ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອ ໃຫ້ລາຍລະອຽດ ກ່ຽວກັບ ການກ່າວຫາ ຕໍ່ທ່ານ Bae


ທ່ານ Kenneth Bae ຖືກສານເກົາຫລີເໜືອ ຕັດສິນເຮັດວຽກ ອອກແຮງງານໜັກ ເປັນເວລາ 15 ປີ
ທ່ານ Kenneth Bae ຖືກສານເກົາຫລີເໜືອ ຕັດສິນເຮັດວຽກ ອອກແຮງງານໜັກ ເປັນເວລາ 15 ປີ
ສານ​ສູງ​ສຸດ​ ຂອງເກົາຫລີ​ເໜືອ ​ໄດ້​ໃຫ້​ລາຍ​ລ​ະ​ອຽດ ກ່ຽວ​ກັບການ
​ກ່າວ​ຫາຈໍານວນນຶ່ງ​ ຕໍ່​ຜູ້ນຳ​ທ່ຽວ​ຄົນອາ​ເມຣິກັນ​ເຊື້ອສາຍ​ເກົາຫຼີ
ຊຶ່ງໄດ້​ຖືກ​ຕັດສິນໂທດ​ໃຫ້ເຮັກວຽກ​ໜັກ ​ເປັນ​ເວລາ 15 ປີ​ ໃນ​
ເດືອນ​ແລ້ວ​ນີ້​ ໃນ​ຖານ​ວາງ​ແຜນ​ໂຄ່ນ​ລົ້ມ​ລັດຖະບານ.

​ໂຄສົກ​ຂອງສານ ​ໄດ້ແຈ້ງ​ໃຫ້​ເຈົ້າ​ໜ້າ​ທີ່ອົງການ​ຂ່າວສູນ​ກາງ​
ຂອງ​ທາງ​ການ​ເກົາ ຫລີ​ເໜືອຊາບ​ ໃນ​ວັນ​ພະຫັດ​ວານ​ນີ້​ວ່າ
ທ່ານ Kenneth Bae ​ໄດ້​ຖືກ​ຈັບ​ຢູ່​ທີ່​ເມື​ອງ Rason ​ໃນ​ເດືອນ​
ພະຈິກປີ​ກາຍ​ ຂະນະ​ທີ່​ຜູ້ກ່ຽວ ມີ​ເອກ​ກະສາ​ນຕໍ່ຕ້ານ​ພຽງ​ຢາງ​
ຢູ່​ໃນ​ກໍາມື.

​ໂຄສົກ​ກ່າວ​ວ່າ ທ່ານ Bae ​ໄດ້​ເຮັດ​ວຽກ​ໂດຍຜ່ານ​ບັນດາວັດ ຢູ່ໃນສະຫະລັດ ​ແລະ​ເກົາຫລີ​ໃຕ້ ​ເພື່ອ​ໂຄນ​ລົ້​ມລັດຖະບານ​ເກົາຫຼີ​ເໜືອ. ນອກ​ນັ້ນ ທ່ານ​ຍັງຖືກ​ກ່າວ​ຫາ​ວ່າ ນໍາ​ເອົາ​ຜູ້​ຄົນຈໍານວນ 1,500 ຄົນ ​ຈາກ​ເກົາຫລີ​ເໜືອ ຈີນ ​ແລະ​ປະ​ເທດ​ອື່ນໆ ​ໄປ​ສູ່​ໃນອັນ​ທີ່​ຮ້ອງ​ວ່່າ "ຮັງ​ຂອງບ່ອນ​ວາງ​ແຜນ” ທີ່​ຕັ້ງ​ຢູ່ຫລາຍ​ແຫ່ງ​ອ້ອມ​ແອ້ມ​ຈີນ ​ແລະ​ໃຫ້​ການ​ບັນຍາຍ​ຕໍ່ຕ້ານ​ພຽງຢາ​ງ.

​ໂຄສົກ​ຍັງ​ກ່າວ​ອີກ​ວ່າ ທ່ານ Bae ​ໄດ້​ຮັບ​ສາລະພາບ​ ຕໍ່​ການ​ກ່າວ​ຫາ​ທັງ​ໝົດ. ທ່ານ​ໄດ້​ຖືກພົບ​ເຫັນ​ວ່າ​ມີ​ຄວາມ​ຜິດ ​ແລະ​ຕັດສິນລົງ​ໂທດ ໃນ​ການ​ດຳ​ເນີນ​ຄະດີ ​ແບບ​ປິດ​ລັບ ​ໂດຍ​ທີ່​ທະນາຍຄວາມ​ຂອງທ່ານ ​ບໍ່​ໄດ້​ຮັບອະນຸຍາດ​ໃຫ້​ເຂົ້າ​ຮ່ວມ​.
XS
SM
MD
LG