ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອ ໄດ້ປະຕິເສດຕໍ່ ການຮຽກຮ້ອງ ໃຫ້ກັບຄືນມາເຈລະຈາ ກ່ຽວກັບໂຄງການອາວຸດນິວເຄລຍ ຂອງສະຫະລັດ


ເມືອງ ເກບູງ (Kaepoong) ຂອງເກົາຫຼີເໜືອ ແມ່ນແນມເຫັນໄດ້ຢູ່ດ້ານຫຼັງປ້ອມຍາມຂອງກອງທັບເກົາຫຼີເໜືອ, ດ້ານລຸ່ມ, ຈາກຫໍສັງເກດການຂອງໜ່ວຍປອງດອງຊາດ ໃນເມືອງປາຈູ (Paju) ຂອງເກົາຫຼີໃຕ້, ວັນທີ 28 ກັນຍາ 2021.
ເມືອງ ເກບູງ (Kaepoong) ຂອງເກົາຫຼີເໜືອ ແມ່ນແນມເຫັນໄດ້ຢູ່ດ້ານຫຼັງປ້ອມຍາມຂອງກອງທັບເກົາຫຼີເໜືອ, ດ້ານລຸ່ມ, ຈາກຫໍສັງເກດການຂອງໜ່ວຍປອງດອງຊາດ ໃນເມືອງປາຈູ (Paju) ຂອງເກົາຫຼີໃຕ້, ວັນທີ 28 ກັນຍາ 2021.

ຜູ້ນຳເກົາຫຼີເໜືອ ຄິມ ຈົງ ອຶນ ໄດ້ປະຕິເສດຕໍ່ຂໍ້ສະເໜີຂອງສະຫະລັດ ທີ່ຈະກັບຄືນມາເຈລະຈາອີກຄັ້ງໃໝ່ ແຕ່ກໍກ່າວວ່າ ເພິ່ນເປີດກວ້າງທີ່ຈະປັບປຸງສາຍ ສຳພັນກັບເກົາຫຼີໃຕ້.

ໃນຄຳປາໄສທີ່ໄດ້ຖືກພິມເຜີຍແຜ່ໃນວັນພະຫັດມື້ນີ້ ໃນສື່ມວນຊົນຂອງທາງການເກົາຫຼີເໜືອນັ້ນ ທ່ານຄິມ ໄດ້ກ່າວວ່າ ຄວາມຕັ້ງໃຈຂອງສະຫະລັດ ທີ່ຈະຈັດການເຈລະຈາ ເປັນພຽງແຕ່ “ການສະແດງ” ເພື່ອປົກປິດສິ່ງທີ່ທ່ານເອີ້ນວ່າ “ນະໂຍບາຍທີ່ເປັນປໍລະປັກ” ຂອງວໍຊິງຕັນ.

ອີງຕາມອົງການສູນກາງຂ່າວຂອງເກົາຫຼີ ຫຼື KCNA ທ່ານກິມ ໄດ້ກ່າວວ່າ “ບໍ່ມີການປ່ຽນແປງໃດໆໃນໄພຂົ່ມຂູ່ທາງທະຫານສະຫະລັດແລະນະໂຍບາຍທີ່ເປັນປໍລະປັກ ຕໍ່ພວກເຮົາ ແຕ່ຢ່າງໃດເລີຍ ແລະຫາກແຕ່ການສະແດງອອກ ແລະວິທີຕ່າງໆຂອງພວກເຂົາ ກັບມີເລ່ຫລ່ຽມຫຼາຍຂຶ້ນ.”

ລັດຖະບານຂອງປະທານາທິບໍດີ ສະຫະລັດ ໂຈ ໄບເດັນ ໄດ້ຮຽກຮ້ອງຊ້ຳແລ້ວຊ້ຳອີກ ໃຫ້ເກົາຫຼີເໜືອກັບຄືນມາເຈລະຈາ ກ່ຽວກັບໂຄງການນິວເຄລຍຂອງປະເທດດັ່ງກ່າວ ຊຶ່ງໄດ້ຢຸດສະງັກລົງ ນັບຕັ້ງແຕ່ປີ 2019 ເປັນຕົ້ນມາ.

