ເກົາຫຼີເໜືອ ໄດ້ຍົກເລີກລະບຽບການຈຳນວນນຶ່ງສຳຫຼັບບັນດາ
ນັກທ່ອງທ່ຽວຊາວຕ່າງຊາດ ທີ່ມີຜົນບັງຄັບໃຊ້ ເພື່ອປ້ອງກັນການ
ແຜ່ລະບາດຂອງໂຣກອີໂບລາ ທີ່ຮ້າຍແຮງເຖິງຕາຍນັ້ນ.
ພຽງຢາງໄດ້ປິດຊາຍແດນຂອງຕົນ ຕໍ່ຊາວຕ່າງຊາດໃນເດືອນ
ຕຸລາປີກາຍນີ້ ແລະບັງຄັບໃຫ້ພວກທີ່ເຂົ້າປະເທດທັງໝົດ ທຳການ
ກັກບໍລິເວນຢ່າງເຄັ່ງຄັດເປັນເວລາ 21 ມື້.
ມີຢ່າງນ້ອຍ 2 ບໍລິສັດທ່ອງທ່ຽວໄດ້ລາຍງານໃນວັນອັງຄານມື້ນີ້ວ່າ
ຕົນໄດ້ຖືກແຈ້ງຈາກພຽງຢາງ ວ່າສ່ວນໃຫຍ່ຂອງລະບຽບການຕ່າງໆ ທີ່ຫ້າມກ່ຽວກັບການເດີນທາງນັ້ນ ໄດ້ຖືກຍົກເລີກແລ້ວ.
ແຕ່ວ່າການກັກບໍລິເວນຍັງຈະມີຜົນບັງຄັບໃຊ້ຕໍ່ໄປສຳຫຼັບນັກທ່ອງທ່ຽວທີ່ມາຈາກ Guinea, Liberia, Sierra Leone ແລະບັນດາປະເທດ ທີ່ໄດ້ມີການລະບາດຂອງໂຣກອີໂບລາໃນອາຟຣິກາຕາເວັນຕົກ ອິງຕາມແຫຼ່ງຂ່າວທາງການທູດຂອງພຽງຢາງ.
ຫຼາຍໆປະເທດໄດ້ວາງຂໍ້ຈຳກັດກ່ຽວກັບການເດີນທາງຕໍ່ພວກນັກທ່ອງທ່ຽວຈາກປະເທດແຖບ
ອາຟຣິກາຕາເວັນຕົກ ຫຼັງຈາກທີ່ໄດ້ມີການແຜ່ລະບາດຂອງໂຣກອີໂບລາ ທີ່ໄດ້ເອົາຊີວິດຜູ້ຄົນໄປແລ້ວ 9 ພັນ 500 ຄົນ ນັບຕັ້ງແຕ່ ເດືອນທັນວາ ປີ 2013 ເປັນຕົ້ນມາ.
ເກົາຫຼີເໜືອ ແມ່ນນຶ່ງໃນບັນດາປະເທດທີ່ໂດດດ່ຽວທີ່ສຸດໃນໂລກ ແລະບໍ່ມີລາຍງານກ່ຽວກັບກໍລະນີລະບາດຂອງໂຣກອີໂບລາ ໃດໆເລີຍ ຈຶ່ງພາໃຫ້ມີຄຳຖາມກ່ຽວກັບວ່າ ເປັນຫຍັງ ຈຶ່ງມີວາງຂໍ້ຈຳກັດທີ່ວ່ານີ້.
ສື່ຂອງທາງການເກົາຫຼີເໜືອ ທີ່ໄດ້ພິມເຜີຍແຜ່ເລື້ອຍໆໃນທຳນອງແບບໂກດແຄ້ນ ແລະເວົ້າ ໂຍກເກີນຄວາມເປັນຈິງໃນບົດບັນນາທິການກ່ຽວກັບສະຫະລັດ ທີ່ໄດ້ລາຍງານວ່າ ໄວຣັສນີ້ແມ່ນເປັນອາວຸດຊີວະພາບ ທີ່ວໍຊີງຕັນໄດ້ສ້າງຂຶ້ນ.