ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫຼີເໜືອ ກັກໂຕ ພົນລະເມືອງ ສຫລ ອີກ ເປັນຄົນທີສີ່


ທຸງຊາດເກົາຫຼີເໜືອ ພັດສະບັດ ຢູ່ໃນສະຖານທູດຂອງເກົາຫຼີເໜືອ ໃນນະຄອນຫລວງ ປັກກິ່ງ, ວັນທີ 20 ເມສາ 2017.
ທຸງຊາດເກົາຫຼີເໜືອ ພັດສະບັດ ຢູ່ໃນສະຖານທູດຂອງເກົາຫຼີເໜືອ ໃນນະຄອນຫລວງ ປັກກິ່ງ, ວັນທີ 20 ເມສາ 2017.

ເກົາຫຼີເໜືອ ກ່າວວ່າ ຕົນ ໄດ້ຄວບຄຸມໂຕ ຊາວອາເມຣິກັນ ອີກຄົນນຶ່ງ ໂດຍກ່າວຫາລາວ
ວ່າ ມີເຈດຕະນາ “ກະທຳການທີ່ເປັນປໍລະປັກ.”

ອົງການຂ່າວ KCNA ຂອງທາງການເກົາຫຼີເໜືອ ກ່າວວ່າ ທ້າວ Kim Hak Song ໄດ້
ຖືກຄວບຄຸມໂຕ ເມື່ອວັນເສົາສັບປະດາແລ້ວນີ້. ລາຍງານນັ້ນໄດ້ເວົ້າວ່າ ຜູ້ກ່ຽວໄດ້ເຮັດ
ວຽກຢູ່ທີ່ ມະຫາວິທະຍາໄລ ວິທະຍາສາດ ແລະ ເທັກໂນໂລຈີ ຂອງພຽງຢາງ ຊຶ່ງເປັນ
ມະຫາວິທະຍາໄລ ເອກກະຊົນ ພຽງແຫ່ງດຽວ ໃນເກົາຫຼີເໜືອ ແລະ ເປັນໂຮງຮຽນທີ່ມີ
ພະນັກງານຈາກຕ່າງປະເທດ ຈຳນວນຫຼວງຫຼາຍ ຜິດທຳມະດາ.

ພາບນີ້ ອອກມາຈາກ ວີດີບັນທຶກ ເມື່ອວັນທີ 21 ພຶດສະພາ 2014, ສະແດງໃຫ້ເຫັນຕຶກອາຄານ ຢູ່ມະຫາວິທະຍາໄລ ວິທະຍາສາດ ແລະ ເທັກໂນໂລຈີ ຂອງພຽງຢາງ.
ພາບນີ້ ອອກມາຈາກ ວີດີບັນທຶກ ເມື່ອວັນທີ 21 ພຶດສະພາ 2014, ສະແດງໃຫ້ເຫັນຕຶກອາຄານ ຢູ່ມະຫາວິທະຍາໄລ ວິທະຍາສາດ ແລະ ເທັກໂນໂລຈີ ຂອງພຽງຢາງ.

ໃນຖະແຫລງການສະບັບນຶ່ງ ກະຊວງການຕ່າງປະເທດ ສຫລ ກ່າວວ່າ “ຄວາມ
ປອດໄພຂອງພົນລະເມືອງ ສະຫະລັດ ເປັນບຸລິມະສິດສູງສຸດອັນນຶ່ງ ຂອງກະຊວງ.
ໃນເວລາ ມີລາຍງານວ່າ ພົນລະເມືອງສະຫະລັດ ຖືກຄວບຄຸມໂຕ ໃນເກົາຫຼີເໜືອ
ພວກເຮົາຈະທຳງານຮ່ວມກັບ ສະຖານທູດ ສະວິດເຊີແລນ ໃນພຽງຢາງ”
ເພື່ອ
ພະຍາຍາມ ໃຫ້ພວກເຂົາເຈົ້າ ໄດ້ຮັບອິດສະລະພາບ.

