ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ເກົາຫຼີເໜືອ ບໍ່ສາມາດ ຜະລິດ ອາຫານໄດ້ ພຽງພໍ ສຳລັບປີນີ້


ແຜນທີ່ເກົາຫຼີເໜືອ
ແຜນທີ່ເກົາຫຼີເໜືອ

ບັນດາ​ເຈົ້າ​ໜ້າ​ທີ່ ສະຫະ​ປະຊາ​ຊາດ ກ່າວ​ວ່າ ​ເກົາຫຼີ​ເໜືອ​ ບໍ່​
ສາມາດຜະລິດ​ອາຫານ​ໄດ້​ພຽງພໍ​ ທີ່​ຈະ​ກຸ້ມ​ຮອດ​ທ້າຍ​ປີ​ນີ້.

ອົງການ​ອາຫານແລະ​ການ​ກະ​ເສດ​ສະຫະ​ປະຊາ​ຊາດ ນຳ​ອອກ
​ເຜີຍ​ແຜ່​ລາຍ​ງານສະບັບ​ຫຼ້າ​ສຸດຂອງ​ຕົນ ທີ່​ຊື່ວ່າ “ຊ່ອງ​ທາງ​
ສຳ​ຫລັບພືດ​ຜົນ ​ແລະ​ສະຖານະ​ການ​ດ້ານ​ເຂົ້າປາ​ອາ​
ຫານ”
​ໃນ​ວັນ​ພະຫັດ​ຜ່ານມາ​ນີ້​ ​ທີ່​ຊີ້​ໃຫ້​ເຫັນ​ວ່າ ​ເກົາຫຼີ​ເໜືອ ​ໄດ້​ນຳ​ເຂົ້າອາຫານເປັນ​ຈຳນວນ 25 ພັນ 200 ​ໂຕນ​ໃນ​ລະຫວ່າງ​ເດືອນພະຈິກ​ປີ​ກາຍ ມາ​ຫາ​ເດືອນ​ມິຖຸນາປີ​ນີ້. ປະລິມານ​ດັ່ງກ່າວ ​ແມ່ນເທົ່າ​ກັບ​ພຽງ​ແຕ່ 7 ​ເປີ​ເຊັນເທົ່າ​ນັ້ນ ຂອງ​ອາຫານທີ່​ປະ​ເທດ​ທີ່​ທຸກຈົນ​ແຫ່ງ​ນີ້​ ຕ້ອງການ​ໃນ​ສົກງົບປະມານ​ປີປັດຈຸບັນ ຊຶ່ງ​ຈະ​ສິ້ນ​ສຸດລົງ​ໃນ​ເດືອນ​ຕຸລາ​
ປີ​ນີ້.

​ໃນ​ເດືອນ​ທັນວາປີ​ແລ້ວ​ນີ ສະຫະ​ປະຊາ​ຊາດ ປະ​ເມິ​ນວ່າ ລັດຖະບານ​ພຽງ​ຢ້າງ​ຕ້ອງການ
ເຂົ້າຈາກ​ຕ່າງປະ​ເທດ ​ເປັນ​ຈຳນວນ 340 ພັນ​ໂຕນ ພາຍ​ໃນ​ທ້າຍ​ສົກ​ປີ 2014 ນີ້. ​ເກົາຫຼີ
​ເໜືອ​ທີ່​ຖື​ລັດທິ Stalin ຕ້ອງການເຂົ້າ​ປະມານ 5 ລ້ານ 400 ​ພັນໂຕນ ​ເພື່ອ​ລ້ຽງ​ປະຊາຊົນ​
ຂອງ​ຕົນ​ໃນ​ແຕ່ລະ​ປີ.

ລາຍ​ງານ​ສະບັບ​ນີ້ ຮວມ​ເອົາເກົາຫຼີ​ເໜືອ​ ​ເຂົ້າໃນ​ຈຳນວນ 33 ປະ​ເທດ​ທີ່​ຕ້ອງການ​ຄວາມ​ຊ່ອຍ​ເຫຼືອ​ຈາກ​ພາຍ​ນອກ ຍ້ອນ​ວິ​ກິດ​ການຫລາຍ ຢ່າງ​ປະສົມ​ກັນ ​ທີ່​ຮວມທັງ​ການ​ຂັດ​ແຍ້​ງ ພື​ດຜົນ​ເກັບ​ກ່ຽວ​ບໍ່​ໄດ້​ຕາມ​ຄາດໝາຍ ​ແລະ​ຄ່າ​ເຂົ້າປາ​ອາ​ຫານແພງ ຢູ່ພາຍ​ໃນ​ປະ​ເທດ​.

North Korea Fails To Obtain Enough Food for This Year

U.N. officials say North Korea has failed to secure enough food to last through this year.

The U.N. Food and Agriculture Organization released its latest "Crop Prospects and Food Situation" report on Thursday, indicating that the North imported 25,200 tons of food between last November and June this year. That amounts to only seven percent of what the impoverished country needs this fiscal year, which ends in October.

Last December, the U.N. estimated Pyongyang needs to import about 340,000 tons of crops by the end of fiscal year 2014. The Stalinist state needs about 5.4 million of tons to feed its population every year.

The report included North Korea as one of 33 countries that are in need of external assistance because of a combination of conflict, crop failures and high domestic food prices.

XS
SM
MD
LG