ໃນການຕອບຕໍ່ຄຳປາໄສຂອງທ່ານກິມນັ້ນ ກະຊວງການຕ່າງປະເທດສະຫະລັດ ໄດ້ເນັ້ນຢ້ຳໃນອີເມລ ທີ່ສົ່ງໃຫ້ວີໂອເອພະແນກພາສາເກົາຫຼີ ວ່າ ສະຫະລັດ “ບໍ່ໄດ້ມີເຈດຕະນາທີ່ຈະເປັນສັດຕູໃດໆ” ຕໍ່ເກົາຫຼີເໜືອ ຊຶ່ງຊື່ທີ່ເປັນທາງການຂອງຕົນນັ້ນ ແມ່ນສາທາລະນະລັດປະຊາທິປະໄຕປະຊາຊົນເກົາຫຼີ ຫຼື DPRK.

ຖະແຫລງການຂອງກະຊວງຕ່າງປະເທດສະຫະລັດ ອ່ານວ່າ “ນະໂຍບາຍຂອງພວກເຮົາ ຮຽກຮ້ອງໃຫ້ຕັ້ງແນວທາງທີ່ເໝາະສົມ ທີ່ເປີດກວ້າງຕໍ່ ແລະຈະຄົ້ນຄວ້າເບິ່ງໃນດ້ານການທູດກັບ DPRK ເພື່ອເຮັດໃຫ້ມີຄວາມກ້າວໜ້າທີ່ເປັນຮູບປະທໍາ ອັນຈະເຮັດໃຫ້ມີຄວາມໝັ້ນຄົງຂອງສະຫະລັດ ບັນດາພັນທະມິດຂອງພວກເຮົາ ແລະກອງກຳລັງທີ່ໄດ້ຖືກສົ່ງໄປປະຈຳການນັ້ນ ເພີ້ມຂຶ້ນເລື້ອຍໆ. ພວກເຮົາພ້ອມແລ້ວທີ່ຈະພົບປະກັບ DPRK ໂດຍປາສະຈາກເງື່ອໄຂເບື້ອງຕົ້ນໃດໆ. ພວກເຮົາຫວັງວ່າ DPRK ຈະຮອບຮັບໃນທາງບວກຕໍ່ການຕິດຕໍ່ຫາຂອງພວກເຮົາ.”

ທ່ານຄິມ ໄດ້ກ່າວຄຳປາໄສໃນວັນພຸດວານນີ້ ອັນເປັນມື້ດຽວກັນກັບທີ່ເກົາຫຼີເໜືອ ໄດ້ປະກາດລາຍລະອຽດ ຂອງການທົດລອງອາວຸດ ຄັ້ງຫຼ້າສຸດຂອງຕົນ ຊຶ່ງພົວ ພັນກັບລູກສອນໄຟລຸ້ນໃໝ່ທີ່ໄວກວ່າສຽງຫຼື hypersonic ທີ່ປາກົດວ່າໄດ້ອອກແບບຂຶ້ນມາ ເພື່ອຫລີກລະບົບການປ້ອງກັນລູກສອນໄຟຂອງສະຫະລັດ.

ລິ້ງຂອງລາຍງານກ່ຽວກັບເລື້ອງນີ້:

https://www.voanews.com/a/north-korea-tested-a-hypersonic-missile-here-s-why-it-matters-/6249922.html

ເກົາຫຼີເໜືອ ໄດ້ດຳເນີນການທົດລອງຍິງລູກສອນໄຟມາແລ້ວສາມຄັ້ງໃນເດືອນນີ້ ແມ່ນກະທັງທີ່ ຕົນສົ່ງສັນຍານວ່າ ຕົນເປີດກວ້າງຕໍ່ການເຈລະຈາ ກັບເກົາຫຼີໃຕ້ທີ່ເປັນເພື່ອນບ້ານຂອງຕົນນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG