ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໑ ມິຖຸນາ ໒໐໒໓

ສະພາ ຄວາມໝັ້ນຄົງ ປະຊຸມສຸກເສີນ ຫາລື ການຍິງລູກສອນໄຟ ຂອງ ເກົາຫຼີເໜືອ


ຜູ້ຊາຍຄົນນຶ່ງ ພວມເບິ່ງລາຍງານຂ່າວໂທລະພາບ ກ່ຽວກັບການຍິງລູກສອນໄຟ ຂອງເກົາຫລີເໜືອ ທີ່ສະຖານີລົດໄຟແຫ່ງນຶ່ງ ໃນເກົາຫຼີໃຕ້. (31 ພຶດສະພາ 2016)

ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ປະຊຸມ​ສຸກ​ເສີນໃນ​ຕອນ ​ແລງ​ວັນ​ພຸດວານ​ນີ້ ​ເພື່ອ​ຫາລື​ກ່ຽວ​ກັບ​ການ​ທົດ​ລອງ​ລູກ​ສອນ​ໄຟ​ເທື່ອ​ຫລ້າ​ສຸດ​ຂອງ​ເກົາຫລີ​ເໜືອ ທີ່ໄດ້​ລະ​ເມີດ​ຕໍ່​ມະຕິ​ຂອງ​ອົງການ​ສະຫະ​ປະຊາ​ຊາດ.

ສະຫະລັດ​ ແລະ​ຍີ່ປຸ່ນ​ ໄດ້​ຮຽກ​ການ​ປະຊຸມ ​ໃນ​ການ​ປຶກສາ​ຫາລື​ກັບ​ພັນທະ​ມິດ ​ຂອງ​ຕົນ ຄື​ເກົາຫລີ​ໃຕ້ ​ເພື່ອ​ຮັບ​ມື​ກັບ​ອັນ​ທີ່​ເອກ​ອັກຄະ​ລັດຖະທູດ​ສະຫະລັດ ທ່ານ​ນາງ Samantha Power ​ເອີ້ນວ່າ​ ການ​ທ້າ​ທາຍ​ທີ່​ມີ​ການວາງ​ແຜນ​ໄວ້​ຂອງພຽງ​ຢາງ.

ການ​ທົດ​ລອງ​ໃນ​ໄລຍະ 24 ຊົ່ວ​ໂມງ​ຜ່ານ​ມານີ້ ​ແມ່ນ​ເຫດການ​ຫຼ້າສຸດ​ຂອງ​ແຜນ ການ ທ່ານ​ນາງ Power ກ່າວ​ຕໍ່​ພວກ​ນັກ​ຂ່າວ ຂະນະ​ທີ່​ພວມ​ໄປ​ຮ່ວມ​ກອງ​ປະ ຊຸມ.​ ທ່ານ​ນາງ​ເວົ້າວ່າ​ ນັບ​ແຕ່​ວັນ​ທີ 2 ມີນາ​ເປັນຕົ້ນມາ ​ແລະ​ການ​ຮັບ​ຜ່ານ​ມະ ຕິ 2270​ ພວກ​ເຮົາ​ໄດ້​ເຫັນ​ມີ​ການ​ທົດ​ລອງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ມາ​ແລ້ວ 10 ​ເທື່ອ ຊຶ່ງ​ການ​ທົດ​ລອງ​ທີ່​ມີ​ມາ​ເປັນ​ລຳດັບ​ຢ່າງ​ວ່ອງ​ໄວ​ເຫຼົ່ານີ້ ​ແມ່ນ​ທ້າ​ທາຍ​ຕໍ່​ມະ ຕິ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ. ມັນ​ເປັນ​ສິ່ງ​ທີ່​ຮັບ​ເອົາ​ບໍ່​ໄດ້​ເດັດຂາດ.

ການຍິງລູກສອນໄຟ ຂອງເກົາຫຼີເໜືອ

North Korea's Missile Tests Fail But Show Real Progress
please wait

No media source currently available

0:00 0:00:44 0:00

ທ່ານ​ນາງ Power ຮຽກຮ້ອງ​ໃຫ້​ສະພາ​ຄວາມ​ໝັ້ນຄົງ​ປະນາມ​ເກົາຫລີ​ເໜືອ​ໃນ ​ທັນທີ.

ຫລັງ​ຈາກ​ການ​ປະຊຸມ​ກັນ​ແບບ​ປິດ​ລັບ​ເປັນ​ເວລາ​ນຶ່ງ​ຊົ່ວ​ໂມງ​ແລ້ວ ປະທານ​ສະ ພາ ຮອງ​ເອກ​ອັກຄະ​ລັດຖະທູດ​ຝຣັ່ງ ທ່ານ Alexis Lamex ກໍ​ກ່າວ​ວ່າ ​ໄດ້​ມີ ທັດສະນະ​ຄວາມ​ເຫັນ​ຢ່າງ​ກວ້າງຂວາງ​ທີ່​ວ່າ ການ​ຍິງ​ທົດ​ລອງ​ນີ້ລະ​ເມີດ​ຕໍ່​ທຸກ​ມະ ຕິ​ຂອງ​ສະພາ​ຄວາມ​ໝັ້ນຄົງ. ທ່ານ Lamex ກ່າວ​ຕື່ມ​ວ່າ ທ່ານ​ຄາວ່າ​ຈະ​ມີ​ການ ອອກ​ຖະ​ແຫຼງການ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ພາຍ​ໃນ​ມື້ສອງ​ມື້ນີ້.

ມັນ​ບໍ່​ແມ່ນ​ເປັນ​ເລື້ອງທີ່​ຜິດ​ປົກກະຕິ​ແຕ່​ປະການ​ໃດ​ທີ່​ສະພາ​ຄວາມ​ໝັ້ນຄົງ​ຊຶ່ງ​ປະ ກອບດ້ວຍ 15 ປະ​ເທດ​ນັ້ນ ​ໄດ້​ໃຊ້​ເວລາ​ຫລາຍໆ​ມື້ ຖ້າ​ຫາກ​ບໍ່​ແມ່ນ​ຫລາຍໆ​ອາ ທິດເພື່ອຕອບ​ໂຕ້​ຕໍ່​ເກົາຫລີ​ເໜືອ ຫລັງ​ຈາກ​ທີ່​ປະ​ເທດ​ດັ່ງກ່າວ​ໄດ້ຍິງ​ທົດ​ລອງ​ລູກ ສອນ​ໄຟ​ຂີປະ​ນາ​ວຸດ​ແລະ​ລະ​ເບີດ​ນິວ​ເຄລຍ.

​ໃນ​ເດືອນ​ມີນາ​ປີນີ້ ສະພາ​ຄວາມ​ໝັ້ນຄົງ​ ໄດ້​ຮັບຮອງ​ເອົາ​ມະຕິ​ 2270 ຊຶ່ງ​ເປັນ​ການ ລົງໂທດ​ຢ່າງ​ໜັກ​ສະບັບ​ໃໝ່​ຕໍ່​ພຽງ​ຢາງ ທີ່​ໄດ້ທົດ​ລອງ​ລະ​ເບີດ​ນິວ​ເຄລຍຄັ້ງ
ທີ 4 ​ແລະ​ຍິງລູກ​ສອນ​ໄຟ​ໄລຍະ​ໄກ.​ ການ​ລົງ​ໂທດ​ແມ່ນ​ຮວມທັງ​ ໂຈະ​ບໍ່​ໃຫ້ມີ​ການ​ໂອນ​ເງິນ​ແລະ​ຈຳກັດ​ການ​ຄ້າ​ແຮ່​ທາດ​ທີ່​ມີ​ກຳ​ໄລ​ງາມ​ຂອງ​ເກົາຫຼ​ເໜືອ ທີ່​ປະ ກອບ​ເປັນ​ຫລາຍ​ກວ່າ​ເຄິ່ງນຶ່ງ​ຂອງ​ການ​ສົ່ງ​ອອກ ​ໃນ​ມູນ​ຄ່າ 2 ພັນ 500 ລ້ານ ​ໂດ​ລາໄປ​ຍັງ​ຈີນ​ແຕ່​ພຽງ​ປະ​ເທດ​ດຽວ​ເທົ່ານັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG