ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອ ຍິງລູກສອນໄຟຂີປະນາວຸດ ໄລຍະໃກ້ 2 ລູກ ຫລັງ​ຈາກ​ກຳ​ປັ່ນ​ດຳ​ນ້ຳ ​ຂອງ ສ​ຫລ ໄປ​ຮອດເກົາ​ຫລີ​ໃຕ້


ຈໍ​ໂທ​ລະ​ພາບສະ​ແດງ​ໃຫ້​ເຫັນ​ພາບການ​ຍິງ​ລູກ​ສອນ​ໄຟຂອງ​ເກົາ​ຫລີ​ເໜືອ ໃນ​ລາຍ​ການ​ຂ່າວ ຢູ່​ສະ​ຖາ​ນີ​ລົດ​ໄຟ​ Seoul ໃນ​ນະ​ຄອນ​ຫລວງ​ໂຊ​ລຂອງ​ເກົາ​ຫລີ​ໃຕ້, ວັນ​ທີ 25 ກໍ​ລະ​ກົດ, 2023.
ຈໍ​ໂທ​ລະ​ພາບສະ​ແດງ​ໃຫ້​ເຫັນ​ພາບການ​ຍິງ​ລູກ​ສອນ​ໄຟຂອງ​ເກົາ​ຫລີ​ເໜືອ ໃນ​ລາຍ​ການ​ຂ່າວ ຢູ່​ສະ​ຖາ​ນີ​ລົດ​ໄຟ​ Seoul ໃນ​ນະ​ຄອນ​ຫລວງ​ໂຊ​ລຂອງ​ເກົາ​ຫລີ​ໃຕ້, ວັນ​ທີ 25 ກໍ​ລະ​ກົດ, 2023.

ກອງທັບເກົາຫຼີໃຕ້ ກ່າວໃນວັນອັງຄານມື້ນີ້ວ່າ ເກົາຫຼີເໜືອໄດ້ຍິງລູກສອນໄຟຂີປະນາວຸດ ໄລຍະໃກ້ 2 ລູກ ລົງສູ່ທະເລທາງຕາເວັນອອກຂອງຕົນ, ຊຶ່ງເປັນການເພີ່ມ ຄວາມເຄັ່ງຕຶງໃນການທົດລອງອາວຸດ ທີ່ປາກົດວ່າເປັນການຄັດຄ້ານຕໍ່​ການ​ທີ່ສະຫະ ລັດ ສົ່ງ​ກຳ​ປັ່ນ​ລົບທີ່ສຳຄັນໄປໃຫ້ເກົາຫຼີໃຕ້ ​ເພື່ອສະແດງກຳລັງ, ອີງ​ຕາມ​ອົງ​ການ​ຂ່າວ (AP).

ໃນ​ການ​ຍິງ​ລູກ​ສອນ​ໄຟ​ຮອບ​ທີ​ສາມ ​ນັບ​ແຕ່​ອາ​ທິດແລ້ວນີ້ ເກົາ​ຫຼີ​ເໜືອ​ໄດ້​ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ​ໃນ​ເວ​ລາ​ກ່ອນ​ທ່ຽງ​ຄືນ​ ຈາກ​ເຂດ​ໃກ້​ກັບ​ນະ​ຄອນ​ຫຼວງພຽງ​ຢາງຂອງ​ປະ​ເທດ, ອີງ​ຕາມເສ​ນາ​ທິ​ການ​ຮ່ວມ​ຂອງ​ເກົາ​ຫຼີ​ໃຕ້ກ່າວ ຊຶ່ງ​ມັນ​ໄດ້​ກ່າວ​ວ່າ ລູກ​ສອນ​ໄຟ​ທັງ​ສອງລູກ​ ແມ່ນຍິງ​ໄປ​ໄກ​ປະມານ 400 ກິ​ໂລ​ແມັດ ​ກ່ອນມັນ​ຈະຕົກ​ລົງ​ສູ່​ເຂດ​ນ່ານ​ນ້ຳ​ ນອກ​ຊາຍ​ຝັ່ງ​ຕາ​ເວັນ​ອອກ​ຂອງ​ແຫຼມ​ເກົາຫຼີ.

