ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອ ຍິງປືນໃຫຍ່ ຕົກໃສ່ ໃກ້ໆກຳປັ່ນ ເກົາຫຼີໃຕ້


ທະຫານ​ເກົາຫຼີ​ໃຕ້​ກ່າວ​ວ່າ ​ເກົາຫຼີ​ເໜືອ​ຍິງ​ປືນ​ໃຫຍ່ ​ໃສ່ເຂດ​ນ່ານ
ນ້ຳ​ທີ່ເປັນ​ບັນຫາ​ຂັດ​ແຍ້​ງກັນໃກ້​ກັບ​ກຳ​ປັ່ນ​ລົບ​ຂອງ​ເກົາຫຼີ​ໃຕ້​ລຳ​
ນຶ່ງ.

ບັນດາ​ເຈົ້າ​ໜ້າ​ທີ່​ກອງທັບ ກ່າວ​ໃນ​ວັນ​ພະຫັດ​ມື້​ນີ້ວ່າ ລູກປືນ​ໃຫຍ່​
ໄດ້​ຕົກລົງ​ໃສ່​ ເຂດ​ທາງໃຕ້​ຂອງ​ຊາຍ​ແດນ​ໃນທະ​ເລ​ເຫຼືອງ ​ໃກ້​ກັບ​
ເກາະ Yeonpyeong ທີ່ຕັ້ງຢູ່ໃນເຂດແນວໜ້ານັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່ກ່າວ​ວ່າ ກຳ​ປັ່ນ​ຂອງ​ເກົາຫຼີ​ໃຕ້ ຊຶ່ງ​ກຳລັງ​ທຳ​ການ
​ລາດຕະ​ເວນ ບໍ່​ໄດ້​ຮັບ​ຄວາມ​ເສຍຫາຍ​ໃດໆ​ໃນ​ເຫດການ​ດັ່ງກ່າວ.

​ເກົາຫຼີ​ໃຕ້​ແລະ​ເກົາຫຼີ​ເໜືອ ​ໄດ້​ດຳ​ເນີນການ​ຊ້ອມ​ລົບ​ຢ່າງ​ສະໝ່ຳສະ​ເໝີ​ມາ ໃນຂົງເຂດດັ່ງ ກ່າວ.

​ໃນ​ເດືອ​ມີນາ​ຜ່ານ​ມາ​ນີ້ ​ເກົາຫຼີ​ເໜືອ​ໄດ້​ຍິງ​ປືນ​ໃຫຍ່​ຫຼາຍ​ລູກ ​ໃສ່​ດິນ​ແດນ​ຂອງ​ເກົາຫຼີ​ໃຕ້ ຊຶ່ງ​ໄດ້​ພາ​ໃຫ້ລັດຖະບານ​ໂຊ​ລ ຍິງ​ຕອບ​ໂຕ້​ຂ້າມ​ຊາຍ​ແດນ​ເຂົ້າ​ໄປ​ໃສ່​ເກົາຫຼີ​ເໜືອ​ນັ້ນ.

​ເກົາຫຼີ​ເໜືອ​ໂຕ້​ແຍ້​ງ​ກ່ຽວກັບເຂດ​ແດນ​ທາງ​ທະ​ເລໂດຍ​ກ່າວ​ວ່າ ມັນໄດ້ມີການກຳນົດ​ເຂດ​ແດນ ​ແຕ່​ພຽງຝ່າຍ​ດຽວ ​ແລະ​ເຂດ​ແດນຂອງຕົນ ຄວນຈະຢູ່ໃຕ້​ລົງ​ໄປຕື່ມອີກ.

ສົງຄາມ​ເກົາຫຼີ​ໄດ້​ຍຸດຕິ​ລົງ​ໃນ​ປີ 1953 ດ້ວຍ​ການສະງຫົບເສິກ​ຊົ່ວຄາວ ການ​ເປັນ​ປໍລະ​ປັກ​ກັນ ​ໃນ​ບັນຫາແຍ້​ງກັນ​ດັ່ງກ່າວ​ໄດ້​ຍຸດຕິ​ລົງ ​ແຕ່​ທາງດ້ານ​ເທັກ​ນິກ​ແລ້ວສອງ​ຝ່າຍ ​ແມ່ນຍັງຢູ່ໃນພາ ວະສົງຄາມລະຫວ່າງກັນຢູ່.
XS
SM
MD
LG