ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

13 ຄົນ ເສຍຊີວິດ ຍ້ອນ ໄພນໍ້າຖ້ວມ ຢູ່ເກົາຫຼີເໜືອ


ແຜນທີ່ເກົາຫລີເໜືອ
ແຜນທີ່ເກົາຫລີເໜືອ
ເກົາຫລີ​ເໜືອກໍາລັງ​ດີ້ນ​ຮົນ​ ​ເພື່ອ​ຮັບ​ມືກັບວິ​ກິດ​ການ​ນໍ້າ​ຖ້ວມ
ຮ້າຍ​ແຮງ ທີ່​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ໄປ​ແລ້ວຢ່າງ​ໜ້ອຍ 13 ຄົນ
​ແລະ​ສ້າງຄວາມ​ເສຍ​ຫາຍ​ໜັກ ໃຫ້​ແກ່ບ້ານ​ເຮືອນ​ ຫລາຍ​ພັນ​
ຫລັງ​ ໃນຮອບ​ອາທິດ​ທີ່​ຜ່ານ​ມານີ້.

ນັກ​ຂ່າວວີ​ໂອ​ເອ ທ່ານ Steve Herman ​ໄດ້​ຮູ້​ເຫັນເປັນ​ພິຍານ
​ກ່ຽວ​ກັບ​ຜົນ​ກະທົບ​ຈາກ​ໄພ​ນໍ້າ​ຖ້ວມ ທີ່​ແຂວງ Pyonganເໜືອ
​ໃນ​ວັນ​ຈັນ ​ແລະ​ວັນ​ອັງຄານຜ່ານ​ມາ ເວລາທ່ານ​ໄດ້​ໄປ​ຢ້ຽມຢາມ
​ເຂດ​ດັ່ງກ່າວຊຶ່ງ​ຕັ້ງຢູ່ທາງ​ກໍ້າ​ຕາ​ເວັນ​ຕົກ​ສຽງ​ເໜືອຂອງ​ນະຄອນ​
ພຽງ​ຢາງ ໂດຍ​ໄດ້​ຮັບ​ອະນຸຍາດ​ຈາກ​ທາງ​ການ​ແບບທີ່​ບໍ່​ຄ່ອຍມີ
​ກັນນັ້ນ​. ​ເກົາຫລີ​ເໜືອບໍ່​ຄ່ອຍ​ອະນຸຍາດ​ໃຫ້​ນັກ​ຂ່າວ​ຕ່າ​ງປະ​ເທດ
​ເຂົ້າ​ໄປ​ຢ້ຽມ ຢາມ​ຂົງ​ເຂດ​ດັ່ງກ່າວ.

ທ່ານ Herman ລາຍ​ງານທາງ​ໂທລະສັບ​ ຈາກກຸງ Pyongyang
​ໃນ​ວັນ​ພຸດ​ວານ​ນີ້​ວ່າ ຝົນຕົກ​ໜັກ​ ເຮັ​ດ​ໃຫ້ເກີດນໍ້າ​ຖ້ວມ​ຖະໜົນ​
ຫົນທາງ ​ແລະພື້ນທີ່​ປູກຝັງ ​ແລະຊຸ​ເອົາຂົວຕ່າງໆ​ໄປ ຮວມ​ທັງ​ຂົວ
​ແຫ່ງ​ນຶ່ງ​ທີ່​ທ່ານ​ໄດ້ໃຊ້ຂ້າມ​ຂະນະ​ທີ່​ທ່ານ​ ​ອອກ​ເດີນທາງ​ຈາກ​ນະ
ຄອນຫລວງ​ຂອງ​ເກົາຫລີ​ເໜືອ ​ເພື່ອ​ໄປ​ຢ້ຽມຢາມເມືອງ Hyangsan ທີ່​ຕັ້ງຢູ່​ໃນ​ເຂດ
ພາກ​ເໜືອ​ຂອງ​ປະ​ເທດນັ້ນ​.

ທ່ານ Herman ກ່າວ​ວ່າ “ພວກ​ເຮົາ​ເຫັນລົດ​ບັນທຸກ ທີ່​ມີ​ເຄື່ອງ​ໂທລະ​ໂຄ່ງ ຮ້ອງ​ຫາ​
ພະ​ນັກ​ງານ​ເຮັດ​ວຽກ ພວກ​ເຮົາ​ເຫັນຜູ້​ຄົນ​ຢູ່​ຕາມ​ຖະໜົນ​ຫົນທາງ ພ້ອມກັບ​ກວຽນ
ລໍ້ຍູ້​ ລົດ​ທະຫານ ພະນັກງານ​ຈໍານວນ​ນຶ່ງ​ທີ່ຢູ່​ໃນ​ເຄຶ່ອງ​ແບບ ຢູ່​ເຕັມຫຼັງ​ລົດ​ບັນທຸກ
ບັນດາ​ຜູ້​ຄົນ​ຢູ່​ຕາມ​ຖະໜົນຫົນທາງ ​ພະຍາຍາມ​ສ້ອມແປງໂຄງ​ລ່າງ​ພື້ນຖານໂດຍ​
ໄວ​ ເທົ່າ​ທີ່​ເຂົາ​ເຈົ້າ ສາມາດ​ກະທຳ​ໄດ້ ​ໄຟ​ຟ້າໄດ້​ເປີດ​ ແລະ​ກໍ​ມອດ​ໄວ້ ຢູ່​ທີ່​ເມືອງ
Hyangsan ບ່ອນ​ທີ່​ພວກ​ເຮົາໄດ້​ໄ​ປ ແຕ່​ພວມ​ເກີດລົມພາຍຸ​ຝົນ​ແລະ​ຟ້າຮ້ອງ​ໃນ​
ເວລາ​ນັ້ນ.”


ອົງການ​ຂ່າວ KCNA ຂອງ​ເກົາຫຼີ​ເໜືອລາຍ​ງານ​ວ່າ 13 ຄົນແລ້ວ​ເສຍ​ຊີວິດ​ຍ້ອນ​ໄພນໍ້າ​ຖ້ວມ ນັບ​ຕັ້ງ​ແຕ່​ວັນ​ທີ 17 ​ເດືອນກໍລະກົດ​ເປັນຕົ້ນມາ ແລະ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ແກ່​ບ້ານ​ເຮືອນ​ຫລາຍ​ພັນ​ຫລັງ.
XS
SM
MD
LG