ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເກົາຫລີເໜືອ ເລືອກຕັ້ງເອົາ ສະພາທ້ອງຖິ່ນ


ຊາວເກົາຫລີເໜືອພາກັນແຕ່ງໂຕຈົບງາມ ໄປປ່ອນບັດເອົາຜູ້ແທນສະພາທ້ອງຖິ່ນ, ວັນທີ 24 ກໍລະກົດ 2011.
ຊາວເກົາຫລີເໜືອພາກັນແຕ່ງໂຕຈົບງາມ ໄປປ່ອນບັດເອົາຜູ້ແທນສະພາທ້ອງຖິ່ນ, ວັນທີ 24 ກໍລະກົດ 2011.

ວັນອາທິດມື້ນີ້ ຊາວເກົາຫລີເໜືອ ພາກັນປ່ອນບັດເອົາຜູ້ແທນສະພາທ້ອງຖິ່ນ ຈໍານວນ ຫລາຍກວ່າ 27,000 ຄົນ ​ໃນ​ການເລືອກຕັ້ງທີ່ຄາດກັນວ່າຈະໃຫ້ຄວາມນິຍົມຢ່າງເປັນ ເອກະສັນ ຕໍ່ພັກຄອມມີວນີສ ທີ່ປົກຄອງປະເທດໃນເວລານີ້.

Korean News Agency ອົງການຂ່າວທາງການຂອງເກົາຫລີເໜືອກ່າວວ່າບ່ອນປ່ອນບັດ ເລືອກຕັ້ງ ແອອັດໄປດ້ວຍພວກມີສິດປ່ອນບັດທີ່ແຕ່ງຕົວດີໆ ຢືນລໍຄອຍຜຽນ ຂອງພວກຕົນ ຢ່າງກະຕືລື​ລົ້ນ ແລະກໍມີ ຫລາຍໆຄົນພາກັນເຕັ້ນລໍາ ຕາມສຽງກອງ ສຽງຄ້ອງ.

ໃນລະຫວ່າງວາລະການ​ດໍາລົງ​ຕໍາ​ແໜ່​ງ​ເປັນ​ເວລາສີ່ປີນັ້ນ ບັນດາສະພາ ທ້ອງຖິ່ນຈະໄຂກອງ ປະຊຸມຄັ້ງນຶ່ງຫລືສອງຄັ້ງຕໍ່ປີ ເພື່ອອະນຸມັດງົບປະມານ ແລະຮັບຮອງເອົາພວກຜູ້ນໍາປະຈໍາ ທ້ອງຖິ່ນ ທີ່ຖືກແຕ່ງຕັ້ງໂດຍພັກຄອມມີວນີສນັ້ນ.

ການເລືອກຕັ້ງດັ່ງກ່າວນີ້ ມີຂຶ້ນໃນຂະນະທີ່ເກົາຫລີເໜືອພະຍາຍາມຍົກ​ລະດັບ​ຖານະທາງ ການເມືອງຂອງ ກິມ ຈົງ ອຸນ ລູກຊາຍຫລ້າຂອງຜູ້ນໍາ ກິມ ຈົງ ອິລ ​ໃຫ້​ຂຶ້ນ​ມາສືບຕໍ່ຕໍາ ແໜ່ງແທນພໍ່ນັ້ນ.

XS
SM
MD
LG