ຖະ​ແຫຼງ​ການ​ຂອງເສ​ນາ​ທິ​ການທີ່​ວ່ານີ້ ​ໄດ້​ເອີ້ນ​ການ​ຍິງລູກ​ສອນ​ໄຟ​ຂີປະ​ນາ​ວຸດ​ຂອງ​ເກົາ​ຫຼີ​ເໜືອ​ວ່າ ເປັນ “ການ​ເກາະ​ຜິດ​ຢ່າງ​ຮ້າຍ​ແຮງ” ຊຶ່ງ​ເປັນ​ໄພນາບ​ຂູ່ຕໍ່​ສັນ​ຕິ​ພາບ ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ. ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ, ທ່ານ​ຟູ​ມິ​ໂອະ ກິ​ຊິ​ດະ ກ່າວ​ວ່າ ລັດ​ຖະ​ບານ​ຂອງ​ທ່ານ​ ໄດ້​ຍື່ນປະ​ທ້ວງ​ຕໍ່​ເກົາ​ຫຼີ​ເໜືອ​ກ່ຽວ​ກັບ​ການ​ຍິງ​ລູກ​ສອນ​ໄຟ​ດັ່ງ​ກ່າວ ຊຶ່ງໂດຍ​ປົກ​ກະ​ຕິ​ແລ້ວ​ຈະສົ່ງໜັງ​ສື​ປະ​ທ້ວງ​ຜ່ານ​ສະ​ຖານ​ທູດ​ຂອງ​ຕົນ​ໃນ​ນະ​ຄອ​ນ​ຫລວງ​ປັກ​ກິ່ງ. ທ່ານ​ກ່າວ​ວ່າ ໂຕ​ກຽວ​ກຳ​ລັງ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ໃນ​ການ​ເຝົ້າ​ລະວັງ​ ​ໃນຂະນະ​ທີ່​ໄດ້​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ຄວາມໝັ້ນ​ຄົງ​ສາມ​ຝ່າຍ​ກັບ​ວໍ​ຊິງ​ຕັນ ​ແລະໂຊ​ລ. ບໍ່​ມີ​ລາຍ​ງານ​ວ່າ​ເກີດຄວາມ​ເສຍ​ຫາຍ​ໃດໆ ​ທີ່ກ່ຽວ​ກັບ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ທີ່​ຕົກ​ຢູ່​ນອກ​ເຂດ​ເສດ​ຖະ​ກິດ​ສະ​ເພາະ​ຂອງ​ປະ​ເທດ, ອີງ​ຕາມ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຍີ່​ປຸ່ນ.

ການ​ຍິງ​ລູກ​ສອນ​ໄຟ​ຄັ້ງ​ນີ້ ມີ​ຂຶ້ນ​ບໍ່​ພໍ​ເທົ່າ​ໃດ​ຊົ່ວ​ໂມງ​ຫລັງ​ຈາກ​ກອງທັບ​ເຮືອ​ເກົາຫລີ​ໃຕ້ ກ່າວ​ວ່າ ກຳ​ປັ່ນ​ດຳ​ນ້ຳ USS Annapolis ທີ່​ແລ່ນ​ດ້ວຍພະ​ລັງ​ງານ​ນິວ​ເຄລຍຂອງ​ສະຫະລັດ ​ໄດ້​ໄປ​ຮອດ​ທ່າ​ເຮືອ​ຢູ່​ເກາະເຈ​ຈູ. ສິ່ງ​ນັ້ນ​ໄດ້​ເນັ້ນໃຫ້​ເຫັນ​ເຖິງ​ຄວາມ​ພະຍາ ຍາມ​ຂອງ​ປະ​ເທດ​ພັນທະ​ມິດ ​ເພື່ອສະ​ແດງ​ໃຫ້​ເຫັນ​ກຳ​ປັ່ນ​ລົບ​ຍຸດ​ທະ​ສາດ​ຂອງ​ສະ​ຫະ​ລັດ​ຢູ່​ໃນ​ພາກ​ພື້ນເພີ້ມຂຶ້ນ ​ເພື່ອ​ຂົ່ມຂູ່​ຕໍ່​ເກົາ​ຫລີ​ເໜືອ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG