ກອງທັບເກົາຫລີໃຕ້ ກ່າວວ່າ ເກົາຫລີເໜືອໄດ້ຍິງລູກສອນໄຟ
ລະຍະໃກ້ 4 ລູກໄປໃສ່ທະເລຢູ່ນອກຊາຍຝັ່ງທາງພາກຕາເວັນ
ຕົກຂອງປະເທດ ໃນອັນທີ່ປາກົດວ່າ ເປັນຮ່ອງຮອຍຫຼ້າສຸດໃນ
ຄວາມໂກດແຄ້ນຂອງພຽງຢາງກ່ຽວກັບການຊ້ອມລົບຮ່ວມທາງ
ທະຫານລະຫວ່າງສະຫະລັດ ແລະເກົາຫລີໃຕ້.
ຄະນະເສນາທິການຮ່ວມ ຂອງກອງທັບເກົາຫລີໃຕ້ ກ່າວຢູ່ໃນ
ຖະແຫລງການສະບັບນຶ່ງ ໃນວັນສຸກວານນີ້ວ່າ ລູກສອນໄຟ
ທັງສີ່ໄດ້ຍິງຈາກແຂວງ Pyongyanເໜືອ ແລະໄດ້ເດີນທາງ
ປະມານ 140 ກິໂລແມັດ ກ່ອນຈະຕົກລົງສູ່ທະເລ. ລູກສອນ
ໄຟເຫຼົ່ານີ້ເປັນຊະນິດໃດແທ້ ຍັງບໍ່ທັນເປັນທີ່ຮູ້ກັນເທື່ອ.
ຖະແຫລງການກ່າວວ່າ ການຍິງຂອງເກົາຫລີເໜືອ ປາກົດວ່າເປັນການຕອບໂຕ້ຕໍ່ການ
ຊ້ອມລົບ Foal Eagle ລະຫວ່າງທະຫານສະຫະລັດ ແລະ ເກົາຫລີໃຕ້ ທີ່ມີກຳນົດຈະ
ສີ້ນສຸດລົງໃນອີກສາມອາທິດ. ພຽງຢາງໄດ້ຍິງລູກສອນໄຟມາແລ້ວ ຫລາຍຄັ້ງ ນັບຕັ້ງ
ແຕ່ການຊ້ອມລົບໄດ້ເລີ້ມຂື້ນ.
ການຊ້ອມລົບປະຈຳປີ ເປັນແຫລ່ງທີ່ມາຂອງຄວາມເຄັ່ງຕືງທີ່ມີຂຶ້ນເປັນປະຈຳ ລະຫວ່າງ
ສອງປະເທດເກົາຫລີ ຊຶ່ງໃນທາງເທັກນິກແລ້ວແມ່ນຍັງຢູ່ໃນສະພາບສົງຄາມນັບຕັ້ງ
ແຕ່ໄດ້ເກີດບັນຫາຂັດແຍ້ງໃນຊຸມປີ 1950 ທີ່ໄດ້ສີ້ນສຸດລົງດ້ວຍ ການຢຸດຍິງຊົ່ວຄາວ
ແທນທີ່ຈະແມ່ນສົນທິສັນຍາສັນຕິພາບ. ພຽງຢາງ ກ່າວວ່າ ຕົນຖືວ່າການຊ້ອມລົບເປັນ
ການກະກຽມເພື່ອຮຸກຮານ ໃນຂະນະທີ່ວໍຊິງຕັນ ແລະ ໂຊລ ກ່າວວ່າ ເປັນການເຝິກ
ຊ້ອມໃນດ້ານປ້ອງກັນ.