ເກົາຫຼີເໜືອ ໄດ້ປ່ອຍໂຕແລະເນລະເທດ ນັກເຜີຍແຜ່ສາສະ
ໜາ ຊາວອອສເຕຣເລຍ ທີ່ ຖືກຈັບແລະກັກຂັງຢູ່ເກົາຫຼີເໜືອ
ນັ້ນ ຫຼັງຈາກຜູ້ກ່ຽວໄດ້ຂໍຂະມາໂທດຢ່າງເປີດເຜີຍ ກ່ຽວກັບ
“ພຶດຕິກຳທາງອາຍາຂອງຕົນ.”
ທ່ານ John Alexander Short ເດີນທາງໄປຮອດກຸງປັກກິງ
ໃນວັນຈັນມື້ນີ້ ໂດຍມີເຈົ້າໜ້າທີ່ຈາກສະຖານທູດອອສເຕຣ
ເລຍ ມາຮັບເອົາທ່ານຢູ່ສະໜາມບິນ.
ທ່ານ Short ໄດ້ຖືກຈັບກຸມໃນເດືອນແລ້ວນີ້ ແລະຖືກກ່າວຫາ
ວ່າ ລະເມີດກົດໝາຍ ຍ້ອນໄດ້ທຳການແຈກຢາຍໃບປິວກ່ຽວ
ກັບພະຄຳພີ bible ທີ່ວັດສາສະໜາພຸດແຫ່ງນຶ່ງໃນກຸງພຽງຢ້າງ ເມື່ອວັນທີ 16 ກຸມພາຜ່ານມາ ຊຶ່ງເປັນວັນເກີດຂອງທ່ານຄິມ ຈົງ ອີລມື້ລາງຜູ້ນຳເກົາຫຼີເໜືອນັ້ນ.
ອົງການຂ່າວທາງການຂອງເກົາຫຼີເໜືອ ໄດ້ພິມເຜີຍແຜ່ຄຳສາລະພາບຜິດຂອງນັກເຜີຍແຜ່ສາສະໜາ ໄວ 75 ປີ ທ່ານນີ້ ທີ່ຍອມຮັບວ່າ ຕົນໄດ້ກະທຳຜິດ ແລະຂໍຂະມາໂທດນັ້ນ.