ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫລີເໜືອເຜີຍແຜ່ ຮູບເງົາສາລະຄະດີ ການຢ້ຽມຢາມກອງທັບ ຂອງຜູ້ນໍາຄົນໃໝ່ (ເບິ່ງວີດີໂອ)


ກອງທັບເກົາຫລີເໜືອ
ກອງທັບເກົາຫລີເໜືອ

ເກົາ​ຫລີ​ເໜືອ​ໄດ້​ນຳ​ອອກ​ເຜີຍ​ແຜ່ ສາລະ​ຄະດີຮູບ​ເງົາ​ເລື່ອງ​ນຶ່ງ ທີ່ສະ​ແດງ​ໃຫ້​ເຫັນ​ຜູ້​ນໍາ​ເກົາ
ຫລີເໜືອ​ຄົນ​ໃໝ່ ທ່ານ ກິມ ຈົງ ອຸນ ​ໄປຢ້ຽມຢາມ​ກອງ​ພົນ​ລົດ​ຖັງຊັ້ນ​ຍອດ​ຂອງ​ກອງທັບ​ເກົາ
ຫລີ​ເໜືອ.

ສາລະ​ຄະດີ​ຮູບ​ເງົາດັ່ງກ່າວ​ໄດ້​ນຳອອກ​ເຜີຍ​ແຜ່​ເມື່ອ​ວັນ​ອັງຄານ​ວານ​ນີ້ ທີ່​ສະ​ແດງ​ໃຫ້​ເຫັນ
ທ່ານ​ຜູ້​ນໍາ ກິມ ຈົງ ອຸນ ຕົບມື​ໃນ​ຂະນະ​ທີ່​ທ່ານ​ຍ່າງ​ຜ່ານ​ເຫລົ່າທະຫານ​ໃນ​ວັນ​ປີ​ໃໝ່.
ນອກ​ນີ້​ຮູບ​ເງົາຍັງ​ສະ​ແດງ​ໃຫ້​ເຫັນ ທ່ານກິມໂອ້​ລົມ​ກັບ​ທະຫານ​ຄົນ​ນຶ່ງ​ແລະ​ຖ່າຍຮູບ​ກັບ
ພວກ​ທະຫານ​ ພ້ອມ​ກັບ​ຕົບມືແລະຮ້ອງ​ເຊຍ​ໃຫ້​ກໍາລັງ​ໃຈ​ພວກ​ທະຫານ.

ທ່ານ​ກິມ ຈົງ ອຸນ ຖືກ​ປະກາດ​ໃຫ້​ເປັນ​ຜູ້​ບັນຊາ​ການ​ທະຫານ​ສູງ​ສຸດ​ຂອງ ກອງທັບແລະ
ຂອງ​ພັກ​ຄອມນີສຂອງ​ເກົາຫລີ​ເໜືອ ຫລັງ​ຈາກ​ການ​ເຖິງ​ແກ່​ມໍລະນະ​ກໍາ​ຂອງມື້ລາງ​ບິດາ
ຂອງ​ທ່ານ ຄື​ທ່ານ ກິມ ຈົງ ອິລ ​ໃນ​ຂະນະ​ທີ່​ທົ່ວ​ໂລກ​ປະຫລາດ ​ໃຈ​ວ່າທ່ານ ກິມ ຈົງ ອຸນ
ຍັງ​ໜຸ່ມ​ເກີນ​ໄປ ​ແລະ​ຂາດ​ປະສົບ​ການໃນ​ການ​ກໍາ​ຕໍາ​ແໜ່​ງຜູ້​ນໍາຂອງ​ປະ​ເທດ.

ແຕ່​ພວກ​ນັກ​ວິ​ເຄາະ​ການ​ເມືອງ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ ພວກ​ຜູ້​ນໍາການ​ເມືອງ ​ແລະ​ທະຫານ​ລະ
ດັບ​ສູງເຕົ້າຂອງ​ເກົາຫຼີ​ເໜືອ​ປາກົດ​ວ່າ ​ປຸ້ມລຸມໃຫ້ການ​ສະໜັບ​ສະໜຸນ ແລະ​ເລັ່ງລັດຊ່ວຍ
ທ່ານ​ກິມຈົງ​ອຸນ​ ໃນ​ການ​ເຂົ້າກຳອຳນາດ. ທ່ານ Bruce Klingner ​ເຈົ້າໜ້າ​ທີ່​ຄົ້ນຄວ້າ​ອາວຸ​
ໂສ​ຄົນ​ນຶ່ງ​ປະ​ຈໍາ​ມູນ​ນິທິ​Heritage Foundation ທີ່ນະຄອນ​ຫລວງ​ວໍ​ຊິງ​ຕັນ​ດີ​ຊີກ່າວ​ວ່າ ສາ
ລະຄະດີ​ຮູບ​ເງົາດັ່ງກ່າວ​ທີ່​ຖືກ​ນຳອອກ​ເຜີຍ​ແຜ່​ນັ້ນກໍ​ແມ່ນ​ເພື່ອ​ໃຫ້ການ​ຄໍ້າປະ ກັນຕໍ່​ປະຊາ
ຊົນ​ເກົາຫລີ​ເໜືອ ກ່ຽວ​ກັບ​ການ​ໂອນ​ອໍານາດຢ່າງ​ລາບ​ລື່ນ​ດີ.

XS
SM
MD
LG