ທ່ານ Kim Hak Song ເປັນຊາວອາເມຣິກັນ ຄົນທີ່ສີ່ ທີ່ຕົກຢູ່ໃນການຄວບຄຸມໂຕ
ຂອງເກົາຫຼີເໜືອ ແລະ ການກັກຂັງໂຕທ່ານນັ້ນ ໄດ້ມີຂຶ້ນ ໃນຂະນະທີ່ ຄວາມເຄັ່ງຕຶງ
ກຳລັງເພີ່ມຂຶ້ນ ລະຫວ່າງ ພຽງຢາງ ກັບ ວໍຊິງຕັນ ກ່ຽວກັບໂຄງການພັດທະນາອາວຸດ
ນິວເຄລຍ ຂອງເກົາຫຼີເໜືອ. ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ໄດ້ສົ່ງກຸ່ມ
ໂຈມຕີ ທີ່ປະກອບດ້ວຍກຳປັ່ນບັນທຸກເຮືອບິນ ໄປນ່ານນ້ຳ ຂອງແຫລມເກົາຫຼີ ອັນເປັນ
ການເຕືອນ ຕໍ່ປະເທດຄອມມິວນິສທີ່ມັກໃຫຍ່ໄຜ່ສູງ ດ້ານທະຫານນີ້.

ພາບປະສົມປະສານ ຂອງພົນລະເມືອງ ສະຫະລັດ ສອງທ່ານ, ທ່ານ Otto Warmbier ເມື່ອວັນທີ 16 ມີນາ 2016, ຊ້າຍ, ແລະ ທ່ານ Kim Dong Chul ເມື່ອວັນທີ 29 ເມສາ 2016; ຖືກຄຸມຕົວນຳສົ່ງ ສານໃນນະຄອນຫຼວງ Pyongyang ຂອງເກົາຫຼີເໜືອ.
ພາບປະສົມປະສານ ຂອງພົນລະເມືອງ ສະຫະລັດ ສອງທ່ານ, ທ່ານ Otto Warmbier ເມື່ອວັນທີ 16 ມີນາ 2016, ຊ້າຍ, ແລະ ທ່ານ Kim Dong Chul ເມື່ອວັນທີ 29 ເມສາ 2016; ຖືກຄຸມຕົວນຳສົ່ງ ສານໃນນະຄອນຫຼວງ Pyongyang ຂອງເກົາຫຼີເໜືອ.

ເມື່ອເດືອນແລ້ວນີ້ ພຽງຢາງ ໄດ້ຄວບຄຸມໂຕ ທ່ານ Kim Sang Dok ອາຈານສອນ
ບັນຊີ ຢູ່ມະຫາວິທະຍາໄລ ພຽງຢາງ ຜູ້ທີ່ມີອາຍຸປະມານ 50 ປີ ຊຶ່ງເກົາຫຼີເໜືອໄດ້ກ່າວ
ຫາວ່າ “ໄດ້ມີເປົ້າໝາຍເພື່ອປອງຮ້າຍທີ່ຈະໂຄ່ນລົ້ມ” ອຳນາດການປົກຄອງ ຂອງ
ຜູ້ນຳເກົາຫຼີເໜືອ Kim Jong Un. ເກົາຫຼີເໜືອ ໄດ້ກ່າວວ່າ ທ່ານ Kim Sang Dok
ໄດ້ຖືກຈັບກຸມ ໃນຖານ “ກະທຳອາຊະຍາກຳຕ່າງໆ” ແຕ່ບໍ່ໄດ້ໃຫ້ລາຍລະອຽດຕື່ມ.

ໃນກໍລະນີ ຂອງທ່ານ Kim Jong Song ບັນດາເຈົ້າໜ້າທີ່ ໄດ້ກ່າວວ່າ “ສະຖາບັນ
ທີ່ກ່ຽວຂ້ອງ ແຫ່ງນຶ່ງ ບັດນີ້ ພວມດຳເນີນການສືບສວນ ການກະທຳອາຊະຍາກຳ
ຕ່າງໆ ຂອງຜູ້ກ່ຽວ ຢ່າງລະອຽດຢູ່.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG