບ ​ເຂດ​ແດນ​ທາງ​ທະ​ເລ​ ຂອງເກົາຫຼີໃຕ້


ຊາວເກົາຫລີໃຕ້ຢຸດເບິ່ງ ລາຍງານຂ່າວໂທລະພາບ ກ່ຽວກັບການຍິງປືນໃຫຍ່ ຂອງເກົາຫຼີເໜືອ ຢູ່ສະຖານີລົດໄຟ, ວັນທີ 14 ກໍລະກົດ 2014.
ຊາວເກົາຫລີໃຕ້ຢຸດເບິ່ງ ລາຍງານຂ່າວໂທລະພາບ ກ່ຽວກັບການຍິງປືນໃຫຍ່ ຂອງເກົາຫຼີເໜືອ ຢູ່ສະຖານີລົດໄຟ, ວັນທີ 14 ກໍລະກົດ 2014.

ກອງ​ທັບເກົາຫຼີ​ໃຕ້ ກ່າວ​ວ່າ ​ເກົາຫຼີ​ເໜືອ ​ໄດ້​ຍິງ​ປືນ​ໃຫຍ່ຫຼາຍລູກ
​ເຂົ້າ​ໄປ​ໃນ​ບໍລິ​ເວນນຶ່ງ ​ໃກ້​ກັບ​ເຂດ​ແດນ​ທາງ​ທະ​ເລ​ຂອງ​ຕົນ.

​ໂຄສົກ​ຂອງກອງເສນາ​ທິການ​ຮ່ວມ ຂອງກອງທັບເກົາຫຼີໃຕ້
ກ່າວວ່າ ລູກປືນ​ໃຫຍ່ຫຼາຍສິບ​ລູກ ​ຖືກ​ຍິງ​ເຂົ້າ​ໄປ​ໃນ​ເຂດແດນ
ທະ​ເລ​ ເບື້ອ​ງ​ຕາ​ເວັນ​ອອກຂອງ​ຕົນ ​ໃກ້​ກັບ​ເຂດ​ປອດ​ທະຫານ​
ທີ່ແບ່ງ​ແຍກ​ຄອມ​ມິ​ວນິສ ເກົາຫຼີ​ເໜືອທີ່​ປິດ​ລັບ​ ຈາກ​ເກົາຫຼີ​ໃຕ້
​ທີ່​ເປັນ​ປະຊາທິປະໄຕ. ການ​ຍິງ​ປືນ​ໃຫຍ່​ດັ່ງກ່າວ ​ແມ່ນ​ມີ​ຂຶ້ນ
ນຶ່ງ​ມື້ຫຼັງຈາກທີ່​ເກົາຫຼີ​ເໜືອ​ ໄດ້​ທົດ​ລອງ​ຍິງ ລູກ​ສອນ​ໄຟ​ຂີ​ປະນາ​
ວຸດ 2 ລູກ​ ​ເຂົ້າ​ໄປ​ໃນ​ເຂດ​ນ່ານນ້ຳ ທີ່​ແບ່ງ​ແຍກ​ຍີ່​ປຸ່ນ ອອກ​ຈາກ​ແຫຼມເກົາຫຼີ.

ທະຫານປືນໃຫຍ່ ກຸ່ມໜຶ່ງ ໄດ້ຍິງປືນໃຫຍ່ ໃນຂະນະທີ່ ຜູ້ນຳ Kim Jong Ung ຢ້ຽມຢາມ ເພື່ອທຳການກວດສອບ ໜ່ວຍປ້ອງກັນ ຢູ່ຕາມເກາະ ນ້ອຍໆຂອງຕົນ.
ທະຫານປືນໃຫຍ່ ກຸ່ມໜຶ່ງ ໄດ້ຍິງປືນໃຫຍ່ ໃນຂະນະທີ່ ຜູ້ນຳ Kim Jong Ung ຢ້ຽມຢາມ ເພື່ອທຳການກວດສອບ ໜ່ວຍປ້ອງກັນ ຢູ່ຕາມເກາະ ນ້ອຍໆຂອງຕົນ.

ພຽງ​ຢາງ ​ໄດ້​ທຳ​ການ​ຍິງ​ຈະ​ຫລວດ ​ແລະປືນ​ໃຫຍ່ ຫຼາຍໆບັ້ນ
​ໃນ 2-​3 ​ເ​ດືອນທີ່​ຜ່ານ​ມາ​ນີ້ ​ເຖິງ​ແມ່ນ​ວ່າ​ໄດ້ທຳ​ການ​ທາ​ບທາມ
​ສັນຕິພາບ​ກັບໂຊ​ລ​ ມາຫຼາຍຄັ້ງ​ແລ້ວກໍຕາມ ລວມທັງ​ການ​ຕັດ
ສິນ​ໃຈ​ເຂົ້າຮ່ວມ​ງານ​ມະຫະກຳ​ກິລາ ເອຊຽນ​ເກ​ມ ທີ່​ຈະ​ຈັດ​ຂຶ້ນ​
ໃນ​ທ້າຍ​ເດືອນ​ກັນຍາ ​ແລະ ຕົ້ນ​ເດືອນຕຸລາ ປີ​ນີ້ ຢູ່ເມືອງ
Incheon ຂອງເກົາຫຼີ​ໃຕ້.

​ໂຄສົກ​ກະຊວງ​ເຕົ້າ​ໂຮມ​ຊາດ​ຂອງ​ເກົາຫຼີໃຕ້​ ບອກ​ກັບ​ບັນດາ
ນັກຂ່າວໃນ​ວັນ​ຈັນ​ມື້​ນີ້ ວ່າບັນດາ​ຜູ້ຕ່າງໜ້າ​ຂອງ​ທັງ​ສອງ​ຝ່າຍ
​ຈະພົບ​ປະກັນ​ໃນ​ວັນ​ພະ​ຫັດອາທິດນີ້ ຢູ່​ທີ່ໝູ່​ບ້ານສະຫງົບ​ເສິກ
Panmunjom ​ເພື່ອ​ປຶກສາ​ຫາ​ລື ການ​ເຂົ້າຮ່ວມເອ​ຊຽນ​ເກ​ມ
ຂອງ​ເກົາຫຼີ​ເໜືອ.

ພຽງ​ຢາງ ວາງ​ແຜນ ທີ່​ຈະ​ສົ່ງ ນັກ​ກິລາ​ແລະກອງ​ເຊຍ ຈຳນວນ 150 ຄົນ ໄປ​ຮ່ວມ
​ເອຊຽນ​ເກ​ມ.

XS
SM
MD
LG