ເກົາຫລີເໜືອກ່າວວ່າ ຕົນໄດ້ກັກຂັງນັກສຶກສາອາເມຣິກັນຄົນ
ໜຶ່ງທີ່ສົງໄສໄດ້ກະທຳການຢ່າງໃດຢ່າງໜື່ງ “ທີ່ເປັນໄພອັນຕະ
ລາຍຕ້ານເກົາຫຼີເໜືອ.”
ອົງການຂ່າວສູນກາງຂອງທາງການເກົາຫລີເໜືອ ຫລື KCNA
ກ່າວວ່າ ນັກສຶກສາທີ່ມີຊື່ວ່າ ທ້າວ Otto Frederick Warmbier
ຈາກ ມະຫາວິທະຍາໄລ Virginia ໄດ້ເຂົ້າໄປໃນເກົາຫລີເໜືອ
ໃນນາມນັກທ່ອງທ່ຽວ ທີ່ມີຈຸດປະສົງແນໃສ່ ເພື່ອ “ທຳລາຍຄວາມ
ເປັນນໍ້າໜຶ່ງໃຈດຽວຂອງປະເທດ.”
ອົງການຂ່າວ KCNA ບໍ່ໄດ້ກ່າວເຖິງຄວາມຜິດ ຂອງນັກສຶກສາ
ຄົນນີ້ ແຕ່ໄດ້ກ່າວວ່າ ການກະທຳຂອງລາວ “ແມ່ນປ່ອຍໃຫ້ເກີດ ແລະຍຸຍົງໂດຍລັດຖະ
ບານສະຫະລັດ.” ໂດຍບໍ່ໄດ້ໃຫ້ການອະທິບາຍຫຍັງຕື່ມແຕ່ກໍໄດ້ກ່າວວ່າ ການສືບສວນ
ກຳລັງດຳເນີນຢູ່ໃນຂະນະນີ້.
ອີງຕາມໜ້າແວັບໄຊຕ໌ Linkedln ຂອງຜູ້ກ່ຽວແລ້ວ ທ້າວ Warmbier ເປັນນັກສຶກສາຊັ້ນ
ປະລິນຍາຕີ ທີ່ມະຫາວິທະຍາໄລ Virginia ບ່ອນທີ່ລາວສຶກສາເສດຖະສາດ ແລະຄວາມ
ຍືນຍົງຂອງໂລກ.
ລາວໄດ້ຖືກຈັບໃນວັນທີ 2 ເດືອນມັງກອນ ໃນຂະນະທີ່ພວມທ່ອງທ່ຽວ ໂດຍການຈັດແຈງ
ຂອງບໍລິສັດ Young Pioneer Tours ອີງຕາມ ອົງການຂ່າວຣອຍເຕີ. ບໍລິສັດນຳທ່ຽວ
ນີ້ກ່າວວ່າ ຕົນກຳລັງ “ທຳທຸກຢ່າງ” ເພື່ອໃຫ້ປ່ອຍໂຕ ທ້າວ Weimbier.
ອົງການຂ່າວຣອຍເຕີ ຍັງອ້າງຄຳເວົ້າ ຂອງເຈົ້າໜ້າທີ່ສະຫະລັດຄົນໜຶ່ງ ທີ່ ສະຖານທູດ
ສະຫະລັດ ໃນນະຄອນຫຼວງໂຊລ ທີ່ກ່າວວ່າ ວໍຊິງຕັນ ຮູ້ເລື້ອງແລ້ວ ກ່ຽວກັບລາຍງານ
ການຈັບກຸມດັ່ງກ່າວ.
ເກົາຫລີເໜືອ ໄດ້ກັກຂັງຊາວອາເມຣິກັນຫລາຍຄົນ ຫວ່າງສອງສາມປີມານິ້ ສ່ວນຫລາຍ
ເປັນພວກນັກຂ່າວ ນັກສຶກສາ ຫລືຊາວຄຣິສຕຽນ ທີ່ຖືກກ່າວຫາວ່າ ຊັກຊວນໃຫ້ປ່ຽນ
ສາສະໜາ. ສ່ວນໃຫຍ່ແລ້ວພວກທີ່ຖືກ ກັກຂັງ ໄດ້ຖືກປ່ອຍໂຕ ບາງຄັ້ງຫຼັງຈາກການໄປ
ຢ້ຽມຢາມປະເທດໂດຍ ບັນດາອະດີດ ຫລືເຈົ້າໜ້າທີ່ສະຫະລັດ ໃນປັດຈຸບັນ.