ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີ​ເໜືອ ຍິງລູກ​ສອນ​ໄຟ 3 ລູກ ເຊິ່ງເປັນ​ການ​ຍິງຄັ້ງ​ທີ 2 ໃນ​ປີ 2020


ປະ​ຊາ​ຊົນ​ເບິ່ງ​ໂທ​ລະ​ພາບ ທີ່​ສະ​ແດງ​ໃຫ້​ເຫັນ​ພາບ​ ກ່ຽວ​ກັບ ລາຍ​ງານ ການ​ຍິງ​ລູກ​ສອນ​ໄຟ​ທີ່ບໍ່​ຊາບ​ຊະ​ນິດ​ຂອງ ເກົາຫຼີ​ເໜືອ. ນະ​ຄອນຫຼວງ ໂຊ​ລ. 2 ມີ​ນາ, 2020.
ປະ​ຊາ​ຊົນ​ເບິ່ງ​ໂທ​ລະ​ພາບ ທີ່​ສະ​ແດງ​ໃຫ້​ເຫັນ​ພາບ​ ກ່ຽວ​ກັບ ລາຍ​ງານ ການ​ຍິງ​ລູກ​ສອນ​ໄຟ​ທີ່ບໍ່​ຊາບ​ຊະ​ນິດ​ຂອງ ເກົາຫຼີ​ເໜືອ. ນະ​ຄອນຫຼວງ ໂຊ​ລ. 2 ມີ​ນາ, 2020.

ເກົາຫຼີ​ເໜືອ ໄດ້​ຍິງ​ຈະຫຼວດ​ໄລ​ຍະ​ໃກ້​ສາມ​ລູກ​ໃນ​ວັນ​ຈັນ​ມື້ນີ້, ເປັນ​ການ​ລົດ​ທອງ​ອາ​ວຸດ​ຄັ້ງ​ທີ​ສອງ​ຂອງລັດ​ຖະ​ບານ ພຽງ​ຢາງ ໃນ​ນຶ່ງ​ສັບ​ປະ​ດາ ແມ່ນ​ກະ​ທັ້ງ​ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ກຳ​ລັງ​ຕໍ່​ສູ້​ກັບ​ການ​ລະ​ບາດ​ຂອງ​ໄວ​ຣັ​ສ​ໂຄ​ໂຣ​ນາ ​ທີ່​ອາດ​ເປັນ​ໄພ​ຫາ​ຍະ​ນະ​ນັ້ນ.

ເກົາຫຼີ​ເໜືອ ໄດ້​ໃຊ້​ເຄື່ອງ​ຍິງ​ຈະຫຼວດ​ຫຼາຍ​ລູກ ເພື່ອ​ຍິງ “ຈະຫຼວດ​ໄລ​ຍະ​ໃກ້” ຈາກ​ເມືອງ ຊອນ​ດັອກ ໃນ​ແຂວງ ຮຳ​ກີ​ຢອງ ທາງ​ພາກ​ຕາ​ເວັນ​ອອ​ກ​ຂອງ​ປະ​ເທດ​, ອີງ​ຕາມ​ການ​ກ່າວ​ຂອງ​ເສ​ນາ​ທິ​ການ​ຮ່ວມ​ຂອງ ເກົາຫຼີ​ໃຕ້. ເຂົາ​ເຈົ້າ​ໄດ້​ກ່າວ​ຕື່ມ​ວ່າ ອາ​ວຸດ​ດັ່ງ​ກ່າວ​ໄດ້​ບິນ​ອອກ​ປະ​ມານ 200 ກິ​ໂລ​ແມັດ ດ້ວຍ​ຄວາ​ມ ສູງ 50 ກິ​ໂລ​ແມັດ.

ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ, ຫ້ອງ​ການ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ເກົາຫຼີ​ໃຕ້ ໄດ້​ກ່າວ​ວ່າ ກາ​ນ​ທົດ​ລອງ​ດັ່ງ​ກ່າວບໍ່​ໄດ້​ຊ່ວຍ​ເຫຼືອ​ຄວາມ​ພະ​ຍາ​ຍາມ​ເພື່ອ​ສ້າງ​ສັນ​ຕິ​ພາບ ໃນ​ແຫຼມ​ເກົາຫຼີ. ລັດ​ຖະ​ບານ ໂຊ​ລ໌ ໄດ້​ກ່າວ​ວ່າ ເຈົ້າ​ໄດ້​ສືບ​ຕໍ່​ທີ່​ຈະ​ຕິດ​ຕາມ​ການ​ຍິງ​ເພີ່ມ​ເຕີມ.

ບັນ​ດາ​ເຈົ້າ​ໜ້າ​ທີ່ ຍີ່​ປຸ່ນ ໄດ້​ກ່າວ​ວ່າ ຈະຫຼວດ​ດັ່ງ​ກ່າວ​ປາ​ກົດ​ວ່າ​ເປັນ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ແລະ ບໍ່​ໄດ້​ຕົກ​ຢູ່​ໃນ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ ຍີ່​ປຸ່ນ.

ເກົາຫຼີ​ເໜືອ ໄດ້​ສົ່ງ​ຂໍ້​ຄວາມທີ່​ຂັດ​ແຍ້ງ​ຫາ​ໂລກ​ພາຍນອກ ໃນ​ອາ​ທິດ​ທີ່​ຜ່ານ​ມາ.

ໃນ​ວັນ​ຈັນ​ຂອງ​ອາ​ທິດ​ແລ້ວນີ້, ເກົາຫຼີ​ເໜືອ ໄດ້​ຍິງ​ລູກ​ສອງ​ໄຟ​ຂີ​ປະ​ນາ​ວຸດ​ໄລ​ຍະ​ໃກ້ສອງ​ລູກ, ເຊິ່ງ​ເປັນການ​ຍິງ​ຄັ້ງ​ທຳ​ອິດ​ຂອງເຂົາ​ເຈົ້າ​ ນັບ​ຕັ້ງ​ແຕ່​ທ້າຍ​ເດືອນ​ພະ​ຈິກ​ປີ​ກາຍນີ້. ໃນ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ, ນ້ອງ​ສາວ​ຂອງຜູ້​ນຳ​ ເກົາຫຼີ​ເໜືອ ທ່ານ ກິມ ຈົງ ອຶນ, ທ່ານ​ນາງ ກິມ ໂຢ ຈອງ, ໄດ້​ປະ​ນາມ​ຫ້ອງ​ການ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ເກົາຫຼີ​ໃຕ້​ວ່າ “ໂງ່ຈ້າ.” ແຕ່​ໃນ​ວັນ​ພະ​ຫັດ​ອາ​ທິດ​ແລ້ວນີ້, ທ່ານ ກິມ ຈົງ ອຶນ ໄດ້​ສົ່ງ​ຈົດ​ໝາຍ​ທີ່​ອົບ​ອຸ່ນ ​ເພື່ອ​ສະ​ແດງ​ເຖິງ​ສິ່ງ​ທີ່​ລັດ​ຖະ​ບານ ໂຊ​ລ ໄດ້​ກ່າວ​ວ່າເປັນ “ມິດ​ຕະ​ພາບ ແລະ ຄວາມ​ເຊື່ອ​ຖື​ທີ່ບໍ່​ປ່ຽນ​ແປງ” ຕໍ່​ປະ​ທາ​ນາ​ທິ​ບໍ​ດີ ເກົາຫຼີ​ໃຕ້ ທ່ານ ມູນ ແຈ ອິນ.

ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ​ແມ່ນ​ຜິດ​ປົກ​ກະ​ຕິ ອີງ​ຕາມ​ມາດ​ຕະ​ຖານ​ຂອງ​ລັດ​ຖະ​ບານ ພຽງ​ຢາງ, ເຮັດ​ໃຫ້​ເກີດ​ຄວາມບໍ່​ແນ່ນອນ ກ່ຽວ​ກັບ ເຈ​ຕະ​ນາ​ຂອງ ເກົາຫຼີ​ເໜືອ ສຳ​ລັບ​ປີ 2020.

ເກົາຫຼີ​ເໜືອ ໄດ້​ພະ​ຍາ​ຍາມ​ທີ່​ຈະ​ປ້ອງ​ກັນ​ຕົນ​ເອງ ​ຈາກ​ໄວ​ຣັ​ສ​ໂຄ​ໂຣ​ນາ. ແຕ່​ແນວ​ໃດ​ກໍ​ຕາມ ເຂົາ​ເຈົ້າກໍ​ບໍ່​ມີ​ລາຍ​ງານ​ການ​ຕິດ​ເຊື້ອ​, ມັນ​ມີ​ຄວາມ​ເປັນ​ຫ່ວງວ່າ ພຽງ​ຢາງ ແມ່ນ​ກຳ​ລັງ​ປິດ​ບັງ​ການ​ແຜ່​ລະ​ບາດ​ ທີ່​ອາດ​ກາຍ​ເປັນໄພ​ຫາ​ຍະ​ນະ​ດ້ານ​ມະ​ນຸດ​ສະ​ທຳ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG