ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທູດພິເສດ ເກົາຫລີເໜືອ ສີ້ນສຸດ ການຢ້ຽມຢາມ ຈີນ


ທູດ​ພິ​ເສດ​ຂອງຜູ້​ນໍາ​ເກົາຫລີ​ເໜືອ ທ່ານ Kim Jong Un ​ໄດ້​ສີ້​ນ
ສຸດ​ການ​ຢ້ຽມ ຢາມ​ກຸງປັກ​ກິ່ງ ຫລັງ​ຈາກ​​ໄດ້​ພົບ​ປະຫຼາຍໆ​ຄັ້ງ
ກັບບັນດາ​ເຈົ້າ​ໜ້າ​ທີ່​ຈີນ
ທູດ​ພິ​ເສດ​ຂອງຜູ້​ນໍາ​ເກົາຫລີ​ເໜືອ ທ່ານ Kim Jong Un ​ໄດ້​ສີ້​ນ ສຸດ​ການ​ຢ້ຽມ ຢາມ​ກຸງປັກ​ກິ່ງ ຫລັງ​ຈາກ​​ໄດ້​ພົບ​ປະຫຼາຍໆ​ຄັ້ງ ກັບບັນດາ​ເຈົ້າ​ໜ້າ​ທີ່​ຈີນ
ທູດ​ພິ​ເສດ​ຂອງຜູ້​ນໍາ​ເກົາຫລີ​ເໜືອ ທ່ານ Kim Jong Un ​ໄດ້
​ສີ້​ນສຸດ​ການ​ຢ້ຽມ ຢາມ​ກຸງປັກ​ກິ່ງ ຫລັງ​ຈາກໄດ້​ພົບ​ປະຫຼາຍໆ​
ຄັ້ງກັບບັນດາ​ເຈົ້າ​ໜ້າ​ທີ່​ຈີນ ຊຶ່ງ​ທ່ານ​ ຍັງຢືນຢັນວ່າ ພຽງ​ຢາງ
ຕ້ອງການຢາກ​ແກ້​ໄຂ​ບັນຫາໃນ​ແຫລມ​ເກົາຫຼີ ໂດ​ຍການເຈ
ລະຈາຫາ​ລື.

ທ່ານ Choe Ryong Hae ​ນາຍ​ທະຫານ​ຊັ້ນ​ສູງ ​ຂອງ​ກອງທັບ
ເກົາຫລີ​ເໜືອ ໄດ້​ພົບ​ປະ​ໃນ​ວັນ​ສຸກ​ມື້​ນີ້ ກັບທ່ານ Fan
Changlong ຮອງ​ປະທານຄະນະ​ກຳ ມາ​ທິການສູ​ນກາງຂອງ
​ກອງທັບຈີນ ທີ່ກຸງປັກ​ກິ່ງ.

ສື່​ມວນ​ຊົນ​ທາງ​ການ​ຈີນ ລາຍງານ​ວ່າ ທ່ານ Choe ​ໄດ້​ກ່າວ​ຕໍ່ທ່ານ Fan ວ່າ ​ເກົາຫລີ​ເໜືອ​ເຕັມໃຈ ​ທີ່​ຈະ​ຮັບ​ເອົາ​ຄໍາ​ສະ​ເໜີ​ຂອງ​ປັກ​ກິ່ງ ​ເພື່ອ​ເປີດ​ການເຈລະ ຈາຫາລືຂຶ້ນ.

​ໂຄສົກ​ການ​ຕ່າງປະ​ເທດຈີນ ທ່ານ Hong Lei ກ່າວ​ຕໍ່​ບັນດາ​ນັກ​ຂ່າວວ່າ ​ເກົາ ຫລີ​ເໜືອ
ຫວັງ​ວ່າ​ຈະ​ປັບປຸງ​ການ​ພັດທະນາ​ເສດຖະກິດ ​ແລະ​ຕ້ອງການ​ສ້າງ​ບັນ ຍາກ​າດກັບ​ພາຍ​ນອກ​ຢ່າງສັນຕິ.
XS
SM
MD
LG